ສຶກສາກອງປະຊຸມພັກປະຊາຊົນປະຕິວັດລາວ ກ່ອນຮອດກອງປະຊຸມຄັ້ງທີ XI

409

ກ່ອນຈະຮອດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຊິ່ງຈະດຳເນີນແຕ່ວັນທີ 13-15 ມັງກອນ 2021 ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່ເຮົາມາສຶກສາປະຫວັດຄວາມເປັນມາຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວສາກ່ອນວ່າກ່ອນມາຮອດມື້ນີ້ໄດ້ຜ່ານຂະບວນວິວັດຫຍັງແດ່!

ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ (ວັນທີ 27-29/3/1991) ເປັນກອງປະຊຸມທີ່ເຮັດໃຫ້ແນວທາງປ່ຽນແປງໃໝ່ກາຍເປັນອັນສົມບູນກວ່າເກົ່າ ດຊິ່ງໄດ້ດຳເນີນ ແຕ່ວັນທີ 27-29/03/1991, ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ໄກສອນ ພົມວິຫານ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ມີຜູ້ແທນເຂົ້າຮ່ວມ 367 ສະຫາຍ ທີ່ມາຈາກຂະແໜງການ, ທ້ອງຖິ່ນ ແລະ ຮາກຖານຕ່າງໆ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ຈຳນວນ 60.000 ສະຫາຍ ໃນທົ່ວປະເທດ.


ໃນກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ 59 ສະຫາຍ, ໃນນັ້ນ ສຳຮອງ 4 ສະຫາຍ, ມີການປ່ຽນແປງແນວທາງການຈັດຕັ້ງຈຳນວນໜຶ່ງ, ເປັນຕົ້ນປ່ຽນຈາກເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ມາເປັນປະທານຄະນະບໍລິຫານງານສູນກາງພັກ ໂດຍໄດ້ເລືອກເອົາ ສະຫາຍ ໄກສອນ ພົມວິຫານ ເປັນປະທານ; ເລືອກຕັ້ງເອົາກົມການເມືອງ 11 ສະຫາຍ, ສ່ວນຄະນະເລຂາທິການນັ້ນ ເນື່ອງຈາກວ່າບໍ່ມີເລຂາທິການໃຫຍ່ ຈຶ່ງບໍ່ຈຳເປັນມີຄະນະເລຂາອີກ, ແຕ່ໄດ້ເລືອກຕັ້ງເອົາສະຫາຍ ປະທານຄະນະບໍລິຫານງານສູນກາງພັກ ເປັນຜູ້ປະຈໍາການ ຂອງຄະນະບໍລິຫານງານສູນກາງພັກ.

ເນື້ອໃນຫຍໍ້ຂອງມະຕິໃນກອງປະຊຸມໄດ້ກຳນົດລັກສະນະ ແລະໄລຍະຂອງການປະຕິວັດປະເທດເຮົາ ໃນໄລຍະປັດຈຸບັນວ່າ :  ແມ່ນໄລຍະແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.

ທິດທາງໜ້າທີ່ລວມ: ສືບຕໍ່ສ້າງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງ ອັນດຽວຂອງປວງຊົນລາວທັງຊາດ ບົນພື້ນຖານພັນທະພາບກຳມະກອນ-ກະສິກອນ ແລະ ປັນຍາຊົນ ນັກຮຽນຮູ້ ພາຍໃຕ້ການນຳພາ ຂອງພັກ; ຕັ້ງໜ້າສົ່ງເສີມເສດຖະກິດຫລາຍພາກສ່ວນ ແນໃສ່ຂະຫຍາຍກຳລັງການຜະລິດ ຢ່າງແຂງແຮງ, ຫັນປ່ຽນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດສິນຄ້າ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳຂອງປະຊາຊົນເຜົ່າຕ່າງໆ ນັບມື້ນັບດີຂຶ້ນ.


ເສີມຂະຫຍາຍປະຊາທິປະໄຕ ໃນທຸກຂົງເຂດຊີວິດສັງຄົມ, ເຊີດຊູບົດບາດຂອງບັນດາອົງການຈັດຕັ້ງ ມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ; ກໍ່ສ້າງກົງຈັກລັດໃຫ້ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ທີ່ເຄື່ອນໄຫວຕາມລັດຖະທຳມະມູນ ແລະ ກົດໝາຍ; ເພີ່ມທະວີບົດບາດ ການນຳພາຂອງພັກ ໃນລະບົບການເມືອງຢ່າງບໍ່ຢຸດຢັ້ງ; ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງຊາດ ແລະ ລະບອບໃໝ່ໄວ້ໃຫ້ໝັ້ນຄົງ, ຮັບປະກັນ ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.


