ໂອກາດລ້າງຕາລະຫວ່າງ ແຂວງຈໍາປາສັກ ກັບ ຫຼວງພະບາງ ມີໂອກາດເກີດຂຶ້ນສູງກາງເດືອນໜ້າ

142

ເປັນເຫດການທີ່ຊາວລາວ ໃຫ້ຄວາມສົນໃຈເປັນທີ່ສຸດ ຫຼັງກ່ອນໜ້ານີ້ມີຂ່າວອອກມາວ່າ: ທີມບານເຕະຊາຍແຂວງຈໍາປາສັກ ທີມແຊັມ ກັບ ທີມບານເຕະຊາຍແຂວງຫຼວງພະບາງ ທີມຮອງແຊັມ ລວມເຖິງ ນະຄອນຫຼວງວຽງຈັນ ມີໂອກາດທີ່ຈະໄດ້ລ້າງຕາກັນອີກຄັ້ງ ໃນກາງເດືອນທັນວາ 2020 ຫຼັງຈົບລາຍການທີ່ແຂວງຈໍາປາສັກ.

ຫຼ້າສຸດມີຄວາມເປັນໄປໄດ້ສູງເມື່ອ ທ່ານ ສຸບິນ ແກ້ວເພັດ ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ຈາກການກອງປະຊຸມ (ເມື່ອທ້າຍອາທິດທີ່ຜ່ານມາ) ທີ່ແຂວງຈໍາປາສັກ ເຊິ່ງທ່ານເຈົ້າແຂວງໄດ້ມີທິດຊີ້ນໍາໃຫ້ມີການແຂ່ງຂັນບານເຕະມິດຕະພາບ ເຊິ່ງຈະເຊີນ ແຂວງຫຼວງພະບາງ ຮອງແຊັມ ແລະ ທີມນະຄອນຫຼວງ ລວມເຖິງທີມອື່ນໆ ມາແຂ່ງຂັນທີ່ແຂວງຈໍາປາສັກ ເພື່ອຖອດຖອນບົດຮຽນ ແລະ ສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຂອງຊາດກໍຄືວັນຊາດທີ 2 ທັນວາຄົບຮອບ 45 ປີ ລວມເຖິງວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ.

“ ເຊິ່ງຫຼັງຈາກກອງປະຊົມດັ່ງກ່າວ ທາງຄະນະສະຫະພັນບານເຕະແຂວງຈໍາປາສັກ ໄດ້ປຶກສາຫາລື ແລະ ໄດ້ຂຽນໜັງສືເຊີນບັນດາທີມທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະມິດຕະພາບໄປແລ້ວຍັງລໍຖ້າການຕອບຮັບ ເຊິ່ງແນ່ນອນນັດດັ່ງກ່າວມີໂອກາດເປັນໄປໄດ້ສູງ ໂດຍກໍານົດຈັດໃນວັນທີ 12 ທັນວາ 2020 ຫຼັງຈາກທີ່ແຂວງຈໍາປາສັກ ແຂ່ງຂັນບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ສໍາເລັດໃນວັນທີ 6 ທັນວາ 2020 ( ປັດຈຸບັນແມ່ນກຽມແຂ່ງຮອບ 4 ທີມໃນວັນທີ 1 ທັນວາ 2020 ) ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ກ່າວ.

ທ່ານກ່າວອີກວ່າ: ກ່ອນໜ້ານີ້ທີມບານເຕະຊາຍແຂວງຈໍາປາສັກ ໄດ້ສະຫຼອງແຊ້ມບານເຕະທົ່ວປະເທດຢ່າງຍິ່ງໃຫຍ່ແບບທີ່ບໍ່ເຄີຍມີມາກ່ອນ ແລະ ເກີນຄາດທີ່ທາງແຂວງເພີ່ນຕ້ອນຮັບພວກເຮົາຢ່າງຍິ່ງໃຫຍ່ເພິ່ນ ມີຊາວນະຄອນປາກ ແລະ ແຂວງອ້ອມຂ່າວເຂົ້າມາຮ່ວມໃນການຕ້ອນຮັບ ຕະຫຼອດການເດີນທາງໄປຮອນະຄອນປາກເປ ສ່ວນຍອດການອັດສີດແມ່ນໄດ້ 350 ລ້ານກີບ ບວກກັບເງິນລາງວັນ 100 ລ້ານກີບ ມອບທາງສະຫະພັນບານເຕະ ຈະມອບເປັນຂວັນກໍາລັງໃຈໃຫ້ກັບ ຄູຝຶກ ແລະ ນັກກີລາ ເຊິ່ງຈະແບ່ງສ່ວນກັນເທົ່າທຽມ.

ສໍາລັບ ທີມບານເຕະຊາຍ ແຂວງຈໍາປາສັກ ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ປາກົດວ່າ: ແຂວງຈໍາປາສັກ ສ້າງຜົນງານໂດດເດັ່ນຊະນະ 4 ນັດລວດໃນຮອບແບ່ງກຸ່ມ, ຊະນະ ແຂວງຫົວພັນ 5-0 ໃນຮອບ 8 ທີມ, ຮອບ 4 ທີມຊະນະ ນະຄອນຫຼວງ 2-1 ແລະ ຮອບຊີງຊະນະເລີດ ຊະນະ ຫຼວງພະບາງ ໃນການດວນຈຸດໂທດ 3-2 ຫຼັງສະເໝີກັນ 1-1 ຄວ້າຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ.