ກຸ່ມນໍ້າໃຈລາວ ສະຫຼອງການເຕີບໃຫຍ່ ຄົບຮອບ 4 ປີ ພ້ອມປະກາດຄະນະປະທານຊຸດໃໝ່

109

ກຸ່ມນໍ້າໃຈລາວ ຫຼື ເດີຮາດຣ່ອກ ເອັຟຊີ ຈັດກິດຈະກຳແຂ່ງຂັນເຕະບານ ສະເພາະສະມາຊິກພາຍໃນ ເພື່ອສ້າງຂະບວນການສະເຫຼີມສະຫຼອງແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກຸ່ມດັ່ງກ່າວ ຄົບຮອບ 4 ປີ ທີ່ໄດ້ມີການເຄື່ອນໄຫວຊ່ວຍເຫຼືອສັງຄົມໃນໄລຍະຜ່ານມາ ພ້ອມທັງເລືອກຄະນະປະທານ ຊຸດໃໝ່ ປະຈຳປີ 2021.

ພິທີດັ່ງກ່າວ ໄດ້ມີຂຶ້ນ ເມື່ອວັນທີ 17 ມັງກອນ ຜ່ານມາ ທີ່ສະໜາມກີລາເຕະບານຫຍ້າທຽມຊ້າງ ເອັຟຊີ ( ຊ້າງ 3 ) ເຂົ້າຮ່ວມມີ ທ່ານ ພວງພັນ ພົມມະລາດ ປະທານກຸ່ມນໍ້າໃຈລາວ ຊຸດເກົ່າ ພ້ອມດ້ວຍຄະນະປະທານ ແລະ ບັນດາສະມາຊິກພາຍໃນກຸ່ມດັ່ງກ່າວ ຕະຫຼອດຮອດສະມາຊິກຄອບຄົວເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ການແຂ່ງຂັນເຕະບານສະເພາະສະມາຊິກພາຍໃນກຸ່ມນໍ້າໃຈລາວ ໄດ້ຈັດແບ່ງສະມາຊິກ ຈຳນວນ 40 ກວ່າຄົນແບ່ງອອກເປັນ 2 ທີມຄື ທຸກໆປີຜ່ານມາ ກໍຄື ທີມ ເອ ແລະ ທີມ ບີ ຜ່ານການແຂ່ງຂັນຜົນປະກົດວ່າ: ທີມ ເອ ໄລ່ເອົາຊະນະ ທີມ ບີ ໄປແບບສຸດມ່ວນ 5-3 ປະຕູ ສາມາດປ້ອງກັນແຊັມໄວ້ໄດ້ 3 ປີຊ້ອນ.

ຫຼັງຈາກນັ້ນ, ພາຍໃນງານກໍໄດ້ມີການສະຫຼຸບຜົນງານແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກຸ່ມ ໂດຍສະເພາະໃນໄລຍະຜ່ານມາເຄີຍປຸກລະດົມຂົນຂວາຍງົບປະມານ ແລະ ອຸປະກອນກີລາ ແລະ ສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຕ່າງໆ ນຳໄປຊ່ວຍເຫຼືອເມືອງປາກອູ ແຂວງຫຼວງພະບາງ, ເມືອງໂພນທອງ ແຂວງຈຳປາສັກ ແລະ ເມືອງສະໜາມໄຊ ແຂວງອັດຕະປື ທີ່ພໍ່ແມ່ປະຊາຊົນ ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດ.

ນອກນັ້ນ. ກໍໄດ້ມີພິທີປະກາດຜົນການເລືອກຕັ້ງຄະນະປະທານກຸ່ມນໍ້າໃຈລາວ ຊຸດໃໝ່ ຈຳນວນ 4 ທ່ານ ເຊິ່ງແມ່ນທ່ານ ສົມໃຈ ຫຼ່ຽມໄຊຍະຈັກ ໄດ້ຮັບເລືອກເປັນປະທານກຸ່ມນໍ້າໃຈລາວ ປະຈຳປີ 2021 ຄົນໃໝ່; ໂດຍມີທ່ານ ພວງພັນ ພົມມະລາດ, ທ່ານ ສຸລິກັນ ຫຼວງບຸນເຮືອງ ແລະ ທ່ານ ຄຳຊາຍ ພອນມີໄຊ ເປັນຮອງປະທານ.
ຂ່າວ: ສົງການ+ຄໍາສອນ; ຮູບ: ບົວລຽນ