ຄູ່ບາວ-ສາວບໍ່ຄວນພາດ! ເປີດແລ້ວມະຫະກຳງານແຕ່ງດອງ ທີ່ຮວບຮວມເອົາທຸກຢ່າງໃນງານດອງມາໄວ້ທີ່ດຽວ

166

ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ(ຖວທ.ນວ) ຮ່ວມກັບບໍລິສັດຄົມປັນຍາ ເອັນເຕີເທັນເມັ້ນຈໍາກັດ ໄດ້ຈັດມະຫະກໍາງານແຕ່ງດອງ ທີ່ລວມເອົາບັນດາຫ້າງຮ້ານຕ່າງໆທີ່ກ່ຽວຂ້ອງກັບງານແຕ່ງດອງ 140ຮ້ານເຂົ້າຮ່ວມວາງສະແດງ ໃຫ້ພໍ່ແມ່ປະຊາຊົນເຂົ້າຢ້ຽມຊົມໂດຍສະເພາະຄູ່ບ່າວສາວທີ່ມີແຜນແຕ່ງດອງໄດ້ເຂົ້າມາສຶກສາ ແລະ ຈັບຈອງຜະລິດຕະພັນໃນງານ.


ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ. ນວ ກ່າວວ່າ: ມະຫະກໍາແຕ່ງດອງ ຈັດຂຶ້ນເປັນປີທໍາອິດ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ຮັກສາປະເພນີວັດທະນະທໍາຂອງຊາດ. ການແຕ່ງດອງເປັນລໍາດັບຂອງຊີວິດຂັ້ນທີ 3 ເຊິ່ງແມ່ນການສົມຢູ່ກິນຮ່ວມກັນ ຂອງຊາຍກັບຍິງ ທີ່ເຮົາເອີ້ນກັນຕາມທໍາມະດາວ່າ ເອົາກັນເປັນຜົວເປັນເມຍ ເພື່ອໃຫ້ມີລູກເຕົ້າສືບໜໍ່ແທນແນວ ຕໍ່ໄປ.


ທ່ານ ຄົມປັນຍາ ເພັງວິໄນຍາ ອໍານວຍການບໍລິສັດຄົມປັນຍາ ເອັນເຕີເທັນເມັ້ນຈໍາກັດກ່າວວ່າ: ງານດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດເບຍລາວ. ໃນງານມີຫ້າງຮ້ານ, ຜູ້ປະກອບການ ເຂົ້າຮ່ວມນໍາຜະລິດຕະພັນຮ່ວມວາງສະແດງ 140 ຫ້ອງ ປະກອບມີ ຮ້ານຕົກແຕ່ງດອກໄມ້, ຊຸດເຈົ້າບ່າວເຈົ້າສາວ, ຮ້ານຖ່າຍຮູບ, ຮ້ານພີມບັດເຊີນ, ບໍລິສັດທ່ອງທ່ຽວ, ຮ້ານແຕ່ງໜ້າ, ຮ້ານເສື້ອຜ້າອາພອນ, ຮ້ານຂາຍເຄື່ອງປະດັບ, ໂຮງແຮມ, ພັດຕະຄານ, ຮ້ານຮັບຈັດງານດອງ, ເຟີນີເຈີ, ເຄື່ອງດື່ມ ພ້ອມດຽວກັນກໍມີຕົວແທນນໍາເຂົ້າ ແລະ ຈໍາໜ່າຍລົດຕ່າງໆ ລວມທັງສູນຄວາມງາມ ແລະ ໂຮງໝໍເຂົ້າຮ່ວມວາງສະແດງຜະລິດຕະພັນ ເພື່ອໃຫ້ລູກຄ້າໄດ້ຈັບຈອງ.


ມະຫະກໍາວາງສະແດງ ງານແຕ່ງດອງ ເປີດຂຶ້ນໃນວັນທີ 19 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ. ນວ ພ້ອມດ້ວຍຜູ້ປະກອບການທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ. ງານດັ່ງກ່າວຈະຈັດໄປຈົນເຖິງວັນທີ 22 ພະຈິກ 2020.

ຂ່າວ ຮູບ ພຸດຕີ້