ກຽງທະວີສັກ ເປົ້າໝາຍທໍາອິດກັບ ລາວໂຕໂຢຕ້າ ຄືປັບຕົວໃຫ້ເຂົ້າກັບທີມ ຕໍ່ດ້ວຍລາວລີກ-ເອເອັຟຊີ ຄັບ

119

ເປັນຂ່າວດີຂອງແຟນບານ ລາວໂຕໂຢຕ້າ ເອັຟຊີ ຫຼັງຈາກທີ່ທີມດັ່ງກ່າວເປີດຕົວ ກຽງທະວີສັກ ໄຊຊະນະປັນຍາ ກອງໜ້າຕົວເກັ່ງຂອງ ມາສເຕີ 7 ເອັຟຊີ ໃນລະດູການທີ່ຜ່ານມາ ໄປຢູ່ກັບທີມຢ່າງເປັນທາງການ ເມື່ອວັນທີ 3 ກຸມພາ 2021 ເພື່ອກຽມພ້ອມໃສ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2021.

ຫຼັງຈາກເປີດຕົວກັບທີມໃໝ່ ກຽງທະວີສັກ ໃຫ້ສໍາພາດກັບ ທີມຂ່າວເສດຖະກິດ-ການຄ້າ ວ່າ: ແນ່ນອນເປັນຄວາມພາກພູມໃຈທີ່ສຸດທີ່ໄດ້ຫຼິ້ນໃຫ້ກັບສະໂມສອນໃຫຍ່ຂອງ ສປປລາວ ຢ່າງ ລາວໂຕໂຢຕ້າ ເອັຟຊີ ເຊິ່ງອັນດັບທຳອິດ ຕ້ອງໄດ້ປັບໃຫ້ເຂົ້າລະບົບກັບທີມໃຫ້ໄວທີ່ສຸດ ເພື່ອພະຍາຍາມສ້າງຜົນງານໃຫ້ດີທີ່ສຸດໃຫ້ຕິດ 11 ໂຕຈິງໃຫ້ໄດ້ສາກ່ອນ. ຢ່າງໃດກໍຕາມ, ຖ້າມີໂອກາດກໍຈະສ້າງຜົນງານໃຫ້ອອກມາດີທີ່ສຸດ ເຖິງວ່າການມາຢູ່ກັບທີມໃຫຍ່ອາດຈະມີຄວາມກົດດັນບໍ່ໜ້ອຍກໍຫຼາຍ ແຕ່ກໍຈະພະຍາຍາມ.

“ ເປົ້າໝາຍທີ 2 ຄືກໍຄືໃນລາວລີກ 1 ກໍຈະເຮັດເພື່ອສະໂມສອນໃຫ້ອອກມາດີທີ່ສຸດ ເພາະ ລາວໂຕໂຢຕ້າ ປີນີ້ເນັ້ນສ້າງນັກເຕະເຍົາວະຊົນເປັນສ່ວນຫຼາຍ ເຮັດໃຫ້ທຸກຄົນມີໂອກາດ ແລະ ຈະທຸ່ມເທສຸດຄວາມສາມາດ ເພື່ອຫວັງພາທີມເປັນແຊັມໃຫ້ໄດ້, ສ່ວນອີກໜຶ່ງເປົ້າໝາຍຄື ຢາກໄດ້ໄປແຂ່ງຂັນກັບສະໂມສອນຕ່າງປະເທດຄັ້ງທໍາອິດກໍຄືລາຍການ ເອເອັຟຊີ ຄັບ 2021 ແນ່ນອນວ່າລາຍການດັ່ງກ່າວນ້ອງກໍຢາກໄປຫາປະສົບການ, ແລກປ່ຽນທັກສະກັບນັກເຕະໃນທີມຕ່າງປະເທດ ແລະ ເປັນໂອກາດຄັ້ງສໍາຄັນ ”ກຽງທະວີສັກ ກ່າວ.

ສໍາລັບ ກຽງທະວີສັກ ໄຊຊະນະປັນຍາ ເກີດວັນທີ 14 ມີນາ 1999 ທີ່ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ປະຈຸບັນຢູ່ບ້ານໄຊສົມບູນ ( ຫຼັກ 21 ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືວ່າເປັນນັກເຕະທີ່ມີປະສົບການ ແລະ ປະສົບຜົນສໍາເລັດກັບ ປກສ ເອັຟຊີ ນັບຕັ້ງແຕ່ປີ 2015 – 2018 ແລະ ປີ 2019 ຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ.

ສ່ວນຜົນງານໃນປີ 2020 ກຽງທະວີສັກ ຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ຖືວ່າເປັນນັກເຕະທີ່ແຈ້ງເກີດຢ່າງເຕັມຕົວ ໂດຍກາຍເປັນນັກເຕະຄົນທໍາອິດທີ່ຍິງປະຕູໃສ່ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ໄດ້ໃນລະດູການດັ່ງກ່າວ ກ່ອນທີ່ຈະຈົບລະດູການ 2020 ຍິງໄດ້ທັງໝົດ 8 ປະຕູ ພາ ມາສເຕີ 7 ເອັຟຊີ ຄວ້າຮອງແຊັມ ເປບຊີ ລາວລີກ 1 ໄປຄອງໄດ້ສໍາເລັດ, ໂດຍ 8 ປະຕູແມ່ນມາຈາກ 9 ນັດເທົ່ານັ້ນ ເນື່ອງຈາກນັດທີ 10 ກຽງທະວີສັກ ລົງສະໜາມບໍ່ຮອດ 5 ນາທີກໍໄດ້ຮັບບາດເຈັບໜັກ ກ່ອນທີ່ຈະພັກທັງລະດູການກໍຄືບໍ່ໄດ້ລົງອີກ 2 ນັດເຮັດໃຫ້ ກຽງທະວີສັກ ຢູ່ອັນດັບ 3 ຂອງດາວຍິງສູງສຸດໃນລະດູການດັ່ງກ່າວ, ສ່ວນດາວຍິງສູງສຸດເປັນຂອງ ແກ້ວວຽງເພັດ ລິດທິເດດ ກອງກາງຂອງ ມາສເຕີ 7 ເອັຟຊີ ກັບ ໂກເມຊ ກອງໜ້າຂອງ ລາວໂຕໂຢຕ້າ ເອັຟຊີ ທີ່ຍິງໄດ້ 12 ປະຕູເທົ່າກັນ.
ຂ່າວ: ຄໍາສອນ; ຮູບຈາກ: LAO Toyota F.C.