ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ

325

Lao National Radio, ພິທີສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ວັນທີ13ທັນວາ ຄົບຮອບ 100 ປີ,ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນໃນຕອນເຊົ້າ ວັນທີ 2 ທັນວາ 2020. ໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນຍັງ ວໍລິຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳພັກ-ລັດ, ພະນັກງານອາວຸໂສ, ພ້ວມດ້ວຍມວນມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.


ສະຫາຍ ບຸນຍັງ ວໍລິຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມໃຫຍ່: ກ່ອນໜ້ານີ້ 45 ປີ ພາຍໃຕ້ກະແສຟອງການລຸກຮື້ຂຶ້ນຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ອຳນາດການປົກຄອງເກົ່າທີ່ເປັນລູກສະໝູນຂອງພວກລ່າເມືອງຂຶ້ນ ແລະກົງຈັກຂອງລະບອບສັກດີນາຂາຍຊາດ ໃນລະດັບທ້ອງຖິ່ນຮາກຖານທົ່ວປະເທດໄດ້ຖຶກທັບມ້າງ, ອຳນາດການປົກຄອງໃໝ່ຂອງປະຊາຊົນໄດ້ຮັບການຈັດຕັ້ງຂຶ້ນ, ສ້າງສະພາບແວດລ້ອມ ແລະເງື່ອນໄຂອັນສຸກງອມ ” ພັນປີມີເທື່ອໜຶ່ງ” ໃຫ້ແກ່ການຍຶດອຳນາດການປົກຄອງຢ່າງສົມບູນ ມາສູ່ກຳມືຂອງປະຊາຊົນຜູ້ອອກແຮງງານ. ຈາກນັ້ນ ພາຍໃຕ້ການນຳພາໂດຍກົງຂອງສູນກາງພັກ ເຊິ່ງມີປະທານໄກສອນ ພົມວິຫານ ເປັນຫົວໜ້າ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ເພື່ອປະກາດລົບລ້າງອຳນາດການປົກຄອງເກົ່າ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະຫຼະພາບ ແລະຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ຂອງປະຊາຊົນລາວບັນດາເຜົ່າ ຕິດພັນກັບເສັ້ນທາງ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.


ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຢືນຢັນຕະຫຼອດວ່າ ” ວັນທີ 2 ທັນວາ ເປັນໄຊຊະນະປະຫວັດການທີ່ມີຄວາມໝາຍຍຸກໃໝ່ ອັນເລິກເຊີ່ງ, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ມີສະຕິ ແລະຢູ່ໃນທ່າເປັນເຈົ້າຕໍ່ການຕ້ານ, ສະກັດກັ້ນ ແລະແກ້ໄຂໜໍ່ແໜງ ປັດໃຈຂອງຄວາມບໍ່ສະຫງົບ ທີ່ຈະພາໃຫ້ກະທົບຕໍ່ບັນຫາສັງຄົມ-ການເມືອງ ແລະຄວາມໝັ້ນຄົງ, ສາມາດຮັກສາໄດ້ອະທິປະໄຕ ເຂດນ້ຳແດນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ຂອງສັງຄົມ.


ດ້ານການພັດທະນາ ສປປລາວ ໄດ້ຕັ້ງໜ້າສຶບຕໍ່ຍຶດໝັ້ນແນວທາງ ການພັດທະນາ ທີ່ຖືເອົາເສດຖະ ກິດເປັນໃຈກາງ ສົມທົບແໜ້ນ ແລະ ກົມກຽວ ລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ-ສັງຄົມ ແລະການປົກປັກຮັກສາສິ່ງແວດລ້ອມ ຕາມທິດພັດທະນາແບບຍືນຍົງ, ສົ່ງເສີມກຳລັງແຮງ ຂອງທຸກພາກສ່ວນເສດຖະກິດ ທັງພາຍໃນແລະຕ່າງປະເທດ ສ້າງເງື່ອນໄຂທີ່ຈຳເປັນ ເພື່ອກະຕຸ້ນການຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດ ໂດຍສະເພາະເສດຖະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ໄປພ້ອມໆກັນ, ພ້ອມທັງຍູ້ແຮງຂົງເຂດບໍລິການ, ການເງິນ, ການທະນາຄານ, ການສ້າງເສດຖະກິດພິເສດ, ຕະຫຼາດຫຼັກຊັບ ແລະອື່ນໆ.. ປະກອບສ່ວນສຳຄັນ ເຂົ້າໃນການຂັບເຄື່ອນ ຈັງຫວະການເຕີບໂຕ ຂອງເສດຖະກິດແຫ່ງຊາດ ໃຫ້ຕໍ່ເນື່ອງ ແລະມີຄວາມໝັ້ນທ່ຽງ, ສ້າງບັນດາອົງປະກອບ ແລະປັດໃຈພື້ນຖານ ໃຫ້ແກ່ການຫັນເປັນອຸດສະຫະກຳ ແລະທັນສະໄໝ ກໍ່ຄືເສດຖະກິດພູມປັນຍາ.


