ສະຖິຕິໃໝ່ນັດ ຫົວພັນ ພົບ ຈໍາປາສັກ ມີແຟນບານເຂົ້າຊົມຫຼາຍທີ່ສຸດ ໃນບານເຕະທົ່ວປະເທດ(ມີຄລິບ)

242

ການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ ລະຫວ່າງວັນທີ 6-21 ພະຈິກ 2020 ປະເພດທີມຊາຍ ເຊິ່ງນັບແຕ່ວັນທີ 6 – 17 ພະຈິີກ 2020 ຈົບຮອບ 8 ທີມສຸດທ້າຍ ປາກົດວ່າ: ນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດສະເລ່ຍ 8 ພັນກວ່າຄົນແລ້ວ.

ຕາມການລາຍງານຂອງ ຄະນະກໍາມະການ ປະຈໍາແຕ່ລະສະໜາມໃນການແຂ່ງຂັນບານເຕະຊາຍ ລາຍກາຍວ່າ: ນັດລະຫວ່າງ ຈໍາປາສັກ ຊະນະ ແຂວງຫົວພັນ 5-0 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ໃນວັນທີ 17 ພະຈິກ 2020 ເປັນນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດເຖິງ 8.118 ຄົນ.

ຂະນະທີ່ ອັນດັບ 2 ນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດເປັນນັດທີ່ ຫຼວງພະບາງ ເອົາຊະນະ ແຂວງຊຽງຂວາງ ທີ່ສະໜາມ ມະຫາວິທະຍາແຫ່ງຊາດ ໃນວັນທີ 17 ພະຈິກ 2020 ມີແຟນບານເຂົ້າຊົມໃນສະໜາມ 6.555 ຄົນ ຕາມການປະເມີນຂອງຄະນະກໍາມະການ.

ສໍາລັບ ວັນທີ 19 ພະຈິກ 2020 ຈະແຂ່ງຂັນຮອບ 4 ທີມສຸດທ້າຍຕໍ່ຕາຕະລາງຕາມຮູບ:

ຂ່າວ: ຄໍາສອນ; ຮູບ: ສອນໄຊ – ຄໍາສອນ