ໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຄຳມ່ວນ ຄັ້ງທີ X

177

ກອງປະຊຸມໃຫຍ່ ອົງຄະນະແຂວງຄຳມ່ວນ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ29 ພະຂິກ 2020 ທີ່ສະໂມສອນໃຫຍ່ຂອງແຂວງ ເຊິ່ງຈະດຳເນີນເປັນເວລາ 2 ວັນ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ວັນ​ໄຊ ພອງ​ສະຫວັນ ​ເລຂາ​ພັກ​ແຂ​ວງ, ຮັກສາ​ການ​ເຈົ້າ​​ແຂວງໆ​​ຄຳ​ມ່ວນ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ຄຳ​ພັນ ພົມ​ມະ​ທັ​ດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ມີ​ບັນດາ​ ການນໍາ​ແຂວງ, ພະນັກງານ​ປະຕິວັດ-ອະ​ວຸ​ໂສ​ບຳນານ, ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຜູ້​ແທນ​ສົມ​ບູນ, ສຳຮອງ ຈຳນວນ 335 ສະຫາຍ, ຍິງ 39 ສະຫາຍ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທົ່ວ​ແຂວງ ທັງ​ໝົດ 20.265 ສະ​ຫາຍ, ຍິງ 5.237 ສະຫາຍ ​ເຂົ້າ​ຮ່ວມ.


ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນໄດ້​ພ້ອມ​ກັນ ​ຄົ້ນ​ຄວ້າ ແລະ ຮັບ​ຮອງ​ເອົາບົດ​ລາຍ​ງານ​ການ​ເມືອງ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຄັ້ງ​ທີ IX ຂອງ​ແຂວງ ເຊິ່ງ​ເປັນ​ເອ​ກະ​ສານ​ສຳ​ຄັນ​ ກ່ຽວ​ກັບ ການ​ສະ​ຫຼຸບ​ຕີ​ລາ​ຄາ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່ ຄັ້ງ​ທີ IX ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ແຂວງ ​ໄລ​ຍະ5 ປີ​ຜ່ານ​ມາ, ກຳ​ນົດ​ທິດ​ທາງ​ໜ້າ​ທີ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຕໍ່​ໜ້າ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກ ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.ຄົ້ນ​ຄວ້າ​ປະ​ກອບ​ຄຳ​ເຫັນ​ເຂົ້າ​ໃສ່​ບົດ​ສຳ​ຫຼວດ​ການ​ນຳ​ພາ​ລວມ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ ໃນ​ໄລ​ຍະ5 ປີ​ຜ່ານ​ມາ.

ອັນ​ສຳຄັນໃນ​ກອງ​ປະຊຸມ ຍັງ​ຈະ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ເອົາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຊຸດ​ໃໝ່ ເພື່ອ​ສືບ​ຕໍ່​ນຳ​ພາ-ຊີ້​ນຳ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່ ຄັ້ງ​ທີ X ຂອງ​ອົງ​ຄະ​ນະ​ພັກ​ແຂວງ​ໃຫ້​ມີ​ຜົນ​ສຳ​ເລັດ ​ແລະ ປ່ອນ​ບັດ​ຂັດ​ເລືອກ​ເອົາ​ຜູ້​ແທນ​ສົມບູນ, ສຳຮອງ​​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ.


​ໂອກ​າດດັ່ງ​ກ່າວ, ສະຫາຍ ວັນ​ໄຊ ພອງ​ສະຫວັນ ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການ​ເມືອງ ​ໂດຍ​ສະຫາຍໄດ້​ຍົກ​ໃຫ້​ເຫັນ ຜົນງານ, ດ້ານ​ດີ, ດ້ານ​ອ່ອນ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ​ໃນ​ໄລຍະ 5 ປີ ຜ່ານ​ມາ ​ເຊິ່ງ​ ແຂວງ​ຄຳ​ມ່ວນ ສາມາ​ດຍາດ​ໄດ້ຜົນ​ສຳ​ເລັດ​ໃນ​ຫຼາຍ​ດ້ານ, ຫຼາຍ​ຂົງ​ເຂດ​ວຽກ​ງານ ​ເປັນ​ຕົນ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໄດ້ໃນ​ລະ​ດັບ 6,69 %, ລວມຍອດຜະລິດຕະພັນພາຍໃນ 5 ປີ ຈີດີພີ ບັນລຸໄດ້ 37.571 ຕື້ກີບ, ປີ 2020 ລວມຍອດ​ຜະ​ລິດ​ຕະ​ພັນ ບັນ​ລຸ​ໄດ້ 8.476 ຕື້​ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸ 2.199 ໂດ​ລາຕໍ່ຄົນຕໍ່ປີ.