ພວກເຮົາມີຄວາມເອກອ້າງ ແລະພາກພູມໃຈທີ່ເຫັນວ່າ ການພັດທະນາພື້ນຖານວັດຖຸ-ເຕັກນິກ ໄດ້ບັນລຸໝາກຜົນທີ່ສຳຄັນໃຫຍ່ຫຼວງ ເປັນຕົ້ນ:ດ້ານພື້ນຖານໂຄງລາງເສດຖະກິດ-ສັງຄົມ ທີ່ສ້າງຄວາມອາດສາມາດຕົວຈິງໃຫ້ປະເທດເຮົາເຊື່ອມຈອດກັບປະເທດໃກ້ຄຽງ ແລະເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະສາກົນ ສາມາດປົດປ່ອຍປະເທດເຮົາ ທີ່ເປັນປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນ ປະເທດເຊື່ອມຈອດ-ເຊື່ອມໂຍງກັບປະເທດເພື່ອນບ້ານ ແລະສາກົນ, ອັນພົ້ນເດັ່ນແມ່ນການເຊື່ອມຈອດເສັ້ນທາງລົດ ແລະເສັ້ນທາງລົດໄຟ ລະຫວ່າງລາວກັບປະເທດໃກ້ຄຽງ ຕາມແລວທາງເສດຖະກິດເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ ຊຶ່ງຖືເປັນທ່າແຮງດ້ານການບໍລິການທາງຜ່ານຢູ່ປະເທດເຮົາ. ພ້ອມນັ້ນພື້ນຖານອຸດສະຫະກຳຂະແໜງພະລັງງານແລະບໍ່ແຮ່, ກະສິກຳ ແລະປ່າໄມ້, ວິທະຍາສາດ-ເຕັກນິກ-ເຕັກໂນໂລຊີ ຮັບໃຊ້ການຜະລິດ-ການບໍລິການ ແລະບໍລິຫານຄຸ້ມຄອງລັດ ຕາມທິດຫັນເປັນອັນທັນສະໄໝ ກໍ່ມີໜໍ່ແໜງ ແລະໄດ້ຮັບການພັດທະນາພົ້ນເດັ່ນຂຶ້ນ.


ດ້ານວັດທະນາທຳສັງຄົມໄດ້ຮັບການພັດທະນາ ແລະຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ຖືເອົາການພັດ ທະນາຊັບພະຍາກອນມະນຸດ ເປັນບຸລິມະສິດສຳຄັນ ໄດ້ດຳເນີນການປະຕິຮູບ ລະບົບການສຶກສາແຫ່ງຊາດ ໃຫ້ເຂົ້າສູ່ລວງເລິກ, ພວກເຮົາສາມາດປະກາດຈົບຊັ້ນປະຖົມທົ່ວປະເທດໃນປີ 2015. ປະຈຸບັນຫຼາຍແຂວງໄດ້ປະກາດ ຈົບຊັ້ນມັດທະຍົມຕອນຕົ້ນ, ຖັນແຖວປັນຍາຊົນ, ນັກຮຽນຮູ້, ບັນດາຊ່ຽວຊານດ້ານຕ່າງໆ ກໍ່ຄືແຮງງານທີ່ໄດ້ຮັບການເຝຶກສີມື ນັບມື້ນັບຫຼາຍຂຶ້ນ. ດ້ານຕາໜ່າງສາທາລະນະສຸກ ໄດ້ຮັບການປັບປຸງ ແລະຂະຫຍາຍອອກໄປສູ່ເຂດຫາງໄກສອກຫຼີກ, ເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມກັນນີ້ພວກເຮົາກໍ່ສາມາດສະກັດກັ້ນໄດ້ການລະບາດຂອງພະຍາດໂຄວິດ 19.


ຄຸນຄ່າດ້ານວັດທະນະທຳ, ຮີດຄອງປະເພນີອັນເປັນມູນເຊື້ອອັນດີງາມ ຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະເສີມຂະຫຍາຍ ໃຫ້ອຸດົມຮັ່ງມີໄປພ້ອມກັບການຈຳກັດ ແລະລົບລ້າງວັດທະນະທຳທີ່ເຊື່ອມຊາມ, ຊອດກະຈາ ແລະການເຊື່ອຖືງົມງວາຍ ລົງເປັນກ້າວໆ, ສ້າງແບບແຜນການດຳລົງຊີວິດໃໝ່ ທີ່ປອດໃສ ແລະສ່ອງແສງໃຫ້ເຫັນລັກສະນະດີເດັ່ນ ຂອງລະບອບໃໝ່ ກໍ່ຄືສັງຄົມລາວ. ອັນທີ່ເອກອ້າງທະນົງໃຈ ແມ່ນໄດ້ຮັບການຂຶ້ນທະບຽນມໍລະດົກໂລກທາງດ້ານວັດທະນະທຳເຊັ່ນ: ເມືອງຫຼວງພະບາງ, ວັດພູຈຳປາສັກ, ທົ່ງໄຫຫີນຊຽງຂວາງ, ສຽງແຄນຄົນເຊື້ອຊາດລາວ. ນອກນັ້ນ ວັດຖຸບູຮານ, ປູສະນິຍະສະຖານ ອື່ນໆ ກໍ່ຄືຄຸນຄ່າທີ່ເປັນເອກະລັກດ້ານວັດທະນະທຳ ຂອງລາວເຮົາ ໄດ້ຮັບການປົກປັກຮັກສາແລະເສີມຂະຫຍາຍນັບມື້ສູງເດັ່ນຂຶ້ນ.


ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ, ຊົມຮູບເງົາ ທີ່ເປັນມູນເຊືອອັນດີງາມຂອງຊາດລາວຕື່ມອີກ.

ຮູບເພີ່ມຕື່ມຈາກ: ຈັນທະວົງ ອຸ່ນວິໄລຫົງ