ຫຼວງພະບາງ-ຊຽງຂວາງ-ຜົ້ງສາລີ ທີມຈາກພາກເໜືອຊະນະໄດ້ແລ້ວ ໃນບານເຕະທົ່ວປະເທດ

321

ທີມບານເຕະຊາຍ ແຂວງຫຼວງພະບາງ, ຊຽງຂວາງ ແລະ ຜົ້ງສາລີ ກາຍເປັນທີມຈາກພາກເໜືອ ທີ່ສາມາດເກັບໄຊຊະນະໄດ້ແລ້ວ ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ.
ໂດຍຫຼວງພະບາງ ເອົາຊະນະ ແຂວງໄຊຍະບູລີ 3-0 ເຊິ່ງເປັນການເກັບໄຊຊະນະນັດທໍາອິດໃນສາຍ ຄ ນັດປະຈໍາວັນທີ 10 ພະຈິກ 2020

ສ່ວນ ຊຽງຂວາງ ສາມາດເອົາຊະນະ ຄໍາມ່ວນ 2-0 ໃນວັນທີ 11 ພະຈິກ 2020

ຂະນະທີ່ ຜົ້ງສາລີ ສາມາດເອົາຊະນະ ອຸດົມໄຊ 3-0 ໃນວັນທີ 11 ພະຈິກ 2020

ເຊິ່ງສະຖານະການຂອງກຸ່ມຕ່າງໆມີດັ່ງຮູບລຸ່ມນີ້:

ສ່ວນຕາຕະລາງແຂ່ງຂັນປະຈໍາວັນທີ 12 ພະຈິີກ 2020 ມີດັ່ງນີ້ິ້:
-ຫົວພັນ ພົບ ບໍ່ແກ້ວ ເວລາ 17:00 ໂມງທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ (ສາຍ ງ)
-ບໍລິຄໍາໄຊ ພົບ ສະຫວັນນະເຂດ ເວລາ 15:00 ໂມງທີ່ສະໜາມຫຼັກ 16 ສະໜາມນອກ (ສາຍ ງ)
-ອັດຕະປື ພົບ ໄຊຍະບູລີ ເວລ 15:00 ໂມງ ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ (ສາຍ ຄ)
-ຫຼວງພະບາງ ພົບ ຫຼວງນໍ້າທາ ເວລາ 15:00 ໂມງ ທີ່ສະໜາມກອງທັບ (ສາຍ ຄ)
ຂ່າວ: ຄໍາສອນ; ຮູບ: ສອນໄຊ