ສສຊ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊິ່ງປະກອບມີ 14 ພາກ 19 ໝວດ ແລະ 103 ມາດຕາ

214

ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຜ່ານຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊິ່ງເປັນກົດໝາຍສ້າງຂຶ້ນໃໝ່ເພື່ອແກ້ໄຂບັນຫາ ຂໍ້ຄົງຄ້າງ, ເຮັດໃຫ້ມີກົດໝາຍຄຸ້ມຄອງການສຶກສາຊັ້ນສູງ ມີເນື້ອໃນລະອຽດ, ຊັດເຈນ, ຮັດກຸມ, ແທດເໝາະກັບສະພາບການໃນປະຈຸບັນ.


ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ໂດຍໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ຮັບຮອງ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊິ່ງໂດຍ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.


ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ກ່າວວ່າ: ນັບແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ ການສຶກສາຊັ້ນສູງຢູ່ປະເທດເຮົາ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ. ດັ່ງນັ້ນ ເພື່ອຄຸ້ມຄອງວຽກງານດັ່ງກ່າວ ຂະແໜງການສຶກສາທິການ ກໍຄືລັດຖະບານໄດ້ມີດໍາລັດ ແລະ ຂໍ້ຕົກລົງຕ່າງໆວາງອອກ, ແຕ່ບັນດາດໍາລັດ ແລະ ຂໍ້ຕົກລົງເຫຼົ່ານັ້ນ ກໍຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານການສຶກສາຊັ້ນສູງ, ທີ່ໄດ້ມີການປ່ຽນແປງຢ່າງໄວວານັ້ນ. ມາຮອດປີ 2015 ຈຶ່ງໄດ້ມີດໍາລັດວ່າດ້ວຍການສຶກສາຊັ້ນສູງ ອອກມາໂດຍມີເນື້ອໃນ 13 ໝວດ ແລະ 57ມາດຕາ ເຊິ່ງເປັນນິຕິກໍາທີ່ມີລັກສະນະຄົບຊຸດ ສະບັບທໍາອິດ ໃນການຄຸ້ມຄອງວຽກງານການສຶກສາຊັ້ນສູງ, ອັນໄດ້ເຮັດໃຫ້ທຸກພາກສ່ວນທີ່ເຄື່ອນໄຫວວຽກງານການສຶກສາຊັ້ນສູງ ມີນິຕິກໍາທີ່ເປັນບ່ອນອີງ ແລະ ໃຊ້ເປັນເອກະພາບກັນໃນລະດັບສູງສົມຄວນໃນການຈັດຕັ້ງປະຕິບັດວຽກງານການສຶກສາຊັ້ນສູງໃນຂອບເຂດທົ່ວປະເທດ.


ນອກນັ້ນ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ຍັງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍສະບັບນີ້ວ່າ: ເພື່ອແກ້ໄຂບັນຫາ ຂໍ້ຄົງຄ້າງ, ເຮັດໃຫ້ມີກົດໝາຍຄຸ້ມຄອງການສຶກສາຊັ້ນສູງທີ່ມີເນື້ອໃນລະອຽດ, ຊັດເຈນ, ຮັດກຸມ, ແທດເໝາະກັບສະພາບການໃນປະຈຸບັນ ລວມທັງທ່າອ່ຽງຂອງການພັດທະນາວຽກງານການສຶກສາຊັ້ນສູງໃນຕໍ່ໜ້າ ແລະ ກວມເອົາດໍາລັດ ແລະ ນິຕິກໍາໃຕ້ກົດໝາຍອື່ນໆທີ່ກ່ຽວຂ້ອງ, ແນໃສ່ດຶງດູດການລົງທຶນ ແລະ ສົ່ງເສີມການການປະກອບສ່ວນຂອງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ວຽກງານການສຶກສາຊັ້ນສູງ, ສົ່ງເສີມການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການໃຫ້ບໍລິການວິຊາການແກ່ສັງຄົມໃຫ້ຫຼາຍຂຶ້ນ ແລະ ມີນະໂຍບາຍສົ່ງເສີມຜູ້ຮຽນເກັ່ງ, ຜູ້ມີພອນສະຫວັນ ແລະ ຜູ້ດ້ອຍໂອກາດໃຫ້ໄດ້ເຂົ້າຮຽນ ຕາມຄວາມຮູ້ຄວາມສາມາດ ແລະສອດຄ່ອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຍຸດທະສາດການພັດທະນາການສຶກສາຊັ້ນສູງໃນແຕ່ລະໄລຍະ.
ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ທີ່ສ້າງຂຶ້ນໃໝ່ ປະກອບມີ 14 ພາກ, 19 ໝວດ, 103 ມາດຕາ.


ບັນດາ ສສຊ ກໍໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພີ່ມຕື່ມເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸ່ມ.
ຈາກນັ້ນກໍລົງຄະແນນສຽງຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.