ຊາວກະສິກອນເມືອງໄຊພູທອງ ປັກດໍາເຂົ້ານາແຊງສໍາເລັດແລ້ວ 95%

125

ໃນວັນທີ 18 ມັງກອນ 2021 ​ທ່ານ ບຸນ​ມາ ເທບ​ພູ​ໄຊ ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ-ປ່າ​ໄມ້ ເມືອງ​ໄຊ​ພູ​ທອງ ແຂວງ​ສະ​ຫວັນ​ນ​ເຂດ ​ລາຍງານໃຫ້​ຮູ້​ວ່າ: ຕາມແຜນການຂອງເມືອງໄຊພູທອງ ໂດຍສະເພາະແມ່ນການຜະລິດລະດູແລ້ງ ປູກເຂົ້ານາແຊງ 284,4 ເຮັກຕາ, ແຜນແນວພັນ 17.064 ກິໂລ. ສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ ຜົນຜະລິດໃຫ້ໃດ້ 1.279,8 ໂຕນ. ສໍາລັບແຜນປູກພືດລະດູແລ້ງ 1.109,85 ເຮັກຕາ.

ພາບປະກອບຂ່າວເທົ່ານັ້ນ

ມາ​ຮອດ​ປັດ​ຈຸ​ບັນ, ຊາວ​ກະ​ສິ​ກອນ​ສາ​ມາດ​ຕົກກ້າ​ໄດ້ 11.247 ກິໂລ, ໃນເນື້ອທີ່ 187,46 ເຮັກຕາ ເພີ່ມໃນອາທິດນີ້ 2.718 ກິໂລ, ເນື້ອທີ່ 54,3ເຮັກຕາ, ນາຢອດ 8,5ເຮັກຕາ, ແນວປູກ 510 ກິໂລ, ນາຫວ່ານ 6,9 ເຮັກຕາ, ແນວປູກ 414 ກິໂລ; ປັກດຳແລ້ວ 95% ເທົ່າກັບ 178,08 ເຮັກຕາ, ຂອງເນື້ອທີ່ຕົກກ້າໄດ້ 187,46 ເຮັກຕາ.

ພາບປະກອບຂ່າວເທົ່ານັ້ນ

ສ່​ວນວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໄຖກົບຕໍເຟືອງ 78,62 ເຮັກຕາ, ປັບນາໄຮ່ນ້ອຍເປັນໄຮ່ໃຫ່ຍ 35,7ເຮັກຕາ ໄປ​ຄຽງ​ຄູ່​ກັນ​ນັ້ນວຽກງານປູກພືດລະດູແລ້ງ 2020-2021​ ໄດ້ແລ້ວ 805,33ເຮັກຕາ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງ ສະຫວັນນະເຂດ