ພຸດດາວີ ດາວດັງຂອງ ລາວໂຕໂຢຕ້າ ໃນຖານະຫົວໜ້າຄູຝຶກທີມແຂວງອັດຕະປື ມື້ນີ້ວັດຄົມກັບຫຼວງນໍ້າທາ

97

ກາຍເປັນອີກສີສັນ ແລະ ໜ້າຕິດຕາມທີ່ສຸດສໍາລັບ ພຸດດາວີ ພົມມະສານ ກອງກາງຕົວເກັ່ງຂອງ ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວລີກ 1 ລະດູການ 2020 ຮັບບົດບາດເປັນຫົວໜ້າຄູຝຶກຂອງ ທີມບານເຕະຊາຍຂອງແຂວງອັດຕະປື ກັບພາລະກິດພາທີມລຸຍບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 45 ປີລະຫວ່າງວັນທີ 6-21 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ ໂດຍນັດທໍາອິດຈະພາທີມພົບກັບ ແຂວງຫຼວງນໍ້າທາ ໃນວັນທີ 10 ພະຈິກ 2020 ເວລາ 17:00 ໂມງທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ.

ພຸດດາວີ ຫາກໍພາ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມບານເຕະລາວລີກ 1 ລະດູການ 2020 ຖືກເອີ້ນໃຫ້ໄປຮັບໃຊ້ບາດເກີດ ໃນຖານະຫົວໜ້າຄູຝຶກຂອງທີມແຂວງອັດຕະປື ໂດຍລາວໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ສໍາລັບ ນ້ອງເອງຕອນສະໄໝເປັນນັກເຕະ ກໍເຄີຍຮຽນການເປັນຄູຝຶກລະດັບ Cລາຍເຊັນຂອງສະຫະພັນບານເຕະອາຊີ ( AFC ) ແລະ ສາມາດເສັງຈົບໃນປີ 2012 ເຊິ່ງໃນປີດັ່ງກ່າວກໍເຄີຍຄຸມທີມແຂວງອັດຕະປືຄັ້ງທໍາອິດ ສາມາດຍາດໄດ້ອັນດັບ 3 ຫຼື ຫຼຽນທັງໃນການແຂ່ງຂັນສະເຫຼີມສະຫຼອງວັນກໍາເນີດກີລາລາວ.

“ ນັກກີລາແຂວງອັດຕະປື ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ໃນປີນີ້ ສ່ວນຫຼາຍແມ່ນນັກເຕະຄົນແຂວງອັດຕະປື ແລະ ນັກເຕະຈາກລາວລີກ 2 ກໍມາຈາກ ເຄພີເອັສ ເອັຟຊີ ກັບ ກະຣູດາ ເອັຟຊີ ຈໍານວນ 2 ຄົນເທົ່ານັ້ນ ທີ່ສໍາຄັນໃນຊຸດນີ້ແມ່ນນັກເຕະໃໝ່ສ່ວນຫຼາຍທີ່ຍັງຂາດປະສົບການ ແຕ່ກໍຍັງມີບາງຄົນທີ່ຢູ່ໃນຊຸດທີ່ຍາດໄດ້ອັນດັບ 3 ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ມາຊ່ວຍຮຸ່ນນ້ອງ ” ພຸດດາວີ ກ່າວ.

ພຸດດາວີ ກ່າວອີກວ່າ: ເປົ້າຫມາຍຂອງຄະນະນຳຂອງແຂວງແລະຄູຝຶກແມ່ນຈະສູ້ຊົນໃຫ້ໄດ້ເຂົ້າຮອບ 8 ທີມ ແຕ່ກະຈະເບິ່ງນັດຕໍ່ນັດ, ສ່ວນນັດທຳອິດທີ່ຈະພົບ ຫຼວງນໍ້າທາ ຖືວ່າເປັນນັດທີສຳຄັນ ເພາະວ່າ ຫຼວງນໍ້າທາ ເປັນທີມທີ່ແຂງພໍສົມຄວນ ແລະ ມີນັກກິລາທີ່ເຄີຍຫຼິ້ນໃນລາວລີກ ແຕ່ພວກເຮົາກໍຈະພາຍາຍາມເຮັດໃຫ້ດີທີ່ສຸດ ເພື່ອເກັບໄຊຊະນະໃຫ້ໄດ້.

