ມາເລເຊຍ ບັງຄັບກວດແຮງງານຕ່າງດ້າວ 1,7 ລ້ານຄົນ ສະກັດໂຄວິດ

152

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານມາເລເຊຍ ໄດ້ອອກມາດຕະການຄັດກອງໂຄວິດ – 19 ໃນກຸ່ມແຮງງານຕ່າງປະເທດ ຈຳນວນ 1,7 ລ້ານຄົນ ທີ່ເຮັດວຽກຢູ່ມາເລເຊຍ, ຫຼັງພົບຜູ້ຕິດເຊື້ອໃນກຸ່ມແຮງງານດັ່ງກ່າວ.

ນອກຈາກນີ້, ລັດຖະບານມາເລເຊຍ ຍັງໄດ້ອອກມາດຕະການປັບໃໝ ຈຳນວນ 50 ພັນຣິງກິດ ຫາກພົບເຫັນນາຍຈ້າງໃຫ້ແຮງງານພັກອາໄສຢູ່ບ່ອນແອອັດ ໂດຍມີຜົນນັບແຕ່ວັນທີ 26 ພະຈິກເປັນຕົ້ນໄປ.

ລາຍງານຂ່າວລະບຸວ່າ: ການຄັດກອງເຊື້ອພະຍາດໂຄວິດ – 19 ໄລຍະທຳອິດນັ້ນ ຈະມີແຮງງານຕ່າງປະເທດ ຈຳນວນ 8,3 ແສນກວ່າຄົນ ທີ່ເຮັດວຽກຢູ່ໃນລັດສະລັງງໍ, ລາບວນ, ກົວລາລຳເປີ, ປີນັງ, ເນກຣີ ແລະ ແຊັມບີລັນ ຈະໄດ້ຮັບການກວດຄັດກອງກ່ອນ.