ເຈົ້າແຂວງສະຫວັນນະເຂດລົງພື້ນທີ່ພ້ອມມອບເຄື່ອງຊ່ວຍເຫຼືອປະຊາຊົນ 7ບ້ານ ກຸ່ມອາເລົາ

140

ໃນວັນທີ 23 ມັງກອນ 2021 ນີ້ ການນຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ແລະ ພະແນກການອ້ອມຂ້າງແຂວງ ໄດ້ພົບປະໂອ້ລົມ ພ້ອມທັງມອບເຄື່ອງຊ່ວຍເຫຼືອໃຫ້ອໍານາດການປົກຄອງ ແລະ ປະຊາຊົນ 7 ບ້ານ ກຸ່ມອາເລົາເມືອງນອງ ແຂວງສະຫວັນນະເຂດ ໂດຍມີ ທ່ານ ລຳແກ້ວ ແສງໜູທອງ  ເຈົ້າເມືອງເມືອງນອງ ພ້ອມດ້ວຍບັນດາການນຳຂອງເມືອງໃຫ້ການຕ້ອນຮັບ, ເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ໂຮງຮຽນປະຖົມ ບ້ານອາເລົາໃຫຍ່.

ທ່ານ ບຸນເລື່ອມ ໄຊຍະເສດ, ກຳມະການພັກເມືອງ ເລຂາຄະນະພັກຮາກຖານຂອງກຸ່ມອາເລົາ ຕ່າງໜ້າໃຫ້ 7 ບ້ານ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ທາງຄະນະໄດ້ຮັບຊາບເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງປະຊາຊົນທັງ 7ບ້ານພາຍໃນກຸ່ມອາເລົາ, ໂດຍປະຊາຊົນຍຶດຖືອາຊີບການປູກຝັງ ເຮັດໄຮ່ເປັນຫຼັກ ແລະ ລ້ຽງສັດເປັນສຳຮອງ.  ເຊິ່ງອາຊີບຂອງເຂົາເຈົ້າເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ ແຕ່ບັນຫາຂໍ້ກົດໜ່ວງທ່ວງດຶງໃນການພັດທະນາຢູ່ເຂດນີ້ແມ່ນ ບັນຫາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງໄປມາຫາສູ່ກັນເພື່ອແລກປ່ຽນຊື້-ຂາຍສິນຄ້າຍັງພົບຄວາມຫຍຸ້ງຍາກຫຼາຍ ເສັ້ນທາງໄປໄດ້ພຽງລະດູດຽວ, ຕາໜ່າງການສື່ສານດ້ານໂທລະຄົມມະນາຄົມມີຄວາມຫຍຸ້ງຍາກ ກວມເອົາ30%, ໃນການນຳໃຊ້ກໍ່ບໍ່ທັນໄດ້ຕອບສະໜອງໄດ້, ດັ່ງນັ້ນຈຶ່ງສະເໜີໃຫ້ທາງຂັ້ນເທິງຊ່ວຍແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ.

ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ຖືໂອກາດໂອ້ລົມ ແລະໃຫ້ທິດຊີ້ນຳແກ່ອຳນາດການປົກຄອງໃນ7ໝູ່ບ້ານ ໂດຍເນັ້ນໃຫ້ມີຄວາມສາມັກຄີເປັນເອກະພາບກັນໃນທຸກໆດ້ານ; ເອົາໃຈໃສ່ຫັນຈາກອາຊີບຖາງປ່າເຮັດໄຮ່ມາເຮັດອາຊີບຄົງທີ່, ປູກຝັງອັນໃດທີ່ເຫັນວ່າຕະຫຼາດມີຄວາມຕ້ອງການ ແລະ ລ້ຽງສັດໃຫ້ຫຼາຍເພື່ອຂາຍກາຍເປັນສິນຄ້າ, ເອົາໃຈໃສ່ໃຫ້ລູກຫຼຫຼານໄດ້ເຂົ້າໂຮງຮຽນຢ່າງເປັນປົກກະຕິ, ດ້ານສຸກຂະອະນາໄມ ໃຫ້ຮັກສາສຸຂະພາບ, ຄອບຄົວໃດທີ່ມີເງື່ອນໄຂກໍ່ກະກຽມສ້າງວິດຖ່າຍ.

ໃນໂອກາດດຽວກັນ ທ່ານ ເຈົ້າແຂວງກໍ່ໄດ້ລະດົມເຄື່ອງຊ່ວຍເຫຼືອເພື່ອເປັນຂອງຝາກຂອງຕ້ອນໃຫ້ກັບອຳນາດການປົກຄອງບ້ານ ປະກອບມີ: ນ້ຳດື່ມ 700 ແພັກ, ເຄື່ອງນຸ່ງຮົ່ມ700ກວ່າຊຸດ, ນອກນີ້ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງກໍ່ຍັງໄດ້ມອບເສື້ອກັນໜາວຈຳນວນ 200 ໂຕຕື່ມນຳອີກ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