ການນຳແຂວງສະຫວັນນະເຂດລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບຄອບຄົວ ທີ່ຖືກອັກຄີໄພ ຢູ່ບ້ານດົງຫວາຍ ເມືອງຊົນນະບູລີ

154

ໃນວັນທີ 8 ພະຈິກ ນີ້; ການນຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ,ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ແລະ ເງິນສົດໃຫ້ກັບ 9 ຄອບຄົວທີ່ໄດ້ຮັບຜົນກະທົບຈາກອັກຄີໄພ ຢູ່ບ້ານດົງຫວາຍ ເມືອງຊົນນະບູລີ.

ໃນນີ້ຄອບຄົວການນຳໄດ້ມອບເງິນຊ່ວຍເຫຼືອໃຫ້ຄອບຄົວລະ 1 ລ້ານກີບ ພ້ອມດ້ວຍເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ,ພະແນກແຮງງານສະຫວັດດີການສັງຄົມແຂວງມອບສັງກະສີຈຳນວນ 360 ແຜ່ນ,ເຫຼັກຕະປູ 110 ກິໂລ,ຖັງດຳໃສ່ນ້ຳ 9 ໜ່ວຍ,ເຂົ້າສານ 450 ກິໂລ,ຜ້າຫົ່ມ,ໝອນຈຳນວນໜຶ່ງ ແລະ ກໍ່ຍັງມີພະແນກການ,ນັກທຸລະກິດກໍ່ໄດ້ປະກອບສ່ວນເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ ແລະ ຜູ້ປະສົບໄພນ້ຳຖ້ວມໃນຈຳນວນ 145 ຄອບຄົວພາຍໃນບ້ານດົງຫວາຍຕື່ມອີກ.


ໂອກາດນີ້ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ກໍ່ໄດ້ລາຍງານກ່ຽວກັບເຫດການໄຟໄໝ້ເຮືອນປະຊາຊົນ ທີ່ບ້ານ ດົງຫວາຍ ໃນຄັ້ງນີ້ວ່າ: ໃນເວລາປະມານ 10:10 ນາທີ ຂອງວັນທີ 5 ພະຈິກ 2020 ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຈໍານວນ 9 ຫຼັງ,ໃນນີ້ເສຍຫາຍໝົດຫຼັງຈຳນວນ7 ຫຼັງຄາເຮືອນ ແລະ ອີກ 2 ຫຼັງແມ່ນເສຍຫາຍເລັກໜ້ອຍ.

ເຮືອນທີ່ຖືກໄຟໄໝ້ເປັນເຮືອນໄມ້ຊັ້ນດຽວແອ້ມດ້ວຍແປ້ນ, ມຸງດ້ວຍສັງກະສີ, ມີເຮືອນທ້າວ ບອນ ( ເຮືອນທີ່ຖືກໄຟໄໝ້ເປັນຫຼັງທຳອິດ ) ເສຍຫາຍມີເຮືອນ 1 ຫຼັງ, ລົດໄຖນາຍ່າງຕາມ 2 ຄັນ, ເລົ້າເຂົ້າ 1 ຫຼັງ, ເຂົ້າເປືອກ 42 ກະສອບ, ເຄື່ອງເອເລັກໂທນ 1 ຊຸດ ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 8 ຄົນ ຍິງ 3 ຄົນ ມູນຄ່າຄວາມເສຍຫາຍ 230 ລ້ານກີບ,ເຮືອນທ້າວ ລິນທອງ ເສຍຫາຍມີເຮືອນ 1 ຫຼັງ, ເລົ້າເຂົ້າ 1 ຫຼັງ, ເຂົ້າສານ 1 ກະສອບ, ເງີນ 1 ແສນບາດ ( ສະກຸນເງີນໄທ ) ເງີນກີບເກົ່າ 1 ກີບ, ຄໍາ 1 ບາດ, ເງີນກີບ 3 ແສນກີບ, ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 7 ຄົນ ຍິງ 4 ຄົນ, ລວມມູນຄ່າເສຍຫາຍ 220 ລ້ານກີບ, ເຮືອນນາງ ປຸ້ງ ເສຍຫາຍມີເຮືອນ 1 ຫຼັງ, ຄໍາ 2 ບາດ, ເງີນ 5 ແສນກີບ, ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 3 ຄົນ ຍິງ 1 ຄົນ, ມູນຄ່າຄວາມເສຍຫາຍ 120 ລ້ານກີບ, ເຮືອນທ້າວ ຈວງ ເສຍຫາຍມີເຮືອນ 1 ຫຼັງ, ເງີນ 10,000 ບາດ (ສະກຸນເງີນໄທ ) ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 12 ຄົນ ຍິງ 7 ຄົນ ມູນຄ່າຄວາມເສຍຫາຍ 140 ລ້ານ, ເຮືອນທ້າວ ບ່ຽງ ເສຍຫາຍມີເຮືອນ 1 ຫຼັງ, ເຂົ້າເປືອກ 50 ກະສອບ, ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 4 ຄົນ ຍິງ 2 ຄົນ ມູນຄ່າຄວາມເສຍຫາຍ 150 ລ້ານກີບ.

ເຮືອນທ້າວ ລອຍ ເສຍຫາຍມີເຮືອນ 1 ຫຼັງ, ເຂົ້າສານ 1 ສອບ, ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 7 ຄົນ ຍິງ 3 ຄົນ ມູນຄ່າຄວາມເສຍຫາຍ 150 ລ້ານກີບ, ເຮືອນນາງ ສູນ ເສຍຫາຍມີເຮືອນ 1 ຫຼັງ, ເງີນ 3,000 ບາດ ( ສະກຸນເງີນໄທ ), ເງີນກີບ 1 ແສນກີບ, ພ້ອມເຄື່ອງໃຊ້ພາຍໃນເຮືອນ ມີຈໍານວນຄົນ 9 ຄົນ ຍິງ 5 ຄົນ ມູນຄ່າຄວາມເສຍຫາຍ 170 ລ້ານກີບ ແລະ ອີກ 2 ຫຼັງແມ່ນໄດ້ຮັບຄວາມເສຍຫາຍບາງສ່ວນ ໃນນີ້ມີເຮືອນທ້າວ ຂຽວ ຖືກໄຟໄໝ້ຝາເຮືອນພຽງເລັກໜ້ອຍ ມູນຄ່າເສຍຫາຍ 1 ລ້ານກີບ, ເຮືອນນາງ ຂອດ ໄຟໄໝ້ກະເບື້ອງມຸງຫຼັງຄາເສຍຫາຍ 8 ແຜນ ມູນຄ່າ 1 ລ້ານ. ລວມມູນຄ່າເສຍຫາຍທັງໝົດ 1 ຕື້ 182 ລ້ານກີບ ສາເຫດທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້ອາດເກີດຈາກໄຟຟ້າລັດວົງຈອນ.


ພາບ-ຂ່າວ: ອັກສອນສິນ ພົມມະຈັນ