ນັກຮຽນຫັນມາຮຽນສາຍອາຊີວະສຶກສາ ຫຼາຍຂຶ້ນ

197

ໃນໄລຍະ 5 ປີຜ່ານມາ ກົມອາຊີວະສຶກສາສາມາດສົ່ງເສີມການເຂົ້າຮຽນຂອງນັກຮຽນທີ່ຈົບມັດທະຍົມສຶກສາ, ນັກຮຽນຊົນເຜົ່າ, ຜູ້ດ້ອຍໂອກາດທີ່ຢູ່ຫ່າງໄກສອກຫຼີກ ແລະ ນັກຮຽນເພດຍິງ ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບເພີ່ມຂຶ້ນຈາກຈໍານວນລົງທະບຽນເຂົ້າຮຽນໃໝ່ 15.195 ຄົນ ໃນປີ 2015 ເພີ່ມເປັນ 18.355 ໃນປີ 2018 ແລະ ໃນປີ 2020 ມີ 16.441 ຄົນ, ອັດຕາສະເລ່ຍເພີ່ມ 8,98%.

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໃຫ້ຮູ້ວ່າ: ຂະແໜງການຍ່ອຍອາຊີວະສຶກສາ ແລະ ອົບຮົມວິຊາຊີບແມ່ນກົງຈັກການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກີລາໃນການຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ເພື່ອສ້າງ ແລະ ພັດທະນາຜູ້ຮຽນໃຫ້ມີວິຊາຊີບ ແລະ ວິຊາສະເພາະ ແລະ ເປັນນັກວິຊາການແນໃສ່ຕອບສະໜອງ ຄວາມຕ້ອງການໃນການພັດທະນາເສດຖະກິດ – ສັງຄົມຂອງຊາດໃນແຕ່ລະໄລຍະ.

ແນວໃດກໍຕາມ, ຜ່ານມາຈໍານວນນັກຮຽນເຂົ້າໃໝ່ໃນສາຍອາຊີວະສຶກສາ ສົກຮຽນ 2018 – 2019 ມີທັງໝົດ 16.837 ທຽບໃສ່ແຜນປະຕິບັດໄດ້ 77% ແລະ ທຽບໃສ່ສົກປີ 2017 – 2018 ແມ່ນຫຼຸດລົງ 10% ໂດຍສະເພາະແມ່ນສາຂາວິຊາບໍລິຫານທຸລະກິດ, ການບັນຊີ ແຕ່ກົງກັນຂ້າມສາຂາວິຊາ ໃນບັນດາສາຂາການໂຮງແຮມ – ທ່ອງທ່ຽວ, ປຸງແຕ່ງອາຫານ ແລະ ຕັດຫຍິບມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກວ່ານັກສຶກສາເຫັນໄດ້ໂອກາດໃນການປະກອບອາຊີບຫຼາຍຂຶ້ນ.

ທ່ານຫົວໜ້າກົມ ໃຫ້ຮູ້ຕື່ມວ່າ: ຜົນງານທີ່ພົ້ນເດັ່ນສາມາດເຮັດໄດ້ຫຼາຍດ້ານ ເປັນຕົ້ນວຽກງານຂະຫຍາຍໂອກາດ, ຄວາມເທົ່າທຽມ ແລະ ການເຂົ້າເຖິງວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ມາຮອດປັດຈຸບັນມີໂຮງຮຽນວິຊາຊີບໃນທຸກແຂວງທົ່ວປະເທດ ໄດ້ຮັບການປັບປຸງທາງດ້ານໂຄງລ່າງພື້ນຖານ, ປະກອບອຸປະກອນເຕັກນິກທີ່ຈໍາເປັນ ແລະ ໄດ້ດໍາເນີນການຮຽນ – ການສອນເປັນປົກກະຕິ, ໃນສົກຮຽນ 2019 – 2020 ມີສະຖານອາຊີວະສຶກສາທັງໝົດ 92 ແຫ່ງ. ໃນນັ້ນ, ສະຖານອາຊີວະສຶກສາພາກລັດທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ທັງໝົດ 25 ແຫ່ງ, ມີນັກຮຽນ 34.606 ຄົນ, ສະຖານອາຊີວະສຶກສາພາກເອກະຊົນ 67 ແຫ່ງ, ມີນັກຮຽນ – ນັກສຶກສາ ທັງໝົດ 17.646 ຄົນ. ນອກຈາກນີ້, ໄດ້ສົ່ງເສີມການເຂົ້າຮຽນຂອງນັກຮຽນທີ່ຈົບມັດທະຍົມສຶກສາ, ນັກຮຽນຊົນເຜົ່າ, ຜູ້ດ້ອຍໂອກາດທີ່ຢູ່ຫ່າງໄກສອກຫຼີກ ແລະ ນັກຮຽນເພດຍິງເຂົ້າເຖິງອາຊີວະສຶກສາ ໂດຍການສະໜັບສະໜູນທຶນການສຶກສາໃຫ້ແກ່ກຸ່ມເປົ້າໝາຍໃຫ້ໄດ້ເຂົ້າຮຽນວິຊາຊີບໃນລະດັບປະກາສະນີຍະບັດ ລະດັບ 1 ແລະ ລະດັບ 2 ໄດ້ຈໍານວນ 2.432 ຄົນ ຍິງ 1.412 ຄົນ; ໂຄສະນາເຜີຍແຜ່ແນະນໍາວິຊາຊີບ ແລະ ໃຫ້ຄໍາປຶກສາດ້ານອາຊີບໃຫ້ແກ່ນັກຮຽນກຸ່ມເປົ້າໝາຍ ສາມາດປັບປ່ຽນຄ່ານິຍົມໃຫ້ນັກຮຽນຫັນມາຮຽນໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບເພີ່ມຂຶ້ນ; ຈາກຈໍານວນລົງທະບຽນເຂົ້າຮຽນໃໝ່ 15.195 ຄົນ ໃນປີ 2015 ເພີ່ມເປັນ 18.355 ໃນປີ 2018 ແລະ ໃນປີ 2020 ມີ 16.441 ຄົນ, ອັດຕາສະເລ່ຍເພີ່ມຂຶ້ນ 8,98%.

ພ້ອມນີ້, ຍັງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານລະຫວ່າງສະຖານອາຊີວະສຶກສາ ແລະ ສະຖານປະກອບການ, ໄດ້ສົ່ງເສີມການຮ່ວມມືກັບບັນດາຜູ້ປະກອບການ ໃນການສ້າງສີມືແຮງງານ ແລະ ຮັບນັກຮຽນຝຶກພາກປະຕິບັດ; ໄດ້ສະໜອງທຶນການສຶກສາພາຍໃຕ້ການຮ່ວມມືກັບສະຖານອາຊີວະສຶກສາຂອງ ສປ ຈີນ ສ້າງນັກວິຊາການທາງລົດໄຟ ຈໍານວນ 83 ທຶນ; ຄັດເລືອກນັກຮຽນທີ່ຈົບສາຍອາຊີວະສຶກສາເຂົ້າຝຶກອົບຮົມຕໍ່ເນື່ອງ ເພື່ອບັນຈຸເປັນພະນັກງານຂອງບໍລິສັດທາງລົດໄຟ ລາວ – ຈີນ ຈໍານວນ 600 ຄົນ.