ສະຫວັນນະເຂດທຸ້ມງົບ 7 ຕື້ກວ່າກີບເຂົ້າວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

245

ອີງຕາມບົດລາຍງານຂອງທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ10 ຂອງ ສະພາປະຊາຊົນແຂວງຊຸດທີ I ໄດ້ໃຫ້ຮູ້ກ່ຽວ ກັບວຽກງານການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງແຂວງໃນປີ 2020 ວ່າ: ໃນໄລຍະ1 ປີຜ່ານມານີ້, ແຂວງ ສະຫວັນນະເຂດ ໄດ້ສຸມໃສ່ສ້າງທຸກເງື່ອນໄຂ ເພື່ອໃຫ້ເມືອງນອງ ເປັນເມືອງພົ້ນທຸກຕາມມະຕິຂອງສະພາຮັບຮອງ ຊຶ່ງໄດ້ຈັດສັນຫຼາຍແຫຼ່ງທຶນເຂົ້າໃນການພັດທະນາ 23 ໂຄງການ ມູນຄ່າ 7,18 ຕື້ກີບ ໃນນັ້ນ ມີທຶນງົບປະມານຂອງລັດ 6 ໂຄງການ ມູນຄ່າ 2,9 ຕື້ກີບ, ທຶນປະກອບສ່ວນຈາກນັກທຸລະກິດ 3 ໂຄງ ການ ມູນຄ່າ 2 ຕື້ກີບ ແລະ ທຶນຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ 13 ໂຄງການ ມູນຄ່າ 1,88 ຕື້ກີບ.

ສິ່ງທີ່ພົ້ນເດັ່ນໃນຂະບວນການສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ ແມ່ນການປະຕິບັດໂຄງການ ຮ່ວມໃຈສາຍໃຍ-ໂລມາຄຳ ໂດຍທຶນສະໜັບສະໜູນຂອງ ທ່ານ ເກຍ ອູ໊ສິດທິເດດ ແລະ ທ່ານ ສາຍສະໝອນ ກວານ ເມືອງຈັນ ຊຶ່ງໄດ້ສຳເລັດ ການກໍ່ສ້າງຊົນລະປະທານ ຂະໜາດນ້ອຍ 2 ແຫ່ງ, ປັບປຸງ ໜອງສະລວມຂອງບ້ານ 1 ແຫ່ງ, ເຈາະນ້ຳບາດານ 10 ບໍ່, ສະໜອງແນວພັນພືດ, ແນວ ພັນສັດ, ເຄື່ອງມືການຜະລິດ ແລະແນະນຳທາງດ້ານເຕັກນິກໃຫ້ແກ່ປະຊາຊົນ ເພື່ອສ້າງອາຊີບໃຫ້ແກ່ປະຊາຊົນຈຳນວນ 142 ຄອບຄົວໃນ 2 ບ້ານຄື: ບ້ານປະແນະ ແລະບ້ານຕະຢົງ ພ້ອມນັ້ນ, ກໍ່ຍັງໄດ້ມີການສົ່ງເສີມທາງດ້ານຫັດຖະກຳຕ່ຳ ຫູກໃຫ້ແກ່ປະຊາຊົນ 2 ບ້ານ ດັ່ງກ່າວຈຳນວນ 49 ຄອບຄົວ.

ລວມງົບປະມານທັງໝົດຂອງ ໂຄງການ 1,85 ຕື້ກີບ ຈາກນີ້ກໍ່ມີບໍລິສັດລາວມີໄຊ ເລີ່ມສະໜອງແນວພັນໝູ ແລະສະ ພາການຄ້າ-ອຸດສາຫະກຳແຂວງກະກຽມໃຫ້ການຊ່ວຍ ເຫຼືອໂຄງການສົ່ງເສີມປູກກ້ວຍ; ຜ່ານການກວດກາ ແລະ ປະເມີນຄືນສະພາບພົ້ນທຸກເຫັນ ວ່າໃນປີ 2020 ເມືອງນອງ ມີຄອບຄົວພົ້ນທຸກທັງໝົດ 408 ຄອບຄົວ, ເພີ່ມຂຶ້ນຈາກ ປີຜ່ານມາ 72 ຄອບຄົວ, ສຳ ລັບຂັ້ນບ້ານແມ່ນຍັງບໍ່ທັນ ເພີ່ມ ຂຶ້ນ.

ສຳລັບການສ້າງບ້ານ ໃຫ້ມີເງື່ອນໄຂບັນລຸມາດຕະຖານບ້ານພົ້ນທຸກທົ່ວແຂວງ ຕາມດຳລັດ 348/ລບ ໃຫ້ໄດ້ 20 ບ້ານ(ເມືອງນອງ 15 ບ້ານ, ເຊໂປນ 5 ບ້ານ) ເຫັນວ່າມີຫຼາຍມາດຕະຖານຂອງບ້ານພົ້ນທຸກ ສາມາດບັນລຸໄດ້, ຖ້າທຽບໃສ່ 8 ມາດຕະຖານຂອງດຳລັດ 348/ລບ ເຫັນວ່າມີ 14 ບ້ານ ທີ່ສາມາດບັນລຸໄດ້ 7 ມາດຕະຖານ ແລະ ມີ 6 ບ້ານບັນລຸໄດ້ 6 ມາດຕະຖານ, ສຳລັບມາດຕະຖານ ທີ່ຍັງຄ້າງມີ 2 ມາດຕະຖານຄື: 1 ຄອບຄົວ ພົ້ນທຸກກວມ 70% ຂອງຈຳນວນຄອບຄົວທັງໝົດໃນບ້ານ; 2 ມີການແລກປ່ຽນຊື້-ຂາຍສິນຄ້າປົກກະຕິ.

ພາບປະກອບຂ່າວເທົ່ານັ້ນ
ນອກຈາກນີ້, ພວກເຮົາ ຍັງໄດ້ສຳເລັດການລົງສຳຫຼວດ-ເກັບກຳຂໍ້ມູນຂັ້ນຄອບຄົວຕາມດຳລັດ 348/ລບ ແລະ ໄດ້ຈັດກອງປະຊຸມເພື່ອປະເມີນ-ຮັບຮອງຢ່າງເປັນທາງການ; ຊຶ່ງຜົນການປະເມີນເຫັນວ່າທົ່ວແຂວງມີຄອບ ຄົວພົ້ນ ທຸກທັງໝົດ 124.040 ຄອບຄົວ, ກວມ 75,5%, ມີ ຄອບຄົວພັດທະນາ 83.073 ຄອບຄົວ, ກວມ 50,5%, ມີບ້ານພົ້ນທຸກທັງໝົດ 616 ບ້ານ, ກວມ 60,1% ແລະບ້ານ ພັດທະນາ 30 ບ້ານ, ກວມ 2,93%ຂອງຈຳນວນບ້ານໃນ ທົ່ວແຂວງ(1.024 ບ້ານ).

ຂໍ້ມູນຈາກ: ສະຫວັນພັດທະນາຂ່າວ