ການແຂ່ງຂັນດອກປີໄກ່ປະເພດທີມຈັດຂຶ້ນມາເປັນຄັ້ງທີ 2 ແລ້ວ ແຕ່ຖືວ່າເປັນຄັ້ງທໍາອິດໃນລາວທີ່ຈະຈັດການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດ ປະເພດທີມ ທີ່ໃຊ້ນາມມະຍົດ ຊີງຂັນທ່ານນາຍົກລັດຖະມົນຕີ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 3-6 ທັນວາ 2020 ທີ່ ສະໂມສອນກີລາດອກປີກໄກ່ເສດຖາ (ບ້ານ ບຶງຂະຫຍອງ) ແລະ ມີການຊີງໄຊກັນເຖິງ 6 ລາຍການ ໂດຍໃນວັນທີ 6 ທັນວາ 2020 ແມ່ນມື້ສຸດທ້າຍຂອງການແຂ່ງຂັນ.
-ປະເພດທີມຊາຍ: ຊະນະເລີດ New Pay ໄດ້ຮັບຂັນແຊັມ ກັບ ຫຼຽນຄໍາ ພ້ອມເງິນລາງວັນ 12 ລ້ານກີບ, ຮອງຊະນະເລີດ ທີມ PSL ໄດ້ຮັບຫຼຽນເງິນ ພ້ອມເງິນລາງວັນ 8 ລ້ານກີບ ແລະ ອັນດັບ 3 ສະໂມສອນ ເຄທີ 1 ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 5 ລ້ານກີບ.
- ທີມປະສົມ: ຊະນະເລີດ PSL ໄດ້ຮັບຂັນແຊັມ ກັບ ຫຼຽນຄໍາ ພ້ອມເງິນລາງວັນ 12 ລ້ານກີບ, ອັນດັບ 2 ທີມ New Pay 2 ໄດ້ຮັບຫຼຽນເງິນ ພ້ອມເງິນລາງວັນ 8 ລ້ານກີບ ແລະ ອັນດັບ 3 ເຄທີ ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 5 ລ້ານກີບ.
ສ່ວນອີກ 4 ລາຍການທີ່ຊະນະເລີດໄດ້ຮັບຂັນແຊັມ ກັບ ຫຼຽນຄໍາ ພ້ອມເງິນລາງວັນ 8 ລ້ານກີບ, ອັນດັບ 2 ໄດ້ຫຼຽນເງິນ ພ້ອມເງິນລາງວັນ 5 ລ້ານກີບ ແລະ ອັນດັບ 3 ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 3 ລ້ານກີບ ຈະໄດ້ເທົ່າກັນມີດັ່ງນີ້:
-ທີມອາວຸໂສຊາຍ: ຊະນະເລີດ ສະໂມສອນລາວ-ຫວຽດ, ອັນດັບ 2 ສະກາຍໄລທ໌ ແລະ ອັນດັບ 3 ຈະເລີຍຊັບ 2.
-ທີມເຍົາວະຊົນຊາຍ: ຊະນະເລີດທີມ New Pay Captain, ອັນດັບ 2 ວິນເນີ ຫຼວງພະບາງ ແລະ ອັນດັບ 3 ໂຮງຮຽນຂັບປັນຍາ
-ທີມເຍົາວະຊົນປະສົມ: ຊະນະເລີດ New Pay Captain, ອັນດັບ 2 ໂຮງຮຽນຊັບປັນຍາ ແລະ ອັນດັບ 3 ທີມວິນເນີ ຫຼວງພະບາງ.
-ທີມຍິງ: ຊະນະເລີດ ສະມາຄົມທຸລະກິດໜຸ່ມແຫ່ງຊາດ, ອັນດັບ 2 New Pay 2 ແລະ ອັນດັບ 3 New Pay 1
ຂ່າວ: ຄໍາສອນ; ຮູບ: ສອນໄຊ