ຫົວໜ້າອະນຸກໍາມະການໂຄສະນາ ແລະ ຂະບວນການລົງກວດກາຄວາມ​ພ້ອມການປະດັບປະດາຕົວເມືອງ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

253

ໃນວັນທີ 8 ມັງກອນ 2021, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ,ທັງເປັນຫົວໜ້າອະນຸກໍາມະການໂຄສະນາ ແລະ ຂະບວນການ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາຄວາມພ້ອມວຽກງານ ປະດັບປະດາດອກໄມ້, ດອກໄຟ, ທຸງຊາດ, ທຸງພັກ, ທຸງທິວ ​ຢູ່ຈຸດໜ້າຫໍປະຊຸມແຫ່ງຊາດ, ຕາມເສົາໄຟຟ້າ ແລະ ປ້າຍຄໍາຂັວນຂ້າມທາງຖະໜົນໄກສອນພົມ ວິຫານ.

ປະດັບປ້າຍຄໍາຂັວນຫ້ອຍຕາມເສົາໄຟຄູກາງຖະໜົນລ້ານຊ້າງ, ປະດັບໄຟໃສ່ຕົ້ນ ໄມ້ເສັ້ນ ທາງລ້ານຊ້າງ ແລະ ໄກສອນພົມວິຫານ, ປະດັບທຸງວົງ ວຽນ 450 ປີ, ຕາມຖະໜົນສຸພານຸວົງ, ຖະໜົນເສດຖາ ແລະ ຖະໜົນທ່າເດື່ອ(ວົງວຽນຈິ່ນາຍໂມ້) ແລະ ວຽກ​ງານອະນາໄມຕົວເມືອງ ເພື່ອຮັບໃຊ້ໃຫ້ແກ່ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງຄາດວ່າຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ.

.

ຜ່ານ​ການ​ລົງ​ກວດກາ​ຄັ້ງ​ນີ້, ບັນດາອະນຸກຳມະການປະດັບປະດາຕົວເມືອງ ໄດ້ລາຍງານຄວາມພ້ອມຂອງໜ້າວຽກດ້ານຕ່າງໆ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດຮັບຊາບ ແລະ ມີທິດຊີ້ນຳເພີ່ມຕື່ມ, ເຊິ່ງໂດຍລວມແມ່ນມີຄວາມພ້ອມ ​ສະອາດ​ ຈົບງາມ​ແລ້ວ​ກວ່າ 80 % ​ແລະ ຄາດ​ວ່າຍັງມີບາງໜ້າວຽກທີ່ກຳລັງຂຸ້ນຂ້ຽວສືບຕໍ່ປະຕິບັດໃຫ້ສຳເລັດ​​ກ່ອນ​ຮອດ​ມື້​​ເປີດ​ກອງ​ປະຊຸມ 100%.

.