ແຂວງຈໍາປາສັກ ໃຊ້ນັກເຕະອະດີດທີມຊາດ-ຢູ19-ຢູ 16 ລວມ 12 ຄົນລຸຍບານເຕະທົ່ວປະເທດ

194

ທີມບານເຕະຊາຍແຂວງຈໍາປາສັກ ໄດ້ເດີນທາງໄດ້ອອກເດີນທາງຂຶ້ນມານະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍໃນວັນທີ 4 ພະຈິີກ 2020 ເຊິ່ງກ່ອນການແຂ່ງຂັນຈະເລີ່ມຂຶ້ນເຮົາໄປເບິ່ງສະພາບຂອງ ທີມຊາຍຂອງແຂວງຈໍາປາສັກ ກັນກ່ອນ ເພາະເປັນອີກ 1 ທີມເຕັງໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິີກ 2020.

ທີມແຂວງຈໍາປາສັກ ຊຸດນີ້ໃຊ້ນັກເຕະທີ່ມີປະສົບການທີມຊາດລວມກັນເຖິງ 12 ຄົນ ຫຼັງ ທ່ານ ສຸບິນ ແກ້ວເພັດ ຫົວໜ້າຄູຝືກຂອງ ທີມແຂວງຈໍາປາສັກ ໃຫ້ຂໍ້ມູນວ່າ: ນັກເຕະທີມຊາຍ ແຂວງຈໍາປາສັກ ແມ່ນໄດ້ຄັດເລືອກຈາກການແຂ່ງຂັນບານເຕະທົ່ວແຂວງກໍຄື ບານເຕະຊີງຂັນທ່ານເຈົ້າແຂວງ, ບານເຕະຊີງຂັນວັນຊາດ ທີ 2 ທັນວາ ແລະ ທີມຊາດຊຸດນ້ອຍ ( ຢູ 19 ແລະ ຢູ 16 ) ນໍາໂດຍ ອະດີດທີມຊາດຢ່າງ ສັງວອນ ພົມມະສານ, ອຸດົມສິດ ສິງລາດສົມບູນ ແລະ ຄໍາຫຼ້າ ປິ່ນແກ້ວ. ນອກນັ້ນ ກໍຍັງມີທີມຊາດລາວ ຢູ 19 ຊຸດປີ 2020 ຈໍານວນ 4 ຄົນ ແລະ ທີມຊາດຢູ 16 ຊຸດປັດຈຸບັນຈໍານວນ 5 ຄົນ.

ທີມບານເຕະຊາຍ ແຂວງຈໍາປາສັກ ເປັນອີກ 1 ຕົວເຕັງ ເພາະເປັນແຂວງທີ່ມີການເຄື່ອງໄຫວຢ່າງຕໍ່ເນື່ອງ ແລະ ນັກເຕະມີຄຸນນະພາບ ໂດຍຜົນການອຸ່ນເຄື່ອງ 4 ນັດທີ່ຜ່ານມາແມ່ນຊະນະລວດ ເຊິ່ງນັດຫຼ້າສຸດຊະນະ ແຂວງສາລະວັນ ໄປແບບສຸດມັນ 4-3, ສ່ວນການແຂ່ງຂັນບານເຕະທົ່ວປະເທດ ຄັ້ງນີ້ ຈໍາປາສັກ ຢູ່ສາຍ ຂ ຮ່ວມກັບ ອຸດົມໄຊ, ແຂວງວຽງຈັນ, ຜົ້ງສາລີ ແລະ ເຊກອງ.

ສໍາລັບ 20 ນັກເຕະຂອງແຂວງຈໍາປາສັກ ປະກອບມີ:
-ນັກເຕະອະດີດທີມຊາດ 3 ຄົນ: ສົງວຽນ ພົມມະສານ ກອງໜ້າ, ອຸດົມສິດ ສິງລາດສົມບູນ ກອງຫຼັງ ແລະ ຄໍາຫຼ້າ ປິ່ນແກ້ວ ກອງຫຼັງ
-ທີມຊາດລາວ ຢູ 19 ຊຸດປັດຈຸບັນ 4 ຄົນ: ກ້ວຍເຈັງ ໜູພັກດີ ກອງໜ້າ, ຈັນນິຈອນ ຈັນທະວົງ ກອງຫຼັງ, ບຸນມີ ປິ່ນແກ້ວ ກອງກາງ ແລະ ຄໍາສະຫງ່າ ພົມມະສານ ກອງຫຼັງ.
-ທີມຊາດລາວ ຢູ 16 ຊຸດປັດຈຸບັນ 5 ຄົນ: ທິບພະຈັນ ຄໍາໃບອ່່ອນ ກອງໜ້າ, ດາໝຸດ ທອງຄໍາສະຫວັດ ກອງກາງ, ອາລິສັນ ເມືອງວົງສາ ກອງຫຼັງ, ບຸນໂຊກ ສິງຫາລາດ ຜູ້ຮັກສາປະຕູ ແລະ ຈັນທະພອນ ຊາທອງຍົດ ກອງກາງ.

-ຜູ້ຮັກສາປະຕູ: ສົມຫວັງ ແກ້ວມຸກ
-ກອງຫຼັງ: ຄໍາບິວ ສີຫາວົງ ແລະ ຄໍາໝັ້ນ ຈັນມະນີ,
-ກອງກາງ: ສົມໃຈ ໄຊຍະຈັກ ແລະ ວິທູນ ເດດລືໄຊ,
-ກອງໜ້າ: ສຸພັນ ຄໍາໃບອ່ອນ, ທອງສະໄໝ ປິ່ນນາລອຍ ແລະ ພູວຽງ ພູນສະຫວັດ
ຂ່າວ: ຄໍາສອນ; ຮູບຈາກ: F.C.Champasak