ດອກປີກໄກ່ທົ່ວປະເທດປີນີ້ມ່ວນ! ຕ່າຍ ອາກາດ ມາຮ້ອງເພງຕໍ່ໜ້າແຟນໆເກືອບ 10 ເພງຊ້ອນ(ຄລິບ)

138

ການແຂ່ງຂັນດອກປີໄກ່ປະເພດທີມຈັດຂຶ້ນມາເປັນຄັ້ງທີ 2 ແລ້ວ ແຕ່ຖືວ່າເປັນຄັ້ງທໍາອິດໃນລາວທີ່ຈະຈັດການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດ ປະເພດທີມ ທີ່ໃຊ້ນາມມະຍົດ ຊີງຂັນທ່ານນາຍົກລັດຖະມົນຕີ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 3-6 ທັນວາ 2020 ທີ່ ສະໂມສອນກີລາດອກປີກໄກ່ເສດຖາ (ບ້ານ ບຶງຂະຫຍອງ) ແລະ ມີການຊີງໄຊກັນເຖິງ 6 ລາຍການ ໂດຍໃນວັນທີ 6 ທັນວາ 2020 ແມ່ນມື້ສຸດທ້າຍຂອງການແຂ່ງຂັນ.

ເຊິ່ງພິທີດັ່ງກ່າວ ຝ່າຍຈັດການແຂ່ງຂັນໄດ້ເຊີໄພກອງເຊຍໃນສະໜາມ ເມື່ອເຊີນ ຕ່າຍ ອາກາດ ເຈົ້າຂອງເພງ ເຈົ້າບໍ່ແມ່ນອາກາດ ມາຮ້ອງເພງເພື່ອມອບຄວາມສຸກໃຫ້ກັບກອງເຊຍ ເຊິ່ງ ຕ່າຍ ຈັດເຕັມຮ້ອງເພງເກືອບ 10 ຊ້ອນ ບໍ່ວ່າຈະເປັນ ເພງເຈົ້າບໍ່ແມ່ນອາກາດ, ພາບເຄື່ອນໄຫວ ແລະ ເພງອື່ນໆ ໂດຍກອງເຊຍກໍຊ່ວຍກັນຮ້ອງຢ່າງເບີກບານມ່ວນຊື່ນ (ຄລິບ)

ສໍາລັບ ຜົນການແຂ່ງຂັນກີລາດອກປີກໄກ່ ລາຍການດັ່ງກ່າວມີດັ່ງນີ້:
-ປະເພດທີມຊາຍ: ຊະນະເລີດ New Pay ໄດ້ຮັບຂັນແຊັມ ກັບ ຫຼຽນຄໍາ ພ້ອມເງິນລາງວັນ 12 ລ້ານກີບ, ຮອງຊະນະເລີດ ທີມ PSL ໄດ້ຮັບຫຼຽນເງິນ ພ້ອມເງິນລາງວັນ 8 ລ້ານກີບ ແລະ ອັນດັບ 3 ສະໂມສອນ ເຄທີ 1 ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 5 ລ້ານກີບ.

  • ທີມປະສົມ: ຊະນະເລີດ PSL ໄດ້ຮັບຂັນແຊັມ ກັບ ຫຼຽນຄໍາ ພ້ອມເງິນລາງວັນ 12 ລ້ານກີບ, ອັນດັບ 2 ທີມ New Pay 2 ໄດ້ຮັບຫຼຽນເງິນ ພ້ອມເງິນລາງວັນ 8 ລ້ານກີບ ແລະ ອັນດັບ 3 ເຄທີ ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 5 ລ້ານກີບ.

ສ່ວນອີກ 4 ລາຍການທີ່ຊະນະເລີດໄດ້ຮັບຂັນແຊັມ ກັບ ຫຼຽນຄໍາ ພ້ອມເງິນລາງວັນ 8 ລ້ານກີບ, ອັນດັບ 2 ໄດ້ຫຼຽນເງິນ ພ້ອມເງິນລາງວັນ 5 ລ້ານກີບ ແລະ ອັນດັບ 3 ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 3 ລ້ານກີບ ຈະໄດ້ເທົ່າກັນມີດັ່ງນີ້:

-ທີມອາວຸໂສຊາຍ: ຊະນະເລີດ ສະໂມສອນລາວ-ຫວຽດ, ອັນດັບ 2 ສະກາຍໄລທ໌ ແລະ ອັນດັບ 3 ຈະເລີຍຊັບ 2.
-ທີມເຍົາວະຊົນຊາຍ: ຊະນະເລີດທີມ New Pay Captain, ອັນດັບ 2 ວິນເນີ ຫຼວງພະບາງ ແລະ ອັນດັບ 3 ໂຮງຮຽນຂັບປັນຍາ
-ທີມເຍົາວະຊົນປະສົມ: ຊະນະເລີດ New Pay Captain, ອັນດັບ 2 ໂຮງຮຽນຊັບປັນຍາ ແລະ ອັນດັບ 3 ທີມວິນເນີ ຫຼວງພະບາງ.

-ທີມຍິງ: ຊະນະເລີດ ສະມາຄົມທຸລະກິດໜຸ່ມແຫ່ງຊາດ, ອັນດັບ 2 New Pay 2 ແລະ ອັນດັບ 3 New Pay 1

ຂ່າວ: ຄໍາສອນ; ຮູບ: ສອນໄຊ