ປະທານສະໂມສອນ ເອັສທີທີ ກັບອີກບົດບາດສົ່ງທີມບານສົ່ງຫາດຊາຍ ຮ່ວມຊີງໄຊໃນງານທົ່ວປະເທດ

136

ຍ້ອນໃນອະດິດເຄີຍເປັນນັກກີລາບານສົ່ງຂອງສະໂມສອນ ອຸດົມ ວຽງຈັນ (ມສ ວຽງຈັນ) ເຂົ້າຮ່ວມແຂ່ງຂັນກີລາບານສົ່ງລະດັບສາຍ ກ ຍຸກປີ 1992 ຈຶ່ງຕັດສິນໃຈສົ່ງນັກກິລາບານສົ່ງຮຸ່ນສືບທອດຂອງສະໂມສອນ ເອັດທີທີ ເຂົ້າຮ່ວມລ່າຝັນເພື່ອຫາປະສົບການ ຫຼື ສາມາດແຈ້ງເກີດໃນ ລາຍການແຂ່ງຂັນກີລາບານສົ່ງຫາດຊາດ ທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດ ຫຼື ສບສ ປະຈຳປີ 2020 ລະຫວ່າງວັນທີ 10-13 ທັນວາ 2020 ທີ່ສະໜາມກີລາກອງທັບ (ຫຼັກ5) ບ້ານຈອມມະນີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ.

ຕາມການໃຫ້ສຳພາດຂອງ ທ່ານ ວິສອນ ພັນທະວົງ ປະທານວິສາຫະກິດສ່ວນບຸກຄົນ ເອັສທີທີ ບໍລິການເຄື່ອງໃຫ້ເຊົ່າກ່ຽວກັບການກໍ່ສ້າງ ຄົບວົງຈອນ ທັງເປັນປະທານສະໂມສອນ ບານສົ່ງ ເອັສທີທີ ໃຫ້ຮູ້ວ່າ: ເຫດຜົນທີ່ຢາກສົ່ງເສີມນັກກິີີລາບານສົ່ງຫາດຊາຍ ໃນຮຸ່ນສືບທອດ ເຂົ້າຮ່ວມແຂ່ງຂັນກີລາບານສົ່ງຫາດຊາຍ ທົ່ວປະເທດ ຊີງຂັນປະທານ ສບສ ຄັ້ງທີ 3 ປະຈຳປີ 2020 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10-13 ທັນວານີ້ ທີ່ສະໜາມກີລາກອງທັບ (ຫຼັກ5) ກໍຍອ້ນວ່າ ໃນອະດິດເຄີຍເປັນນັກກິລາບານສົ່ງຂອງສະໂມສອນ ອູດົມ ວຽງຈັນ (ມສ ວຽງຈັນ) ເຂົ້າຮ່ວມແຂ່ງຂັນກິລາບານສົ່ງລະດັບສາຍ ກ ຍຸກປີ 1992. ດັ່ງນັ້ນ, ຈຶ່ງຢາກຈະສົ່ງເສີມນ້ອງໆນັກກີລາບານສົ່ງໃນຮຸ່ນສືບທອດເຂົ້າຮ່ວມແຂ່ງຂັນເພື່ອຫາປະສົບການ ຫຼື ສາມາດແຈ້ງເກີດໃນລາຍການດັ່ງກ່າວ.

ທ່ານກ່າວອີກວ່າ: ຢ່າງໃດກໍຕາມ, ຂໍເປັນກຳລັງໃຈໃຫ້ນັກກິລາທຸກຄົນ ໂດຍສະເພາະນັກກີລາຂອງ ສະໂມສອນ ເອັສທີທີ ສູ້ໆ ເພື່ອສ້າງຝັນຕົນເອງ ປະສົບຜົນສຳເລັດ ໃນຄວາມມຸ້ງຫວັງທີ່ຕັ້ງໄວ້ ແລະ ຂໍຮຽກຮ້ອງມາຍັງແຟນພັນແທ້ບານສົ່ງຫາດຊາຍຊາວລາວ ກໍຄື ທົ່ວນະຄອນຫຼວງວຽງຈັນ ມາຊົມ ແລະ ເຊຍ ໃຫ້ກຳລັງນັກກີລາບານສົ່ງໃນຄັ້ງນີ້ດ້ວຍ ເຊິ່ງເຫັນໄດ້ວ່າ ປີນີ້ ມີນັກກີລາບານສົ່ງ 54 ພາກສ່ວນ ທັງຫາດຊາຍ ແລະ ໃນຮົ່ມ ເຂົ້າຮ່ວມແຂ່ງຂັນຫຼາຍກວ່າທຸກໆປີຜ່ານມາ, ສ່ວນເປົ້າໝາຍຄັ້ງນີ້ກໍມີຄວາມຫວັງຈະພະຍາຍາມສູ້ຊົນນຳພານັກກີລາເຂົ້າຮ່ວມແຂ່ງຂັນຍາດເອົາຜົນງານໃຫ້ດີທີ່ສຸດ.

ສໍາລັບ ບານສົ່ງຫາດຊາຍ ປະເພດທີມຊາຍປີນີ້ມີເຖິງ 16 ທີມເຂົ້າຮ່ວມຊີງໄຊ ແລະ ທີມຍິງມີເຖິງ 14 ທີມ ເຊິ່ງຈະໃຊ້ໄລຍະເວລາໃນການແຂ່ງຂັນ 4 ມື້ລະຫວ່າງວັນທີ 10-13 ທັນວາ 2020 ທີ່ສະໜາມເດີ່ນບານສົ່ງຫາດຊາຍ ທີ່ສະໜາມກີລາກອງທັບ ( ຫຼັກ 5 ), ເຊິ່ງຜົນຈະເປັນແນວໃດນັ້ນຈະລາຍງານໃຫ້ຊາບຕື່ມ.