ຄັກສຸດ! ວຽງຈັນ ເອັຟຊີ ຄວ້າຕົວນັກເຕະເຂີຍແຂວງວຽງຈັນ ຈາກທີມແຂວງຈໍາປາສັກ ຮ່ວມທີມ

206

ສະໂມສອນ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ດຶງຕົວ ພູວຽງ ພູນສະຫວັດ ນັກເຕະກອງກາງຂອງທີມແຂວງຈໍາປາສັກ ຊຸດແຊັມບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ເມື່ອທ້າຍປີ 2020 ມາຮ່ວມທີມເປັນທີ່ຮຽບຮ້ອຍ ເພື່ອກຽມພ້ອມລຸຍການແຂ່ງຂັນ ເປບຊີ ລາວລີກ 1 ໃນລະດູການ 2021.

ອີງຕາມເພຈ໌ບຸກທາງການຂອງ ສະໂມສອນ ວຽງຈັນ ເອັຟຊີ ປະກາດໃນຕົ້ນອາທິດນີ້ວ່າ: ສະໂມສອນ ວຽງຈັນ ເອັຟຊີ ສຳເລັດການດຳເນີນການຄວ້າຕົວ ພູວຽງ ພູມສະຫວັດ ນັກກີລາບານເຕະທີມຊາດ ຮຸ່ນອາຍຸ19 ປີ ແລະ ຜົນງານຫຼ້າສຸດພາທີມ ແຂວງຈຳປາສັກ ຄວ້າແຊັມລາຍການຂັນວັນຊາດ 2 ທັນວາ ຄົບຮອບ 45 ປີ.

ວຽງຈັນ ເອັຟຊີ ຍັງລະບຸເຖິງເຫດຜົນທີ່ ພູວຽງ ຕັດສິນໃຈຮ່ວມທາງສາຍດຽວກັບ ວຽງຈັນ ເອັຟຊີ ປະຈຳປີນີ້ ຍ້ອນຕົນເອງຢາກຫາປະສົບການອັນໃໝ່ ແລະ ພິເສດແມ່ນເປັນເຂີຍ ເມືອງວັງວຽງ ແຂວງວຽງຈັນ ອີກດ້ວຍ.

ພູວຽງ ພູນສະຫວັດ ເກີດວັນທີ 12 ທັນວາ 2000 ສູງ 169 ຊັງຕີແມັດ ແລະ ໜັກ 70 ກິໂລກຣາມ ຫຼິ້ນຕໍາແໜ່ງກອງກອງກາງ ສະໂມສອນຫຼ້າສຸດແມ່ນຫຼິ້ນໃຫ້ ທີມສະມາຄົມ ຫວຽດນາມ ພາທີມຄວ້າຮອງແຊັມບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ເມື່ອທ້າຍປີທີ່ຜ່ານມາ ແລະ ກໍພາທີມແຂວງຈໍາປາສັກ ຄວ້າແຊັມບານເຕະທົ່ວປະເທດ ຊີງຂັນວັນຊາດ ໃນທ້າຍປີທີ່ຜ່ານມາເຊັ່ນດຽວກັນ.

ສ່ວນຜົນງານໃນທີມຊາດລາວ ແມ່ນຕິດທີມຊາດ ຢູ 15 ບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ 2017, ຢູ 16, ຢູ 17 ເຄີຍເຂົ້າຮ່ວມການແຂ່ງຂັນບານເຕະ Jenesys 2018 ຢູ່ທີ່ປະເທດ ຍີ່ປຸ່ນ ແລະ ຢູ 19 ປີ ເຂົ້າລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ສາມາດຜ່ານເຂົ້າຮອບສຸດທ້າຍ ໂດຍຈະແຂ່ງຂັນໃນປີ 2021 ທີ່ປະເທດອຸດສະເບກິດສະຖານ.

ແນ່ນອນປີ 2021 ພູວຽງ ຈະໄດ້ຂຶ້ນມາຫຼິ້ນໃນລີກສູງສຸດຂອງ ສປປ ລາວ ກັບພາລະກິດພາ ວຽງຈັນ ເອັຟຊີ ໄລ່ລ່າຄວາມສໍາເລັດໃນລາວລີກ 1 ປະຈໍາປີ 2021 ຄາດວ່າຈະເປີດສາກຂຶ້ນໃນວັນທີ 6 ມີນາ – 11 ກັນຍາ 2021, ສ່ວນຜົນງານປີ 2020 ທີ່ຜ່ານມາ ວຽງຈັນ ເອັຟຊີ ລົງສະໜາມ 12 ນັດຊະນະ 3, ສະເໝີ 3 ແລະ ເສຍ 6 ນັດມີ 12 ຄະແນນຢູ່ອັນດັບທີ 6 ຂອງຕາຕະລາງຄະແນນ ຈາກທີມເຂົ້າຮ່ວມທັງໝົດ 7 ທີມ. ຢ່າງໃດກໍຕາມ ປີນີ້ ວຽງຈັນ ເອັຟຊີ ເປັນທີ່ໜ້າຕິດຕາມທີ່ສຸດ ເພາະມີແຜນທຸ່ມເງິນສ້າງທີມຢ່າງໜັກ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