ສືບຕໍ່ເປີດກວ້າງການພົວພັນ ແລະ ການຮ່ວມມືກັບນາໆປະເທດ ແລະ ບັນດາອົງການຈັດຕັ້ງສາກົນ; ທັງໝົດເຫລົ່ານັ້ນ ເພື່ອສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ, ປະກອບສ່ວນເຂົ້າໃນພາລະກິດ ການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.

ກອງປະຊຸມໄດ້ກຳນົດທັດສະນະພື້ນຖານ ກ່ຽວກັບການປ່ຽນແປງໃໝ່ລະບົບການເມືອງເຊັ່ນ: ການປ່ຽນແປງໃໝ່ລະບົບການເມືອງຢູ່ປະເທດເຮົາ “ບໍ່ໝາຍຄວາມວ່າ ຕ້ອງປ່ຽນແປງຈາກລະບອບການເມືອງນີ້ ດ້ວຍລະບອບການເມືອງອື່ນ, ແຕ່ຫາກແມ່ນ ການບູລະນະການຈັດຕັ້ງ ຂອງລະບົບການເມືອງປະຊາທິປະໄຕ ປະຊາຊົນ ແລະ ປ່ຽນແປງໃໝ່ແບບວິທີເຄື່ອນໄຫວຂອງມັນ ບົນພື້ນຖານການກຳນົດພາລະບົດບາດ, ໜ້າທີ່ຂອງແຕ່ລະອົງປະກອບໃຫ້ຈະແຈ້ງ…


ທິດນຳຂອງການປ່ຽນແປງໃໝ່ລະບົບການເມືອງ ຄື : ຮັບປະກັນລັກສະນະສືບທອດ ແລະ ຂະຫຍາຍຕົວ, ຕ້ານແນວຄິດຮັກສາເດີມ ແລະ ທ່າອ່ຽງ ປະຕິເສດ ຢ່າງສິ້ນເຊີງ ບັນດາຜົນງານທີ່ຍາດມາໄດ້; ດຳເນີນໄປເປັນແຕ່ລະບາດກ້າວ ດ້ວຍຄວາມຮອບຄອບ, ໜັກແໜ້ນ, ບໍ່ກະທົບກະເທືອນທີ່ຮ້າຍແຮງດ້ານສັງຄົມ ແລະ ຈິດຕະສາດ, ຮັບປະກັນ ສະຖຽນລະພາບຂອງປະເທດຊາດ; ດຳເນີນໄປຢ່າງຄົບຊຸດ ມີການປະສານສົມທົບຢ່າງກົມກຽວ ລະຫວ່າງ ການປ່ຽນແປງໃໝ່ ໃນຂົງເຂດຕ່າງໆດ້ວຍກັນ; ເຊີດຊູຄຸນນະພາບ ແລະ ກໍາລັງແຮງໃໝ່ໃຫ້ທຸກອົງການຈັດຕັ້ງ.


ກອງປະຊຸມໄດ້ຮັບຮອງ ແລະ ໄດ້ຢືນຢັນ ເຖິງ 5 ຫລັກການ ແລະ ສາມທິດນຳ ກ່ຽວກັບການສ້າງພັກໃນໄລຍະໃໝ່ຄື: ພັກປະຊາຊົນປະຕິວັດລາວ ເອົາບັນດາຫລັກມູນທີ່ມີລັກສະນະທົ່ວໄປ ຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີຂອງຕົນ, ນອກຈາກນັ້ນ ກໍ່ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາຂອງມວນມະນຸດ, ໝູນໃຊ້ທິດສະດີວິທະຍາສາດ ແລະ ບົດຮຽນຂອງປະເທດຕ່າງໆ ໃຫ້ແທດເໝາະກັບພຶດຕິກໍາ ແລະ ເງື່ອນໄຂ ຕົວຈິງຂອງ ປະເທດເຮົາ, ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ນ້ໍາໃຈສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ສົມທົບລັດທິຮັກຊາດອັນແທ້ຈິງກັບ ລັດທິສາກົນ ອັນຜ່ອງໃສ; ພັກຈັດຕັ້ງຕາມຫລັກການ ລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ພັກມີລະບຽບວິໄນເຂັ້ມງວດ; ພັກຖືຄວາມສາມັກຄີ ອັນໜຶ່ງອັນດຽວເປັນຫລັກການພື້ນຖານ; ຖືເອົາການຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນ ແຫ່ງການເຄື່ອນໄຫວ ແລະ ຂະຫຍາຍຕົວຂອງຕົນ; ພັກເຄື່ອນ ໄຫວຕາມແນວທາງມະຫາຊົນ, ອີງໃສ່ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ, ສົມທົບການ ກໍ່ສ້າງພັກ ທັງໃນ 3 ດ້ານ ຄື: ການເມືອງ, ແນວຄິດ ແລະ ການຈັດຕັ້ງ.

ຂອບໃຈຂໍ້ມູນຈາກ: Lao National Radio