ຫສນຍ ຄັດເລືອກຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

191

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ( ຫສນຍ ) ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ເພື່ອເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນຕອນເຊົ້າວັນທີ 8 ທັນວາ 2020 ໂດຍການເປັນປະທານຂອງ ສະຫາຍ ຄໍາເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກອາວຸໂສບຳນານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ເຂົ້າຮ່ວມ 215 ສະຫາຍ.

ວາລະທໍາອິດຂອງກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຊີ້ນຳ – ນຳພາວຽກງານຜ່ານມາ ( ນັບແຕ່ປີ 2017 ຫາ ກາງປີ 2020 ) ແລະ ທິດແຜນການໃນຕໍ່ໜ້າຂອງຄະນະບໍລິຫານງານພັກ ຫສນຍ ທີ່ສະເໜີໂດຍ ສະຫາຍ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະພັກ ຫສນຍ.

ຈາກນັ້ນ, ກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງມີຜູ້ສະໝັກທັງໝົດ 10 ສະຫາຍ, ໃນນັ້ນເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ.

ຜ່ານການປ່ອນບັດຄັດເລືອກໄດ້ຜູ້ແທນສົມບູນ ປະກອບມີ: ສະຫາຍ ຄໍາລາວັນ ຈັນທະລາວັນ, ສະຫາຍ ຄົມສັນ ໄຊຍະສານ, ສະຫາຍ ສະຖິດ ເພັດສິງເລືອງ, ສະຫາຍ ປະເສີດສັກ ອຸເທນທະປັນຍາ,ສະຫາຍ ແສງທອງ ມະນີຈັນ ແລະ ສະຫາຍ ນາງ ບຸນໜັກ ຫຼວງລາດ; ສຳລັບຜູ້ແທນສໍາຮອງ ປະກອບມີ: ສະຫາຍ ຮສ. ປອ ສົມກຽດ ພະສີ ແລະ ສະຫາຍ ຈັນທະພອນ ແກ້ວມາລາວົງ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍາເຈນ ວົງໂພສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສາມາດຍາດມາໄດ້ໃນໄລຍະຜ່ານ ແລະ ຜົນຂອງການຄັດເລືອກເອົາຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ພ້ອມນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສຳຄັນຕື່ມ ເປັນຕົ້ນ ໃຫ້ບັນດາສະຫາຍ ຜູ້ແທນສົມບູນ ແລະ ສຳຮອງ ກຽມຄວາມພ້ອມທາງດ້ານເນື້ອໃນ ກໍຄືນຳເອົາຄວາມຄິດເຫັນຂອງອົງຄະນະພັກ ຫສນຍ ເພື່ອນໍາສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມທັງຮັກສາສຸຂະພາບຂອງຕົນໃຫ້ສາມາດເຂົ້າຮ່ວມຕະຫຼອດໄລຍະດຳເນີນກອງ  ປະຊຸມ; ໃຫ້ບັນດາອະນຸກໍາມະການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກ ຫສນຍ ສືບຕໍ່ກະກຽມ ແລະ ກວດກາຄືນບັນດາວຽກງານຂອງຕົນໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ສາມາດດໍາເນີນໄປໄດ້ຕາມກຳນົດເວລາ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ຢ່າງຈົບງາມ.