ການລົງທຶນຂອງລັດ ແລະ ການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ ແລະ ການບໍລິການຕ່າງໆ ຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ, ບັນຫາທີ່ອຸດຕັນ ແລະ ເປັນຊ່ອງວ່າງໃນການລົງທຶນຂອງພາກເອກະຊົນ ໄດ້ຮັບການແກ້ໄຂ ມີຄວາມໂລ່ງລ່ຽນດີຂຶ້ນ; ການປະຕິບັດລາຍຮັບງົບປະມານມີບາງປີບັນລຸໄດ້ຕາມແຜນການ, ການຄຸ້ມຄອງລາຍຈ່າຍມີຄວາມເຂັ້ມງວດ-ຮັດກຸມ ແລະ ຖືກຕ້ອງ, ສຳລັບເງິນເດືອນສາມາດເບີກຈ່າຍທັນຕາມກຳນົດເວລາ, ທະນາຄານຂອງລັດ ແລະ ພາກເອກະຊົນ ເຄື່ອນໄຫວປຸກລະດົມເງິນຝາກ ແລະ ການປ່ອຍກູ້ ເພື່ອນຳໃຊ້ເຂົ້າໃນການຜະລິດ ແລະ ດຳເນີນທຸລະກິດ ຖືກຕ້ອງຕາມເປົ້າໝາຍ ແລະ ມີຄວາມຮັດກຸມຫຼາຍກວ່າເກົ່າ.


ດ້ານການແກ້ໄຂຄອບຄົວທຸກຍາກຂອງປະຊາຊົນ ຈາກປີ 2015 ມີຄອບຄົວທຸກຍາກ 1.151 ຄອບຄົວ, ເທົ່າກັບ 1,53% ຂອງຈຳນວນຄອບຄົວທົ່ວແຂວງ ປັດຈຸບັນ ຫຼຸດລົງຍັງ 684 ຄອບຄົວ, ເທົ່າກັບ 0,82 % ຂອງຈໍານວນຄອບຄົວທັງໝົດ. ຕານ່າງເສັ້ນທາງຄົມມະນາຄົມຂົນສົ່ງ ເວົ້າສະເພາະ ຂົວ-ທາງ ໄດ້ມີການກໍ່ສ້າງ-ສ້ອມແປງ ດ້ວຍງົບປະມານຂອງລັດ ແລະ ທຶນສົມທົບຂອງປະຊາຊົນ ໃນການສ້າງທາງເບຕົງພາຍໃນບ້ານ, ເຮັດໃຫ້ການສັນຈອນໄປ-ມາ ໄດ້ສະດວກ ເປັນປົກກະຕິ ແລະ ມີເສັ້ນທາງເຂົ້າເຖິງບ້ານ, ທຽວໄດ້ 2 ລະດູ ກວມ 83,45%.


ສຳລັບທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ​ແຂວງ​ຄຳ​ມ່ວນ ຈະສຸມໃສ່ຊຸກຍູ້ການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ໃນ​ລະ​ດັບ 6-7%, ຈີດີພີໃຫ້ບັນລຸໄດ້ 57.435 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.335 ໂດລາສະ​ຫະ​ລັດຕໍ່ຄົນ.

ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງທົ່ວເຖິງ, ພ້ອມ​ທັງ ຈະສຸມໃສ່ປັບປຸງບູລະນະການເຄື່ອນໄຫວບໍລິຫານລັດ ໃຫ້ມີຄຸນນະພາບ, ໂປ່ງໃສ ມີປະສິດທິພາບ ຮັບປະກັນຄວາມຍຸຕິທຳ, ເປັນທໍາໃນທົ່ວສັງຄົມ ແລະ ເອົາໃຈໃສ່ປັບປຸງ ເນື້ອໃນການເຄື່ອນໄຫວ ຂອງອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.