ອາກາດໜາວ ຍັງຕ້ອງອາບນ້ຳທຸກມື້ບໍ່ ພ້ອມເບິ່ງວິທີໃຫ້ຜິວງາມຍາມອາກາດໜາວ

285

ອາກາດໜາວ ນ້ຳກໍຍັງຕ້ອງອາບອີກບໍ? ເຄີຍມີຄວາມຮູ້ສຶກແບບນີ້ກັນ ຫຼື ບໍ່ ມື້ນີ້ຜູ້ຂຽນຈະມາໄຂຂໍ້ສົງໄສວ່າ ຍາມໜາວເຮົາຈຳເປັນຕ້ອງອາບນ້ຳທຸກມື້ບໍ່.
ສາເຫດທີ່ເຮົາຕ້ອງອາບນ້ຳ?
ເລີ່ມທຳອິດເຮົາມາເບິ່ງສາເຫດວ່າເປັນຫຍັງເຮົາຕ້ອງອາບນ້ຳ ກໍ່ຈະມີດັ່ງນີ້ ມີກິ່ນໂຕ, ຢາກຮູ້ສຶກສົດຊື່ນ ຫຼື ມີເຫື່ອອອກຫຼັງຈາກອອກກຳລັງກາຍ ຖ້າເປັນຕາມນີ້ເຮົາຈະບໍ່ອາບນ້ຳ ກໍຈະຢູ່ຍາກແນ່ ແຕ່ແນວໃດກໍບໍ່ໄດ້ມີກົດຕາຍຕົວທາງວິທະຍາສາດວ່າຄົນເຮົາຕ້ອງອາບນ້ຳຈັກເທື່ອຕໍ່ມື້ ຂຶ້ນຢູ່ກັບວ່າຜິວໜັງຂອງທ່ານມີຄວາມສົກກະປົກຫຼາຍໜ້ອຍປານໃດ.


ອີກທັງການອາບນ້ຳດຸ ກໍສາມາດເຮັດໃຫ້ຜິວຂອງເຮົາແຫ້ງແຕກ ຈົນອາດມີຄວາມສ່ຽງເຮັດໃຫ້ເຊື້ອແບັດທີເຣຍເຂົ້າມາທຳຮ້າຍຜິວຈົນດເກີດພະຍາດຜິວໜັງ ຫຼື ເຮັດໃຫ້ເກີດອາການແພ້ໄດ້ອີກ ໂດຍວິທີການເບິ່ງແຍງຜິວຍາມໜາວແມ່ນຄວນຫຼີກລຽງການອາບນ້ຳອຸ່ນຫຼາຍ ແລະ ຖູສະບູແຮງ ທີ່ສຳຄັນຢ່າລືມທາຄຣີມທາຜິວໃຫ້ຄວາມຊຸ່ມຊື່ນ ລວມໄປເຖິງດື່ມນ້ຳໃຫ້ຫຼາຍ ເນື່ອງຈາກໃນຊ່ວງຍາມໜາວອາກາດຈະແຫ້ງ ເຮັດໃຫ້ມີການສູນເສຍນ້ຳອອກຈາກທາງຜິວໜັງຫຼາຍຂຶ້ນ ຈຶ່ງຄວນດື່ມນ້ຳໃຫ້ຫຼາຍຂຶ້ນ ຢ່າງໜ້ອຍ 8-10 ຈອກຕໍ່ມື້.


ສຳລັບຄຣີມໃຫ້ຄວາມຊຸ່ມຊື່ນ ມອຍເຈີໄຣເຊີ ຄວນເລືອກໃຊ້ມອຍເຈີໄຣເຊີທີ່ເຂັ້ມຂຸ້ນຂຶ້ນກວ່າໃນຊ່ວງຍາມຮ້ອນ ໂດຍເບິ່ງສ່ວນປະສົມທີ່ເປັນສານໃຫ້ຄວາມຊຸ່ມຊື່ນເປັນຫຼັກ ເຊັ່ນ: ກລີເຊີຣີນ (glycerine), ຊໍບິທອລ (sorbitol), ເຊຣາມາຍ (ceramide) ໃນກໍລະນີທີ່ຜິວມີຄວາມແຫ້ງຫຼາຍ ອາດໃຊ້ມອຍເຈີໄຣເຊີທີ່ເປັນເນື້ອຂີ້ເຜິ້ງ ເຊິ່ງຈະສາມາດກັກເກັບຄວາມຊຸ່ມຊື່ນໃຫ້ກັບຜິວໄດ້ດີກວ່າແບບຄຣີມ ຫຼື ໂລຊັ່ນ ຫຼື ໃຊ້ນ້ຳມັນ ເຊັ່ນ: ນ້ຳມັນໝາກພ້າວທາຫຼັງອາບນ້ຳ ເຄັດລັບເລັກໆນ້ອຍໆ ຄວນທາມອຍເຈີໄຣເຊີພາຍຫຼັງອາບນ້ຳທັນທີ ເພື່ອເພີ່ມການດູດຊຶມທີ່ດີຍິ່ງຂຶ້ນນັ້ນເອງ.
ເຮົາຍັງຈຳເປັນຕ້ອງອາບນ້ຳທຸກມື້ບໍ່?
ການຮວບຮວມສະຖິຕິການອາບນ້ຳໃນຫຼາຍປະເທດພົບວ່າ ປະຊາກອນ 3 ໃນ 3 ໃນສະຫະລັດອາເມລິກາອາບນ້ຳທຸກມື້ ສ່ວນຄົນອອສເຕເລຍມີ 80 % ທີ່ອາບນ້ຳທຸກມື້ ໃນຂະນະທີ່ຄົນຈີນກວ່າເຄິ່ງໜຶ່ງຂອງປະເທດສະເລ່ຍອາບນ້ຳພຽງ 2 ເທື່ອຕໍ່ອາທິດເທົ່ານັ້ນ.


