ເມືອງໄຊສະຖານ ຈັດພິທີໂຮມຊຸມນຸມ ເລົ່າຄືນມູນເຊື້ອ 2 ວັນປະຫວັດສາດ

175

ໃນຕອນເຊົ້າວັນທີ 8 ທັນວາ 2020 ທີ່ເດີ່ນກີລາເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີໂຮມຊຸມນຸມເລົ່າຄືນມູນເຊື້ອ 2 ວັນປະຫວັດສາດຄື ວັນຊາດ     ທີ  2 ທັນວາ ຄົບຮອບ 45 ປີ ( 2/12/1975 – 2/12 /2020 ) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13/12/1920 – 13/12/ 2020 ), ເຂົ້າຮ່ວມເປັນກຽດ ແລະ ເລົ່າຄືນມູນເຊື້ອໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມຮັບຟັງມີ ທ່ານ ສີສະໝອນ ນາມວົງ ຮັກສາການ ເຈົ້າເມືອງໄຊສະຖານ ພ້ອມດ້ວຍພະນັກງານບໍານານ – ອາວຸໂສ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນທົ່ວເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາດລາວ ຕະຫຼອດໄລຍະ 45 ປີ ທີ່ບັນພະບຸລຸດຂອງລາວເຮົາໄດ້ຕໍ່ສູ້ຢ່າງພິລະອາດຫານ ເພື່ອຍາດເອົາດິນແດນ ແລະ ອິດສະຫຼະພາບມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຈາກພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ຈົນສາມາດປົດປ່ອຍປະເທດຊາດຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ປັດຈຸບັນແມ່ນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທີ່ພັກປະຊາຊົນ ປະຕິວັດລາວໄດ້ເຮັດການປະຕິວັດຊາດປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ເວລາໃດກໍຢຶດໝັ້ນລັດທິມາກ – ເລນິນເປັນພື້ນຖານແນວຄິດທິດສະດີ ແລະ ຢຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ.

ພ້ອມດຽວກັນ, ທ່ານເຈົ້າ  ແຂວງກໍໄດ້ເລົ່າຄືນປະຫວັດ ຄວາມເປັນມາຂອງປະທານໄກສອນ ພົມວິຫານ ຕື່ມອີກ.