ສໍາລັບ ພຸດດາວີ ເກີດວັນທີ 2 ກຸມພາ 1994 ທີ່ເມືອງສາມັກຄີໄຊ ແຂວງອັດຕະປື ເລີ່ມຫຼິ້ນກີລາບານເຕະມາຕັ້ງແຕ່ຕອນອາຍຸ 14 ປີ ແລະ ຕິດທີມຊາດລາວ ຢູ 14 ໃນປີ 2009, ສະໂມສອນທໍາອິດເປັນສະໂມສອນ ລາວລ້ານຊ້າງ ລຸຍລາວລີກ 2011-2012 ກ່ອນຈະຍ້າຍໄປຫຼິ້ນກັບ ຮ່ວງແອງ ອັດຕະປື ແລະ ກາຍເປັນທີ່ຮູ້ຈັກຂອງຫຼາຍໆຄົນ ຫຼັງພາທີມຄວ້າຮອງແຊັມ ລາວພຣີເມຍລີກ 2013, ຄວ້າແຊັມລາວພຣີເມຍລີກ 2014 ແລະ ຄວ້າອັນດັບ 5 ໃນລາວພຣີເມຍລີກ 2015 ຈົນກະທັ້ງມາເຖິງປີ 2016 ຍ້າຍມາຫຼິິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ພາທີມຄວ້າຮອງແຊັມ ລາວພຣີເມຍລີກ ໃນລະດູການທໍາອິດ ກ່ອນທີ່ປີ 2017, 2018, 2019 ແລະ 2020 ຈະພາ ລາວໂຕໂຢຕ້າ ເອັຟຊີ ກວາດແຊັມລີກສູງສຸດຂອງ ສປປ ລາວ 4 ສະໄໝຕິດຕໍ່ກັນ.

ສ່ວນພາລະກິດໃໝ່ຂອງ ພຸດດາວີ ຄືພາທີມແຂວງບ້ານເກີດ ລຸຍບານເຕະທົ່ວປະເທດ ເພື່ອຂໍ່າຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ໂດຍແຂວງອັດຕະປື ຢູ່ສາຍ ຄ ຮ່ວມກັບ ແຂວງຫຼວງນໍ້າທາ, ໄຊຍະບູລີ ແລະ ຫຼວງພະບາງ ໂດຍກຸ່ມນີ້ຈະເລີ່ມແຂ່ງຂັນໃນວັນທີ 10 ພະຈິກ 2020.

ສໍາລັບ ລາຍຊື່ນັກເຕະຂອງແຂວງອັດຕະປື ມີດັ່ງນີ້: ພູປະເສີດ ພົມມະຈັນ, ອ້ອຍປາ ພິມດາເພັດ, ຈັນມີນາ ສຸຂະຜົນ, ຊາຍຊົງ ແກ້ວຈັນທາ, ພັນທຸລັກ ດາລາສຸກ, ໄຊສົມຫວັງ ສຸວັນນະເສນ, ພອນສະວັນ ແກ້ວມະນີວົງ, ໄກ່ອໍາພອນ ໝືນສະໜິດ, ໄຊສົມບັັດ ວົງວິໄລ, ສົມອາດຖະໜາ ສີລາເພັດ, ສອນສຸພັນ ວົງຊາລະຊິດ, ແບນລີ ມາໄຊຍະວົງ, ສຸດທິໄຊ ຈັນສະໝຸດ, ຈັນທະພອນ ແກ້ວພັກດີ, ສຸດອາພອນ ສິງປະເສີດ, ບຸນສົ່ງ ກຸນລະວົງ, ຄິດສາຄອນ ຈໍາປາທອງ, ອະພິໄຊ ພອນສາຣະແສນ, ຊາຍນ້ອຍ ສາຍທະວີ ແລະ ພອນປະເສີດ ລາດຊະວົງ.