ສົມລາຄາເຕັງແຊັມແຂວງຈໍາປາສັກ ພິກຊະນະ ຜົ້ງສາລີ ໄປແບບສຸດມັນນັດບິກແມັດບານເຕະທົ່ວປະເທດ

212

ຖືວ່າຟອມໂດດເດັ່ນ ແລະ ເປີດຕົວໄດ້ສົມລາຄາກັບຕົວເຕັງແຊັມສໍາລັບ ທີມບານເຕະຊາຍແຂວງຈໍາປາສັກ ລົງສະໜາມນັດທໍາອິດສາມາດພິກເອົາຊະນະ ແຂວງຜົ້ງສາລີ 3-1 ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ປະຈໍາວັນທີ 9 ພະຈິກ 2020 ທີ່ສະໜາມກີລາແຫ່ງງຊາດ ຫຼັກ 16 ສະໜາມໃນ.

ນັດດັ່ງກ່າວ ຜົ້ງສາລີ ຫຼິ້ນໄດ້ໂດດເດັ່ນໃນຕົ້ນເກມ ແລະ ເປັນ ໂຈອີ້ ຍິງປະຕູຂຶ້ນນໍາໃຫ້ກັບຜົ້ງສາລີ ຂຶ້ນນໍາ 1-0 ກ່ອນທີ່ ບຸນມີ ປິ່ນແກ້ວ ຈະຍິງປະຕູຕີິສະເໝີໃຫ້ກັບ ຈໍາປາສັກ ໄລ່ມາເປັນ 1-1.

ສ່ວນເຄິ່ງເວລາທີ 2 ຈໍາປາສັກ ປັບເກມໄດ້ໂດດເດັ່ນ ສາມາດຍິງໄດ້ 2 ປະຕູລວດຈາກ ທອງສະໄໝ ປິ່ນນາລອນ ແລະ ກ້ວຍເຈັງ ໜູພັກດີ ຊ່ວຍໃຫ້ ຈໍາປາສັກ ພິກເອົາຊະນະໄປ 3-1.

ຈາກຜົນດັ່ງກ່າວ ເຮັດໃຫ້ ຈໍາປາສັກ ເກັບ 3 ຄະແນນທໍາອິດ ຢຶດອັນດັບທີ 2 ຂອງສາຍ ຂ, ສ່ວນອັນດັບ 1 ເປັນຂອງເຊກອງ ລົງສະໜາມ 2 ນັດມີ 4 ຄະແນນ, ຂະນະທີ່ ຜົ້ງສາລີ, ແຂວງວຽງຈັນ ແລະ ອຸດົມໄຊ ມີ 1 ຄະແນນເທົ່າກັນ.