ຫຼາຍພາກສ່ວນອຸປະຖຳກອງປະຊຸມໃຫຍ່ຄັ້ງທີVIII ອົງຄະນະພັກແຂວງຊຽງຂວາງ

244

ໃນລະຫວ່າງວັນທີ2-9ພະຈິກ2020 ຫຼາຍພາກສ່ວນໄດ້ປະກອບສ່ວນເງິນ ແລະ ນ້ຳດື່ມ ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີVIIIຂອງອົງຄະນະພັກແຂວງຊຽງຂວາງ  ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການກ່າວຮັບຂອງທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ແລະ ບັນດາຄະນະປະຈຳພັກແຂວງ.

ອຸປະຖຳກອງປະຊຸມໃຫຍ່ຄັ້ງນີ້ໄດ້ມີ ບໍລິສັດໂອເຊຍໂນ ຈຳນວນ200ໍລ້ານກີບ, ບໍລິສັດພົງຊັບທະວີ ຈຳນວນ100ລ້ານກີບ, ບໍລິສັດແຈງຫົງ ຈຳນວນ60ລ້ານກີບ, ກະຊວງພະລັງງານ ແລະ ບໍ່ແຮ່ ຈຳນວນ50ລ້ານກີບ, ບໍລິສັດສີລິໄຊກໍ່ສ້າງ ແລະ ສ້ອມແປງເຄາສະຖານ ຈຳນວນ50ລ້ານກີບ, ລວມທະນາຄານ5ທະນາຄານຮາກຖານພັກ ຈຳນວນ26ລ້ານກີບ, ບໍລິສັດເພັງໄຊ ຈຳນວນ20ລ້ານກີບ, ລັດວິສາຫະກິດຂົວທາງແຂວງ ຈຳນວນ20ລ້ານກີບ, ບໍລິສັດບ້ານນາ ຈຳນວນ10ລ້ານກີບ, ບໍລິສັດຖິ່ນທອງພັດທະນາກໍ່ສ້າງ ຈຳນວນ10ລ້ານກີບ.

ນອກນັ້ນຍັງມີບໍລິສັດໄຊດວງດີກໍ່ສ້າງ-ຂົວທາງ ຈຳນວນ10ລ້ານກີບ, ບໍລິສັດດວງຕາວັນກໍ່ສ້າງຈຳກັດູ່ດຽວ ຈຳນວນ10ລ້ານກີບ, ບໍລິສັດຫວາພາບ ພັດທະນາກະສິກຳ(ເມືອງໝອກ) ຈຳນວນ10ລ້ານກີບ, ໂຮງງານອຸດົມສຸກຄອນກີດ ຈຳນວນ10ລ້ານກີບ, ບໍລິສັດວັນນະວົງກໍ່ສ້າງ ຈຳນວນ10ລ້ານກີບ, ບໍລິສັດຫຼ້າພູພຽງ ຈຳນວນ5ລ້ານກີບ, ບໍລິສັດສຸວັນທອນການຄ້າ ຈຳນວນ5ລ້ານກີບ, ບໍລິສັດວັດທະນາກໍ່ສ້າງ-ຂົວທາງຈຳກັດ ຈຳນວນ5ລ້ານກີບ, ສະພາການຄ້າຈີນສາຂາແຂວງຊຽງຂວາງ ຈຳນວນ5ລ້ານກີບ, ໂຮງຮຽນວັນນະວົງ ຈຳນວນ5ລ້ານກີບ, ໂຮງງານປຸງແຕ່ງໄມ້ດຶກຊ່ອງຖັງ ຈຳນວນ3ລ້ານກີບ.ບໍລິສັດໂກເອໂກ ຈຳນວນ3ລ້ານກີບ, ກອງບັນຊາການທະຫານແຂວງເຫງະອານ ຈຳນວນ3ລ້ານກີບ, ຄະນະຮັບຜິດຊອບຊາວຫວຽດນາມແຂວງຊຽງຂວາງ ຈຳນວນ2ລ້ານກີບ.

ນອກນັນກໍຍັງມີອົງຄະນະພັກເມືອງຄູນ , ອົງຄະນະພັກເມືອງຜາໄຊ , ອົງຄະນະພັກເມືອງໝອກ,ອົງຄະນະພັກເມືອງແປກ , ອົງຄະນະພັກເມືອງພູກູດ , ອົງຄະນະພັກເມືອງຄຳ , ອົງຄະນະພັກເມືອງໜອງແຮດ ແລະ ຮ້ານສ້ອມແປງລົດໃຫຍ່ອົງຢ໋າວ  ລວມເປັນເງິນທັງໝົດ657.000.000ກີບ ເຊິ່ງທ່ານເຈົ້າແຂວງໆຊຽງຂວາງ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ຕໍ່ການອຸປະຖຳ ຊ່ວຍເຫຼືອໃນຄັ້ງນີ້ ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຄັ້ງທີVIII ຂອງອົງຄະນະພັກແຂວງຊຽງຂວາງ ສຳເລັດໄປດ້ວຍໝາກຜົນອັນຈົບງາມ.

ຂ່າວ: ບຸນມີ ແສງທຸມມີ