ວິທີເບິ່ງແຍງຜິວ (ເມື່ອອາບນ້ຳອຸ່ນ) ໃຫ້ງາມໃນຍາມໜາວ
ເວລາເຂົ້າຊ່ວງຍາມໜາວ ຫຼາຍໆຄົນກໍພາກັນທຳໃຈກັນຢູ່ດົນກັບການອາບນ້ຳແມ່ນບໍ່ ຈົນເຮັດໃຫ້ບາງຄົນເລືອກວິທີເພິ່ງການອາບນ້ຳອຸ່ນ ແຕ່ກໍຢ້ານວ່າການອາບນ້ຳອຸ່ນຈະເຮັດໃຫ້ຜິວເສຍ, ບໍ່ງາມ ຫຼື ເຖິງຂັັ້ນແຫ້ງ ລອກເປັນຂຸຍ ອີກທັງໃນບາງບຸກຄົນກໍເຮັດໃຫ້ຮູຂຸມຂົນກວ້າງອີກ ຜູ້ຂຽນກໍເລີຍໄດ້ນຳເອົາຂໍ້ຄວນລະວັງໃນການອາບນ້ຳອຸ່ນມາຝາກເອົາໄວ້ ລອງມາປະຕິບັດຕາມເບິ່ງຈະໄດ້ບໍ່ຕ້ອງວິຕົກກັງວົນກັບການອາບນ້ຳອີກຕໍ່ໄປ.
1. ຫາກອາບນ້ຳອຸ່ນ ບໍ່ຄວນໃຊ້ຜະລິດຕະພັນທຳຄວາມສະອາດຜິວທີ່ມີຟອງຫຼາຍໆ ເພາະຈະດຶງຄວາມຊຸ່ມຊື່ນໄປຈາກຜິວເຮົາໝົດ.
2. ບໍ່ຄວນເຊັດຖູຜິວແຮງໆ ເພາະຈະຍິ່ງເຮັດໃຫ້ຜິວລອກຫຼາຍຂຶ້ນ ຫຼື ຄວນໃຊ້ສະບູໜ້ອຍລົງ ເລືອກຜະລິດຕະພັນທີ່ໃຫ້ຄວາມຊຸ່ມຊື່ນຫຼາຍຂຶ້ນ ຖູແຕ່ບໍລິເວນຂໍ້ພັບ.


3. ຢ່າອາບນ້ຳທີ່ອຸ່ນຫຼາຍຈົນເກີນໄປ ເນື່ອງຈາກຄວາມຮ້ອນຂອງນ້ຳຈະໄປທຳລາຍໄຂມັນທີ່ປົກປ້ອງຜິວໜັງເຮັດໃຫ້ສູນເສຍຄວາມຊຸ່ມຊື່ນອອກໄປຈາກຜິວເພີ່ມຂຶ້ນ ແລະ ເກີດການລະຄາຍເຄືອງໄດ້ ຄວນອາບນ້ຳທີ່ອຸ່ນພຽງເລັກໜ້ອຍ ແລະ ໃຊ້ເວລາອາບບໍ່ດົນເກີນໄປ.
4. ເມື່ອອາບນ້ຳອຸ່ນໆ ດົນເກີນ 15 ນາທີ ຂຶ້ນໄປ ຈະເຮັດໃຫ້ເລືອດລົງມາຫຼໍ່ລ້ຽງຢູ່ຜິວໜັງ ສົ່ງຜົນໃຫ້ໄປລ້ຽງສະໝອງບໍ່ພຽງພໍ ເຮັດໃຫ້ອ່ອນເພຍ ວຽນຫົວອາເປັນລົມໄດ້.


5. ລະວັງການສະຜົມດ້ວຍນ້ຳອຸ່ນ ເພາະເຮັດໃຫ້ຜົມແຫ້ງ ແລະ ເກີດຂີ້ຫົວໄດ້ ຍິ່ງໃນຊ່ວງຍາມໜາວແມ່ນຈະເຮັດໃຫ້ຜົມ ແລະ ໜັງຫົວແຫ້ງຢູ່ແລ້ວ ຍິ່ງສະຜົມດ້ວຍນ້ຳອຸ່ນຍິ່ງເປັນການກະຕຸ້ນໃຫ້ຜົມແຫ້ງຟູ ແລະ ເກີດຂີ້ຫົວຂຶ້ນມາໄດ້ຫຼາຍກວ່າເກົ່ານຳອີກ ຖ້າຫາກຕ້ອງສະຜົມດ້ວຍນ້ຳອຸ່ນແທ້ໆ ກໍຄວນປະສົມກັບນ້ຳເຢັນ ເພື່ອສຸຂະພາບຜົມທີ່ດີກວ່າ.
6. ເມື່ອໃກ້ອາບນ້ຳແລ້ວ ໃນຊ່ວງທ້າຍໆ ໃຫ້ສະລັບເປີດນ້ຳເຢັນເພື່ອປິດຮູຂຸມຂົນ ແລະ ປັບສົມດຸນຂອງຜິວໜັງ ເຮັດໃຫ້ຜິວແຫ້ງເສຍໜ້ອຍລົງໄດ້ ແລະ ຫຼັງຈາກອາບນ້ຳແລ້ວ ຮີບເັຊດໂຕ ແລະ ທາຄຣີມມອຍເຈີໄຣເຊີທັນທີ ເພື່ອຜິວງາມຈະໄດ້ຢູ່ກັບທ່ານໄປດົນໆ.