ສະຫວັນນະເຂດ ໄດ້ຮັບນາມມະຍົດ ເປັນແຂວງ 4 ບຸກ

111

ວັນທີ 4 ທັນວາ 2020 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງສະຫວັນນະເຂດ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການແຂ່ງຂັນ 4 ບຸກ ແລະ ປະກາດເປັນແຂວງ 4 ບຸກ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງສະຫວັນນະເຂດ, ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສະຫາຍ ພູລໍາພອນ ສີຫາວົງ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

ໂອກາດນີ້, ສະຫາຍ ພຸລໍາພອນ ສີຫາວົງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມແຂວງສະຫວັນນະເຂດ ປະຈໍາປີ 2019 ແລະ 2020.

ໃນປີ 2019 ຂັ້ນຮາກຖານ ທີ່ຂຶ້ນກັບຄະນະຊາວໜຸ່ມ ແຂວງ ມີ 37 ຮາກຖານ ປະກາດໄດ້ 17 ຮາກຖານ ເທົ່າກັບ 45,94% ແລະ ຂັ້ນໜ່ວຍ ມີ 22 ໜ່ວຍ ປະກາດໄດ້ 19 ໜ່ວຍ ເທົ່າກັບ 86,36% ແລະ ວຽກງານເຍົາວະຊົນທັນວາ 3 ດີ 4 ຮູ້ ຂັ້ນເມືອງ ສາມາດປະກາດຮັບຮອງໄດ້ 14 ເມືອງ ແລະ 1 ນະຄອນ ເທົ່າກັບ 100% ຂອງຈໍານວນທັງໝົດ ປີ 2019 ຫາ 2020.

ຈາກນັ້ນ, ໃນພິທີກໍຍັງ  ມອບ – ຮັບໃບຢັ້ງຢືນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງສະຫວັນນະເຂດ ໃນຈໍານວນ 3 ປີ ແລະ ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ພ້ອມທັງເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສີລິມຸງຄຸນໃຫ້ແກ່ນາມມະຍົດແຂວງສະຫວັນນະເຂດ ເປັນແຂວງ 4 ບຸກ.