ດີໃຈນໍາ! ປະຊາຊົນບ້ານດອນໂຂງ ເມືອງສະໜາມໄຊ 27ຄອບຄົວ ໄດ້ໃຊ້ໄຟຟ້າແລ້ວ

130

ສໍານັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ: ໃນວັນທີ 28 ມັງກອນ 2021 ນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ໄຟຟ້າ ໃຫ້ແກ່ປະຊາຊົນບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 27 ຄອບຄົວ.

ໂດຍເປັນກຽດເຂົ້າຮວ່ມຂອງທ່ານ ສົມໄຊ ສຸລິຍະວົງ ຮອງເຈົ້າເມືອງສະຫນາມໄຊ, ມີທ່ານ ສົມຫວັງ ສີລາເພັດ ຮອງຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ເດດສຸວັນ ມະໄລທອງ ຫົວຫນ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ພ້ອມດ້ວຍຄະນະສາຂາ, ພະນັກງານ, ວິຊາການໄຟຟ້າລາວ ຕະຫລອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ເດດສຸວັນ ມະໄລທອງ ໃຫ້ຮູ້ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ເລີ່ມຕິດຕັ້ງເສົາ ແລະ ຕາຂ່າຍໄຟຟ້າໃນວັນທີ 13 ຫາ ວັນທີ 22 ມັງກອນ 2021, ພ້ອມທັງຕິດຕັ້ງຕາຂ່າຍແຮງຕໍ່າ 0,4 ກິໂລວັດ ແລະ ຕິດຕັ້ງໝໍ້ແປງ 1 ໜ່ວຍ ລວມເປັນມູນຄ່າທັງໜົດ 250 ລ້ານກວ່າກີບ ຊຶ່ງໄດ້ສຳເລັດໃນເວລາ 10 ວັນ, ທົ່ວບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ມີ 39 ຫຼັງຄາເຮືອນ, ມີ 49 ຄອບຄົວ, ມີພົນລະເມືອງ 203 ຄົນ, ຍິງ 92 ຄົນ.

ທີ່ມາ: ຂ່າວສານປະເທດລາວ