ລັດຖະບານ ເປີດຈຳໜ່າຍພັນທະບັດຊຸດໃໝ່ 3.200 ຕື້ກີບ ຜ່ານ 3 ບໍລິສັດຫຼັກຊັບ

273

ລັດຖະບານ ເປີດຈຳໜ່າຍພັນທະບັດຊຸດໃໝ່ 3.200 ຕື້ກີບ ຜ່ານ 3 ບໍລິສັດ ຫຼັກຊັບຄື: ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ BCEL-KT ຈຳກັດ ແລະ ບໍລິສັດ ຫຼັກຊັບ ລາວ-ຈີນ ຈໍາກັດ ດ້ວຍດອກເບ້ຍ 5% ຕໍ່ປີ.

ພິທີຖະແຫຼ່ງຂ່າວການຈໍາໜ່າຍ ພັນທະບັດລັດຖະບານຊຸດໃໝ່ ໂດຍຜ່ານຕະຫຼາດຫຼັກຊັບລາວ ໄດ້ຈັດຂຶ້ນໃນວັນທີ 13​ ພະຈິກ 2020 ທີ່ຕຶກຕະຫຼາດຫຼັກຊັບລາວ,ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມງານໃນໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມການເງິນຕາຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ກະຊວງການເງິນ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານ ອ໋ອດ ພົນຊ່ຽງດີ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ມີຄະນະອຳນວຍການ ຈາກ 3 ບໍລິສັດ ຫຼັກຊັບຄື: ບໍລິສັດ ຫຼັກຊັບ ລ້ານຊ້າງ, ຫຼັກຊັບ BCEL-KT, ບໍລິສັດ ຫຼັກຊັບ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການຖະແຫຼ່ງຂ່າວໃນຄັ້ງນີ້ ເພື່ອເປັນການເຜີຍແຜ່ຂໍ້ມູນການຈຳໜ່າຍພັນທະບັດຊຸດໃໝ່ສົກປີ 2020-2021 ໃຫ້ແກ່ມວນຊົນທົ່ວໄປໄດ້ຮັບຊາບ ໂດຍລາຍລະອຽດພັນທະບັດລັດຖະບານທີ່ອອກຈຳໜ່າຍໃນຄັ້ງນີ້ມີ:

ພັນທະບັດຄັງເງິນ (ສະກຸນເງິນກີບ) ມູນຄ່າ 1,700 ຕື້: ອາຍຸ 1 ປີ ອັດຕາດອກເບ້ຍ 5% ຕໍ່ປີ.

ພັນທະບັດດຸນດ່ຽງງົບປະມານ (ສະກຸນເງິນກີບ) ມູນຄ່າ 1,500 ຕື້: ອາຍຸ 3 ປີ ອັດຕາດອກເບ້ຍ 6,80% ຕໍ່ປີ, ອາຍຸ 5 ປີ ອັດຕາດອກເບ້ຍ 6,95% ຕໍ່ປີ, ອາຍຸ 7 ປີ ອັດຕາດອກເບ້ຍ 7,20% ຕໍ່ປີ, ອາຍຸ 10 ປີ ອັດຕາດອກເບ້ຍ 7,50% ຕໍ່ປີ, ອາຍຸ 15 ປີ ອັດຕາດອກເບ້ຍ 7,70% ຕໍ່ປີ, ອາຍຸ 20 ປີ ອັດຕາດອກເບ້ຍ 8% ຕໍ່ປີ.

ພັນທະບັດດຸນດ່ຽງງົບປະມານ (ສະກຸນເງິນໂດລາ) ອາຍຸ 1 ປີ ອັດຕາດອກເບ້ຍ 5% ຕໍ່ປີ, ອາຍຸ 2 ປີ ອັດຕາດອກເບ້ຍ 5,50% ຕໍ່ປີ, ອາຍຸ 3 ປີ ອັດຕາດອກເບ້ຍ 6% ຕໍ່ປີ, ອາຍຸ 5 ປີ ອັດຕາດອກເບ້ຍ 7% ຕໍ່ປີອາຍຸ 7 ປີ ອັດຕາດອກເບ້ຍ 7,50% ຕໍ່ປີ, ອາຍຸ 10 ປີ ອັດຕາດອກເບ້ຍ 8% ຕໍ່ປີ.

ສຳລັບຜູ້ລົງທຶນທີ່ສົນໃຈລົງທຶນໃນພັນທະບັດລັດຖະບານ ສາມາດຈອງຊື້ນໍາ 3 ບໍລິສັດ ຫຼັກຊັບດັ່ງກ່າວໄດ້. ນອກຈາກນັ້ນ, ຍັງສາມາດຈອງຊື້ພັນທະບັດໂດຍຜ່ານທະນາຄານຕົວແທນ ໄດ້ທົ່ວປະເທດ ເປັນຕົ້ນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.