ຊົມເຊີຍ! ປີຜ່ານມາ ຂະແໜງການອຸດສາຫະກໍາປຸງແຕ່ງ ຂອງອັດຕະປື ສ້າງວຽກເຮັດງານທຳໄດ້ກວ່າ 2 ພັນຄົນ

265

ພຽງ 1ປີ ຂະແໜງການອຸດສາຫະກໍາປຸງແຕ່ງ ຂອງແຂວງອັດຕະປື ສາມາດສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນພາຍໃນແຂວງເຖິງ 2ພັນກວ່າຄົນ ຂະນະທີ່ມີໂຮງງານປຸງແຕ່ງອຸດສາຫະກໍາ 200ກວ່າແຫ່ງ ທີ່ມີມູນຄ່າການລົງທຶນ 2ພັນຕື້ກວ່າດກີບ.

ແຫລ່ງຂ່າວຈາກແຂວງອັດຕະປື ລາຍງານໃຫ້ຮູ້ວ່າ: ປີຜ່ານມາ, ທົ່ວແຂວງມີໂຮງງານອຸດສາຫະກໍາປຸງແຕ່ງ 255 ແຫ່ງ ແລະ ມີມູນຄ່າການລົງທຶນ 2.182 ຕື້ກີບ ຊຶ່ງໂຮງງານອຸດສາຫະກໍາດັ່ງກ່າວໄດ້ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງຫລາຍກວ່າ 2 ພັນຄົນ.

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ 1 ເມື່ອບໍ່ດົນມານີ້ວ່າ: ນອກຈາກນີ້ຍັງໄດ້ປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ຕາມຄໍາສັ່ງເລກທີ15/ນຍ ຈາກ 36 ແຫ່ງເຫລືອ 32 ແຫ່ງ. ຂະນະທີ່ບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ໄດ້ຮັບການເອົາໃຈໃສ່ຊຸກຍູ້ສົ່ງເສີມກ້າວສູ່ຄຸນນະພາບ, ການສົ່ງເສີມສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ສາມາດຮັບຮອງຜະລິດຕະພັນໂອດັອບໄດ້ 6 ຜະລິດຕະພັນ ທັງໄດ້ສົ່ງອອກໄປທົດລອງຂາຍຢູ່ຕະຫລາດຕ່າງປະເທດຈຳນວນໜຶ່ງ.

ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ບັນລຸມູນຄ່າ 385 ກວ່າຕື້ກີບ ລື່ນແຜນ 10%, ຜົນຜະລິດທີ່ພົ້ນເດັ່ນລວມມີຜະລິດຕະພັນໄມ້, ນໍ້າຕານຊາຍ, ຢາງພາລາ. ສ່ວນມູນຄ່າການຈໍລະຈອນສິນຄ້າ ຂາຍຍົກ-ຂາຍຍ່ອຍ ບັນລຸ 6.386 ກວ່າຕື້ກີບ,ໃນນີ້ເດັ່ນກ່ວາໜູ່ແມ່ນວັດຖຸມີຄ່າ ແລະ ເຄື່ອງປະດັບ, ຖັດມາແມ່ນສະບຽງອາຫານ.

ເຈົ້າແຂວງອັດຕະປື ກ່າວຕື່ມວ່າ: ປີ 2021 ຈະສູ້ຊົນສົ່ງອອກໃຫ້ໄດ້ມູນຄ່າ 117 ກວ່າລ້ານໂດລາ, ໃນນີ້ສົ່ງອອກກະແສໄຟຟ້າ 70 ລ້ານໂດລາ, ຜະລິດຕະພັນໄມ້ 11 ລ້ານໂດລາ, ນໍ້າຕານຊາຍ 13 ລ້ານໂດລາ, ຢາງພາລາ 16 ລ້ານໂດລາ, ສິນຄ້າກະສິກໍາ 7 ລ້ານໂດລາ, ສ່ວນມູນຄ່າການນໍາເຂົ້າບໍ່ໃຫ້ເກີນ 4 ລ້ານກວ່າໂດລາ ໂດຍສິນຄ້າທີ່ຈະນໍາເຂົ້າຕົ້ນຕໍ ແມ່ນພາຫະນະຮັບໃຊ້ການຜະລິດທາງກົງ, ກົນຈັກ ແລະ ອຸປະກອນທັງຈະໄດ້ສົ່ງເສີມກຸ່ມຜະລິດ 5 ເມືອງທີ່ມີເປົ້າໝາຍຜະລິດເປັນສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນໃຫ້ຫລາຍຂຶ້ນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