ກໍານົດເອົາ 21 ກຸມພາ 2021 ເປັນວັນເລືອກຕັ້ງ ສສຊ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II

236

ວັນທີ 20 ພະຈິກ 2020 ຜ່ານມາ, ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ຄັ້ງທີ 2 ຂຶ້ນທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ ວ່າ: ການກຳນົດວັນເລືອກຕັ້ງປະຕິບັດຕາມ ມາດຕາ 32 ຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2015) ໄດ້ກຳນົດໃຫ້ຄະນະປະຈຳສະພາແຫ່ງຊາດ ເປັນຜູ້ມີສິດໃນການກຳນົດວັນເລືອກຕັ້ງ ແລ້ວນຳສະເໜີໃຫ້ປະທານປະເທດແຫ່ງ ສປປ ລາວ ພິຈາລະນາອອກລັດຖະດຳລັດປະກາດ.

ດັ່ງນັ້ນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ກໍານົດເອົາ ວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ໄດ້ນໍາສະເໜີໃຫ້ປະທານປະເທດ ອອກລັດຖະດຳລັດປະກາດວັນເລືອກຕັ້ງຢ່າງເປັນທາງການ ກ່ອນວັນເລືອກຕັ້ງພາຍໃນ 90 ວັນ ເຊິ່ງມາຮອດປັດຈຸບັນ ປະທານປະເທດໄດ້ອອກລັດຖະດໍາລັດ ສະບັບ ເລກທີ 187/ປປທ, ວ່າດ້ວຍການປະກາດເອົາ ວັນອາທິດ ກົງກັບວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງ ສສຊ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໃນທົ່ວປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.

 

ທ່ານ ປອ ສົມພູ ດວງສະຫວັນ ກ່າວວ່າ: ການກຳນົດຈຳນວນ ສສຊ ແມ່ນເອົາຈຳນວນພົນລະເມືອງເປັນຫົວໜ່ວຍຄິດໄລ່ຄື: ແຂວງທີ່ມີພົນລະ ເມືອງ 250 ພັນຄົນລົງມາ ໃຫ້ມີ ສສຊ 6 ຄົນ, ແຂວງທີ່ມີພົນລະເມືອງເກີນ 250 ພັນຄົນຂຶ້ນໄປ ໃຫ້ເພິ່ມ ສສຊ 1 ຄົນ ຕໍ່ພົນລະເມືອງ 50 ພັນຄົນ, ແຕ່ສູງສຸດບໍ່ໃຫ້ເກີນ 20 ຄົນ. ສ່ວນການກຳນົດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາ ແມ່ນມີ ເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ໃໝ່, ຈາກຫຼາຍສາຂາອາຊີບ ທັງພາກລັດ ແລະ ເອກະຊົນ ເປັນຕົວແທນຂອງບັນດາຊັ້ນຄົນ.


ທັງນີ້, ຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳນວນ ສສຊ ຊຸດທີ IX ແລະ ຈຳນວນສະມາຊິກສະພາປະຊາຊົນແຂວງຊຸດທີ II ໃນແຕ່ລະເຂດເລືອກຕັ້ງທົ່ວປະເທດ ຕາມລັດຖະດຳລັດ ສະບັບເລກທີ 200/ປປທ, ລົງວັນທີ 10 ພະຈິກ 2020 ມີຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ຈໍານວນ 224 ທ່ານ, ເລືອກເອົາ 164 ທ່ານ.

ມີຜູ້ລົງສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຈໍານວນ 789 ທ່ານ, ເລືອກເອົາ 492 ທ່ານ ແລະ ສຳລັບລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການຂອງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ ແລະ ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ບັນຫາກ່ຽວຂ້ອງອື່ນໆທີ່ຈຳເປັນໃຫ້ແກ່ການກະກຽມການເລືອກຕັ້ງ, ພວກຂ້າພະເຈົ້າ ຈະໄດ້ຖະແຫຼງຂ່າວໃຫ້ບັນດາທ່ານສື່ມວນຊົນ ແລະ ສັງຄົມໄດ້ຮັບຊາບໃນໂອກາດຕໍ່ໄປ.