ສຳມະນາກອນຈາກຊຸດຝຶກອົບຮົມສ້ອມແປງລົດໄຟ ຂອງທາງລົດໄຟ ລາວ-ຈີນ 150 ຄົນ ລົງສຶກສາຕົວຈິງ ຢູ່ສະຖານທີ່ວາງລາງລົດໄຟ

108

ຂປລ. ສຳມະນາກອນຈາກຊຸດຝຶກອົບຮົມສ້ອມແປງລົດໄຟ ຂອງທາງລົດໄຟ ລາວ-ຈີນ 150 ຄົນ(ຍິງ 4 ຄົນ)ເຊິ່ງປະກອບມີຊ່າງສ້ອມແປງ ແລະ ໂຊເຟີຂັບລົດໄຟ ໄດ້ລົງສຶກສາຮໍ່າຮຽນຕົວຈິງ ໃນວັນທີ 6 ຕຸລາ 2020 ຢູ່ສະຖານທີ່ວາງລາງລົດໄຟ ຂອງກຸ່ມບໍລິສັດວິສະວະກຳທາງລົດໄຟເລກ 2 ສປ ຈີນ ເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍຫລັງໄດ້ຮຽນຮູ້ພາກທິດສະດີ ຢູ່ສະຖາບັນຂົງຈື.


ທ່ານ ຈຽນ ຊູ ໝິງ ຄະນະອຳນວຍການບໍລິສັດທາງລົດໄຟລາວ-ຈີນ, ຜູ້ຮັບຜິດ ຊອບຄັດເລືອກພະນັກງານ ແລະ ຝຶກອົບຮົມພະນັກງານໃໝ່ ໄດ້ໃຫ້ຮູ້ວ່າ: ການລົງສຶກສາຮໍ່າຮຽນຕົວຈິງ ໃນຄັ້ງນີ້, ເພື່ອໃຫ້ສຳມະນາກອນໄດ້ມາສຳຜັດກັບຕົວຈິງ ເພື່ອຮຽນຮູ້ກ່ຽວກັບລະບົບພື້ນຖານຂອງລົດໄຟ, ລະບົບເຄື່ອງຈັກ, ລະບົບຄວາມປອດໄພ, ຂັ້ນຕອນການສ້ອມແປງ, ການຕິດຕາມກວດກາລົດເວລາລົດມາຈອດ, ວິທີການຂຶ້ນ-ລົງຫົວລົດໄຟ ແລະ ອື່ນໆ, ເຊິ່ງສຳມະນາກອນແມ່ນມີຄວາມກະຕືລືລົ້ນ, ເອົາໃຈໃສ່ ແລະ ໃຫ້ຄວາມສົນໃຈຕໍ່ການຮໍ່າຮຽນ.


ຊຸດອົບຮົມຄັ້ງນີ້, ສຳມະນາກອນແມ່ນໄດ້ຮຽນຄວາມຮູ້ກ່ຽວກັບລົດໄຟຢູ່ ສປປ ລາວ ເປັນເວລາ 4 ເດືອນ, ຈາກນັ້ນຈະໄດ້ໄປສຳຜັດຕົວຈິງ ແລະ ຮຽນຂັບລົດໄຟ ຢູ່ຄຸນໝິງ ສປ ຈີນ ແລ້ວຈະກັບມາສຳຜັດຕົວຈິງ ຢູ່ລາວອີກເທື່ອໜຶ່ງ ກ່ອນຈະມີການເສັງຄັດເລືອກເອົາພະນັກງານ ເຂົ້າມາບັນຈຸເປັນຄົນຂັບລົດໄຟ.


ຂ່າວ-ພາບ: ຈັນທະລອນ