ຄັດເລືອກຂັ້ນສຸດທ້າຍ! ສາຍພັນເຂົ້າໜຽວຫອມດີເດັ່ນ ໂດຍຊາວນາມີສ່ວນຮ່ວມ

128

ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີການຄັດເລືອກຂັ້ນສຸດທ້າຍສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ ເມື່ອວັນທີ 3 ພະຈິກຜ່ານມາ ໂດຍມີທ່ານ ພອນສະໄໝ ຈັນສີນາ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງສະຫວັນນະເຂດ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ, ອຳນາດການປົກຄອງບ້ານໃກ້ຄຽງ ແລະນັກວິຊາການເຂົ້າຮ່ວມ.

ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າຊະໂນ ກ່າວວ່າ: ເຖິງວ່າປະເທດເຮົາ ມີແນວພັນເຂົ້າປັບປຸງຫຼາຍກວ່າ 30 ແນວພັນ ແຕ່ກໍ່ມີຫຼາຍແນວພັນ ທີ່ບໍ່ສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ການລະບາດຂອງພະຍາດ ແລະແມງໄມ້ ເຊິ່ງເປັນສາເຫດເຮັດໃຫ້ຊາວນາປະລະແນວພັນປັບປຸງຈຳນວນຫຼວງຫຼາຍ. ດັ່ງນັ້ນ, ວຽກງານປັບປຸງແນວພັນເຂົ້າ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນຫຼາຍໃນການຄົ້ນຄວ້າ ແລະພັດທະນາແນວພັນໃໝ່ທີ່ມີລັກສະນະພິເສດເຊັ່ນ: ໃຫ້ຜົນຜະລິດສູງ, ຄຸນະພາບການກິນດີ, ມີຄວາມຫອມ, ທົນຕໍ່ຄວາມແຫ້ງແລ້ງ, ທົນຕໍ່ສະພາບນ້ຳຂັງ, ທົນຕໍ່ພະຍາດ ແລະແມງໄມ້ທຳລາຍ ເພື່ອມາທົດແທນແນວພັນເກົ່າທີ່ຊາວນາບໍ່ນິຍົມນຳໃຊ້.

ສູນຄົ້ນຄວ້າກະສິກຳທ່າຊະໂນ ແມ່ນສູນໜຶ່ງທີ່ມີບົດບາດໃນວຽກງານຄົ້ນຄວ້າ ແລະພັດທະນາແນວພັນໃໝ່ອອກສູ່ສັງຄົມເລື້ອຍມາ. ຕົກມາໃນປີ 2019 ໄດ້ນຳເອົາສາຍພັນເຂົ້າໜຽວຫອມຈຳນວນ 42 ສາຍພັນ ທີ່ເອົາມາຈາກສູນຄົ້ນຄວ້າເຂົ້ານາພອກ ເພື່ອມາຄັດເລືອກໃນສະພາບແວດລ້ອມຂອງແຂວງສະຫວັນນະເຂດ ແລະ ໃນປີ 2020 ສາມາດຄັດເລືອກໄດ້ 8 ສາຍພັນ ທີ່ສາມາດປັບຕົວໄດ້ດີ ໃຫ້ຜົນຜະລິດສູງ ແລະມີຄວາມຫອມ ຊຶ່ງໃນຈຳນວນ 8 ສາຍພັນເຂົ້າໜຽວຫອມ ທີ່ຄັດເລືອກໄດ້ ແມ່ນເປັນໂຄງການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ ແລະສູນໄບໂອເຕັກ ທີ່ຂຶ້ນກັບມະຫາວິທະຍາໄລກະເສດສາດກຳແພງແສນ ປະເທດໄທ.

ໂດຍໄດ້ນຳໃຊ້ແນວພັນທ່າດອກຄຳ 8 ເປັນແນວພັນນິຍົມໃນລາວເຮົາ ປະສົມພັນກັບສາຍພັນເຂົ້າໜຽວຫອມຂອງໄທ ເຊິ່ງມີຈຸດປະສົງຖ່າຍທອດຢີນຄວາມຫອມ ເຮັດໃຫ້ແນວພັນທ່າດອກຄຳ 8 ມີຄວາມຫອມ ໂດຍໄດ້ເລີ່ມປະຕິບັດມາແຕ່ປີ 2014 ເປັນຕົ້ນມາ ເຊິ່ງຈະກະກຽມອອກເປັນແນວພັນໃໝ່ ໃຫ້ຊາວນາໄດ້ນຳໃຊ້ໃນຊຸມປີຕໍ່ໜ້ານີ້.

ໃນໂອກາດດັ່ງກ່າວ ບັນດາທ່ານທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ຈະໄດ້ພ້ອມກັນໃຫ້ຄະແນນເຂົ້າໜຽວຫອມໃນ 8 ສາຍພັນໃໝ່ ຕາມແບບຟອມທີ່ແຈກຢາຍ ທີ່ໄດ້ກຳນົດມາດຖານເງື່ອນໄຂຕ່າງໆ ໃນການໃຫ້ຄະແນນເຂົ້າແຕ່ລະສາຍພັນ; ໃນນີ້ ບັນ ດາທ່ານຄະນະກຳມະການ ໄດ້ລົງເບິ່ງພື້ນທີ່ປູກເຂົ້າຕົວຈິງ ເພື່ອໃຫ້ຄະແນນກັບທີ່ ແລະກັບເຂົ້າມາເບິ່ງເມັດເຂົ້າສານ ຕະຫຼອດເຖິງເຂົ້າສຸກຂອງເຂົ້າສາຍພັນໃໝ່ທັງ 8 ສາຍພັນ ທີ່ສູນຄົ້ນຄວ້າກະສິກຳທ່າຊະໂນ ເພື່ອຄວາມຊັດເຈນໃນການໃຫ້ຄະແນນຕື່ມອີກ ເຊິ່ງພາຍຫຼັງຄັດເລືອກແລ້ວ ກໍຈະໄດ້ມີການຕັ້ງຊື່ເຂົ້າໜຽວຫອມສາຍພັນໃໝ່ນີ້.

ໂດຍ: ຂ່າວສະຫວັນ