ແຈ້ງຜູ້ໃຊ້ນໍ້າປະປາໃນ 3ເມືອງນີ້ ໃຫ້ໂຕ່ງນໍ້າໄວ້ເພາະ 10ມັງກອນ ນໍ້າອາດມາໜ້ອຍ ແລະບໍ່ພໍໃຊ້

215

ລັດວິສາຫະກິດນໍເາປະປາ ນະຄອນຫຼວງວຽງຈັນ ອອກແຈ້ງການເຖິງບັນດາບໍລິສັດ, ຫົວຫນ່ວຍທຸລະກິດ, ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພະແນກການຕ່າງໆ ທີ່ຊົມໃຊ້ນ້ໍາປະປາ ກ່ຽວກັບແຮງດັນນ້ໍາປະປາ ຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ນ້ໍາປະປາ ໃນບາງເຂດ ຂອງເມືອງ ໄຊທານີ, ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 10 ມັງກອນ 2011.

ໂດຍແຈ້ງການໃຫ້ຮູ້ວ່າ: ລັດວິສາຫະກິດນ້ໍາປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງບັນດາລູກຄ້າຜູ້ຊົມໃຊ້ນ້ໍາ ປະປາ ທີ່ອາໃສຢູ່ເຂດ ເມືອງ ໄຊທານີ, ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ຊາບວ່າ ເເຮງດັນນໍ້າປະປາ ຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ນໍ້າປະປາ ໃນໄລຍະທີ່ມີການມອດໄຟຟ້າ.

ເຊິ່ງຈະສົ່ງຜົນໃຫ້ມີນ້ໍາອອກຄ່ອຍ, ບໍ່ມີນ້ໍາໃນບາງບ້ານຂອງເມືອງ ໄຊທານີຄື: ບ້ານ ໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງຫມາກຄາຍ, ດອນຕິ້ວ, ດົງສ້າງຫີນ, ໄຊສະຫວ່າງ, ດອນຫນູນ ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ວຽງແກ້ວ, ຫ້ວຍແດນເມືອງ, ຫນອງວຽງຄໍາ, ນາທົ່ມ, ຫນອງພະຍາ ຕານມີໄຊ, ດົງໂດກ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄໍາຮຸ່ງ, ສິວິໄລ; ເມືອງ ໄຊເສດຖາ: ບ້ານ ຫນອງຫນ່ຽງ, ໂນນສະຫວັນ ຮ່ອງສຸພາບ ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ, ໂຊກໃຫຍ່; ເມືອງ ຈັນທະບູລີ: ບ້ານ ຫ້ວຍຫົງ, ຫນອງທາເຫນືອ, ຫນອງທາໃຕ້, ຈອມມະນີ, ໂພນສະຫວ່າງ.

ສ່ວນການປະຕິບັດວຽກງານ ໃນວັນທີ 10 ມັງກອນ 2021 ກົງກັບວັນອາທິດ, ເລີ່ມແຕ່ເວລາ 08:00 ໂມງ ຫາ 17:00 ໂມງ ຂອງມື້ທີ່ປະຕິບັດວຽກງານ; ຂໍ້ມູນເພີ່ມຕື່ມ ໂທ: 1169 ຕະຫຼອດ 24 ຊົ່ວໂມງ.

ດັ່ງນັ້ນຈຶ່ງແຈ້ງໃຫ້ກະກຽມໂຕ່ງນ້ໍາໄວ້ກ່ອນລ່ວງຫນ້າ ເພື່ອຊົມໃຊ້ຊົ່ວຄາວຈົນກ່ວາແຮງດັນນ້ໍາຈະມາເປັນປົກກະຕິ ແລະ ຂໍອາໄພໃນຄວາມບໍ່ສະດວກໃນການຊົມໃຊ້ນ້ໍາປະປາໃນຄັ້ງນີ້ດ້ວຍ.