ລາວ-ເກົາຫຼີ ຈະຮ່ວມສ້າງຂະແໜງຜະລິດຕະພັນຄວາມງາມໃນລາວ

115

ຂະແໜງຜະລິດຕະພັນຄວາມງາມຂອງລາວ ຫວັງເປັນຄູ່ຮ່ວມກັບສະມາຄົມ K-Beauty ເພື່ອພັດທະນາຜະລິດຕະພັນຄວາມງາມຂອງລາວ ໃຫ້ໄດ້ມາດຕະຖານ ເພື່ອນໍາມາວາງຂາຍຢູ່ຕະຫຼາດລາວ.

ທ່ານ ແຊມ ແມັງ ຮອງປະທານສະມາຄົມອຸດສາຫະກໍາ K-Beauty ກ່າວໃນງານວາງສະແດງຜະລິດຕະພັນສຸຂະພາບ ແລະ ຄວາມງາມ ເມື່ອວັນທີ 29 ທັນວາ 2020 ທີ່ຜ່ານມາວ່າ: K-Beauty ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016 ມາຮອດປີ 2018 ໄດ້ປ່ຽນຊື່ມາເປັນ ສະມາຄົມອຸດສາຫະກໍາ K-Beauty. ປັດຈຸບັນ ພວກເຮົາໄດ້ຮ່ວມມືກັບ ຈີນ, ຫວຽດນາມ, ຍີ່ປຸ່ນ ແລະ ຫວັງວ່າຈະໄດ້ເປັນຄູ່ຮ່ວມກັບ ສປປ ລາວ ປະເທດທີ່ມີສັກກະຍະພາບ ໃນການເຕີບໂຕຂອງຕະຫຼາດຜະລິດຕະພັນຄວາມງາມ.

ທ່ານ ທິລະກອນ ອານຸວົງ ຕົວແທນຂາຍຝ່າຍລາວ ກ່າວວ່າ: ພວກເຮົາໄດ້ມາເຄື່ອນໄຫວກ່ຽວກັບວຽກງານສຸຂະພາບ ແລະ ຄວາມງາມຢູ່ລາວ ເກືອບ 5ປີແລ້ວ ແຕ່ສະພາບໂດຍລວມຍັງເຕີບໂຕຊ້າ ເນື່ອງຈາກພວກເຮົາຍັງເປັນມືໃໝ່ ແລະ ເປັນຂະແໜງການໃໝ່ ສໍາລັບສິນຄ້າກ່ຽວກັບຄວາມງາມ.

ປັດຈຸບັນ ພວກເຮົາມີຕົວແທນຂາຍປະມານ 50ກວ່າຄົນ, ເຊິ່ງນັ້ນສະແດງໃຫ້ເຫັນວ່າ ທຸລະກິດກໍາລັງເຕີບໂຕ, ເນື່ອງຈາກພວກເຂົາເລີ່ມມີປະສົບການ, ມີຄວາມຮູ້, ເຂົ້າໃຈ ກ່ຽວກັບຜະລິດຕະພັນ K-Beauty ຫຼາຍຂຶ້ນ.

ທ່ານ ທິລະກອນ ອານຸວົງ ກ່າວອີກວ່າ: ສະມາຄົມ K-Beauty ຈະໃຫ້ຜົນປະໂຫຍດແກ່ທຸກຝ່າຍ ທັງຝ່າຍຂາຍ ແລະ ລູກຄ້າຜູ້ຊົມໃຊ້. ແນວໃດກໍ່ຕາມ ທາງ K-Beauty ຍັງຕ້ອງໄດ້ຈັດກິດຈະກໍາ, ໃຫ້ຄວາມຮູ້ ແນະນໍາຄຸນນະພາບ ແລະ ການຊົມໃຊ້ສິນຄ້າ ເພື່ອໃຫ້ຜູ້ຊົມໃຊ້ຮູ້ເຖິງຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້ານໍາອີກ. ປັດຈຸບັນສະມາຄົມຢູ່ໃນຂັ້ນຕອນການກະກຽມຮ່ວມມືດໍາເນີນທຸລະກິດຮ່ວມກັນ ເຊິ່ງຄາດວ່າຈະໄດ້ມີພິທີເປີດເປັນທາງການໃນອີກບໍ່ດົນນີ້.