ເຕືອນ! 8-9 ກຸມພານີ້ ແຂວງພາກເໜືອ ກຽມຮັບມືຝົນຕົກໜັກພ້ອມລົມພັດແຮງ

330

ກົມອຸຕຸແຈ້ງເຕືອນແຂວງພາກເໜືອໃຫ້ເຝົ້າລະວັງຝົນຕົກໜັກ, ຟ້າເຫຼື້ອມ ແລະ ລົມພັດແຮງ ເນື່ອງຈາກຄວາມກົດດັນສູງຂອງອາກາດໜາວເຢັນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດປະຈຳອາທິດ ເລກທີ 0149/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 8 ຫາ 14 ກຸມພານີ້: ໃນໄລຍະວັນທີ 8 – 9 ກຸມພາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ.

ເຊີ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ເຂດພູສູງ, ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ.

ຫຼັງຈາກນັ້ນໃນວັນທີ 10 ຫາ 14 ກຸມພາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຍັງຈະສືບຕໍ່ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ເຂດພູສູງ, ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນ ແລະ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.