ແຂວງສາລະວັນ ສຸມໃສ່ການກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ

99

ທ້າຍອາທິດຜ່ານມານີ້, ຢູ່ທີ່ຫ້ອງ VIP ສະໂມສອນແຂວງສາລະວັນ  ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ທ້າຍສະໄໝທີ VIII, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ  ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ຮັກສາການເຈົ້າແຂວໆສາລະວັນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ໄດ້ຕີລາຄາການຊີ້ນຳໆພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງສາລະວັນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສ່ອງແສງເຖີງດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທ້າຍຕ່າງໆ ທີ່ເກີດຂຶ້ນໃນໄລຍະຜ່ານມາ ເປັນຕົ້ນ: ບັນຫາໄພພິບັດທາງທຳມະຊາດ, ພະຍາດຕ່າງໆລະບາດ ເຊີ່ງໄດ້ສ້າງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ກັບການຈັດຕັ້ງປະຕິບັດວຽກງານຕ່າງໆບາງດ້ານບັນລຸຄາດໝາຍ ແລະ ບາງດ້ານບໍ່ບັນລຸຕາມແຜນການທີ່ວາງໄວ້ ແລະ ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ.

ຄະນະພັກແຕ່ລະຂັ້ນໄດ້ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ, ຄົ້ນຄວ້າເຊື່ອມຊຶມມະຕິ, ຄຳສັ່ງ ລະບຽບກົດໝາຍ ແລະ ຜັນຂະຫຍາຍເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ປະຊາຊົນທຸກຊັ້ນຄົນ ຮັບຮູ້, ເຂົ້າໃຈຕໍ່ແນວທາງ ອັນໄດ້ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 7%ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 20.595 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 9,72 ລ້ານກີບຕໍ່ຄົນຕໍ່ປີ, ການລົງທຶນ 5 ປີ ສາມາດປະຕິບັດໄດ້ 6.000 ຕື້ກີບ ແລະ ວຽກງານໃນຂົງເຂດອື່ນໆ.


ຈາກນັ້ນ, ກໍ່ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າໃນການກະກຽມເນື້ອໃນຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຄົ້ນຄວ້າຢ່າງເລີກເຊີ່ງໃນການຄັດເລືອກເອົາບຸກຄະລາກອນ ທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດກວ້າງໄກ, ສາມາດເປັນຄັນທຸງນຳໜ້າ ໃນການຊີ້ນຳໆພາໃນແຕ່ລະຂົງເຂດວຽກງານ ເພື່ອນຳພາປະເທດຊາດ ກໍ່ຄືແຂວງສາລະວັນ ພັດທະນາຂຶ້ນເທື່ອລະກ້າວ.

ພ້ອມນັ້ນຍັງໄດ້ຄົ້ນຄວ້າປະກອບຄຳຄິດເຫັນ, ຮັບຮອງເອົາບັນຫາທີ່ສຳຄັນຕ່າງໆ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີເນື້ອໃນເລີກເຊີ່ງ, ຄົບຖ້ວນ, ຖືກຕ້ອງຕາມສະພາບຄວາມເປັນຈິງ ແລະສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ວາງອອກ. ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII.