ເດ ເຄອາ ສ້າງສະຖິຕິເປັນນັກເຕະຕ່າງຊາດທີ່ລົງຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ຫຼາຍທີ່ສຸດ

235

ດາວິດ ເດ ເຄອາ ຜູ້ຮັກສາປະຕູອາຍຸ 30 ປີ ຊາວແອັດສະປາຍ ເຈົ້າຂອງສະຖິຕິບໍ່ເສຍປະຕູ 148 ນັດຈາກ 424 ນັດ ໃນທຸກລາຍການ ກາຍເປັນນັກເຕະຕ່າງຊາດ ( ບໍ່ແມ່ນຄົນປະເທດອັງກິດ ) ທີ່ລົງສະໜາມໃນການແຂ່ງຂັນພຣີເມຍລີກ ອັງກິດ ຫຼາຍທີ່ສຸດ ໃນນັດທີ່ເອົາຊະນະ ແອັສຕັນ ວິລລາ 2 – 1 ໃນທ້າຍອາທິດທີ່ຜ່ານມາ.

ນັດດັ່ງກ່າວເຮັດໃຫ້ລາວ ລົງສະໜາມໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ໃນພຣີເມຍລີກ ອັງກິດ ເປັນນັດທີ 327 ຖືເປັນສະຖິຕິສູງສຸດຂອງນັກເຕະຕ່າງຊາດ.

ຢ່າງໃດກໍຕາມ, ຖ້ານັບລວມນັກເຕະທັງໃນ ແລະ ນອກປະເທດອັງກິດ ທີ່ຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ເດ ເຄອາ ຢູ່ອັນດັບທີ 5 ຈາກການລົງສະໜາມໃຫ້ກັບທີມ 327 ນັດຕໍ່ຈາກ ໄຣອັນ ກິກສ໌ 632 ນັດ, ພອລ ສະໂຄລສ໌ 499 ນັດ, ແກຣີ ເນວິລ 400 ນັດ ແລະ ເວນ ຣູນີ 393 ນັດ.