ທ່ານທູດຍີ່ປຸ່ນເດີນທາງໄປຫົວພັນ ຢ້ຽມຢາມສວນຊາກຸຣະມິດຕະພາບ

176

ຢູ່ແຂວງຫົວພັນນອກຈາກຈະມີການຮ່ວມມືກັບຫຼາຍໂຄງການກັບປະເທດຍີ່ປຸ່ນໃນຖານະເທດເພື່ອນມິດແລ້ວ ຍັງມີສວນຊາກຸຣະ ມິດຕະພາບລາວ-ຍີ່ປຸ່ນທີ່ສ້າງຂຶ້ນມາເພື່ອເສີມຄວາມສຳພັນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງປະຈຸບັນກຳລັງແຕກດອກໃຫ້ທຸກຄົນທີ່ໄປຮອດຫົວພັນໄດ້ເຂົ້າໄປທ່ຽວຊົມ.

ໃນວັນທີ 25 ມັງກອນ 2021 ຜ່ານມາ ທ່ານທູດຍີ່ປຸ່ນປະຈໍາສປປ ລາວ, ທ່ານ ທາເກວາກະ ໄດ້ເດີນທາງໄປຢ້ຽມຢາມແຂວງຫົວພັນ ໃນນັ້ນທ່ານໄດ້ເຂົ້າພົບປະກັບທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງໆຫົວພັນ, ທ່ານທູດທາເກວະກະໄດ້ລາຍງານບັນດາໂຄງການທີ່ສະໜັບສະໜູນໂດຍຍີ່ປຸ່ນ ທີ່ກໍາລັງດໍາເນີນຢູ່ໃນແຂວງຫົວພັນ.

ພ້ອມດຽວກັນນີ້ທ່ານເຈົ້າແຂວງຫົວພັນກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ທັງສອງທ່ານຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນໃນບັນຫາບູລິມະສິດຕ່າງໆທີ່ກ່ຽວພັນກັບການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງນໍາອີກ.

ນອກຈາກນີ້, ທ່ານທູດ ທາເກວະກະຍັງໄດ້ມີໂອກາດໄປຢ້ຽມຊົມສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນ ແລະ ໄປຂາບໄຫວ້ເຂດອານຸສອນສະຖານປະທານ ໄກສອນ ພົມວິຫານຕື່ມອີກ.