ຮັບມືແນວໃດກັບເພື່ອນຮ່ວມງານມັກນິນທາລັບຫຼັງ?

286

ຄົນເຮົາທຸກຄົນລ້ວນແລ້ວມີທັງຄົນຮັກ ແລະ ຄົນຊັງ, ຄົນມັກ ແລະ ຄົນບໍ່ມັກ, ຄົນສະໜັບສະໜູນ ແລະ ຄົນທີ່ອິດສາ ພ້ອມຂັດແຍ່ງກັນເປັນເລື່ອງທຳມະດາ ແນ່ນອນສິ່ງທີ່ຕາມມາກັບຄົນທີ່ບໍ່ມັກ ຫຼື ຄົນທີ່ຊັງ, ຄົນທີ່ຄອຍອິດສາເຮົານັ້ນກໍແມ່ນຄຳນິນທາ ຫຼື ເວົ້າຂວັນ ເຊິ່ງຄົນປະເພດນີ້ແມ່ນມີຢູ່ທຸກຫົນແຫ່ງ ແລະ ທຸກອົງກອນ. ດັ່ງນັ້ນ, ຫາກທ່ານພົບວ່າໃນອົງກອນຂອງທ່ານມີຄົນປະເພດນີ້ແມ່ນຄວນຮັບມືດັ່ງນີ້?:

  1. ເບິ່ງເຂົາໃນທາງທີ່ກົງກັນຂ້າມ: ໃຫ້ເບິ່ງເຂົາໃນແງ່ດີ ເຖິງວ່າເຂົາຈະເອົາເລື່ອງເຮົາໄປເວົ້າໃນທາງທີ່ບໍ່ດີ, ໃສ່ຮ້າຍປ້າຍສີ ຫຼື ຕັ້ງກຸ່ມແກ້ງເພື່ອເວົ້າຂວັນ ແລະ ຕໍ່ຕ້ານເຮົາກໍຕາມ ວິທີຮັບມືໃຫ້ທ່ານຄິດວ່າເຮົາເປັນຄົນສຳຄັນໃນສາຍຕາເຂົາ ເຂົາຈຶ່ງເສຍເວລາມານັ່ງຈັບຜິດ, ເສຍເວລາມານັ່ງຈຸ້ມກັນເວົ້າເຖິງເລື່ອງຂອງເຮົາ ແທນທີ່ຈະເອົາເວລາໄປເບິ່ງແຍງຕົວເອງ, ເບິ່ງແຍງຄອບຄົວເຂົາ ຫຼື ເອົາເວລາໄປທຳມະຫາກິນ ແລະ ເຮັດວຽກໃຫ້ຫຼ້ອນໜ້າທີ່ມີຜົນງານລື່ນເຮົາ. ທີ່ສຳຄັນເຂົາເອົາໃຈໃສ່ເຮົາ ຂະນະທີ່ຕົວເຮົາເອງຍັງບໍ່ຮູ້ຊໍ້າວ່າເຮົາເຮັດຫຍັງຜິດພາດໄປແດ່ ແລະ ຄິດວ່າເຂົາເປັນແວ່ນແຍງໃຫ້ເຮົາ ເບິ່ງຄືນຕົນເອງວ່າເຮົາເຮັດແບບນັ້ນມັນຖືກ ຫຼື ຜິດບ່ອນໃດ.
  2. ເບິ່ງເຂົາດ້ວຍຄວາມເມດຕາ: ເວລາພົບຄົນແບບມັກນິນທາ ຫຼື ກຸ່ມຄົນມັກເວົ້າຂວັນ ໃຫ້ຄິດວ່າເຂົາເປັນຄົນຂາດຄວາມເອົາໃຈໃສ່, ຂາດຄວາມສົນໃຈ, ມີປົມດ້ອຍຢ່າງໃດຢ່າງໜຶ່ງໃນໃຈ, ເພາະສ່ວນຫຼາຍຄົນທີ່ມັກເວົ້າໃຫ້ຄົນອື່ນນັ້ນສ່ວນໜຶ່ງກໍຍ້ອນຕົນເອງມີປົມດ້ອຍໃນໃຈເລື່ອງນັ້ນ ແລ້ວເວົ້າໃຫ້ຄົນອື່ນເພື່ອໃຫ້ຕົນເອງຮູ້ສຶກດີຂຶ້ນ, ຍ້ອນເຂົາມີນິດໄສແບບນັ້ນຈຶ່ງເຮັດໃຫ້ຫຼາຍຄົນບໍ່ສົນໃຈເຂົາ ເມື່ອມີຄົນມາສົນໃຈເຮົາ ເຂົາກໍຈະພາກັນຕີ ຄວາມໝາຍໄປໃນທາງທີ່ເສຍຫາຍ, ບາງຄົນອິດສາຕາຮ້ອນຈົນອອກນອກໜ້າ ກໍຈະສະແດງທ່າທີ ຫຼື ຄຳເວົ້າໃນລັກສະນະປະຈານເຮົາໃນເລື່ອງທີ່ເຮົາບໍ່ຄາດຄິດ ຫຼື ເລື່ອງທີ່ເປັນຕາອັບອາຍຂອງເຮົາອອກມາໂດຍທີ່ເຮົາບໍ່ທັນຕັ້ງຕົວເລີຍກໍມີ ໃຫ້ຄິດພຽງວ່າ: ຄົນທີ່ເວົ້າບໍ່ດີ ມື້ໃດມື້ໜຶ່ງກໍາຫາກຊິຕາມສະໜອງເຂົາ ເວລາເຂົາເວົ້າຫຼາຍເທື່ອທີ່ບໍ່ແມ່ນຄວາມຈິງ ຫຼື ໄປເວົ້າໃຫ້ຄົນອື່ນຟັງ ຜູ້ທີ່ຟັງກໍຈະຮູ້ທັນທີເລີຍວ່າລາວບໍ່ເປັນຕາຄົບ ແລະ ທຸກຢ່າງກໍຈະຢ້ອນກັບໄປທີ່ຕົວລາວເອງ ເຊັ່ນ: ບໍ່ໄດ້ຮັບຄວາມໄວ້ວາງໃຈ, ບໍ່ໄດ້ຮັບໂອກາດ ແລະ ບໍ່ໄດ້ຮັບຄວາມເຊື່ອໃຈຈາກຄົນອື່ນເລີຍ.
  3. ເຮົາຕ້ອງເດັ່ນກວ່າເຂົາ: ເມື່ອເຮົາເຮັດຫຍັງກໍເປັນທີ່ຈັບຕາເບິ່ງຂອງເຂົາຢູ່ແລ້ວ ເຮົາຕ້ອງເຮັດທຸກຢ່າງໃຫ້ເດັ່ນກວ່າເຂົາ ເຊັ່ນ: ການນຸ່ງຖື, ການເຮັດວຽກທີ່ດີກວ່າ, ເຮັດໜ້າທີ່ທີ່ຖືກມອບໝາຍໃຫ້ສຳເລັດໄວກວ່າ, ຫາເງິນໃຫ້ໄດ້ຫຼາຍກວ່າ ແລະ ອື່ນໆ. ເພາະເມື່ອເຮົາເດັ່ນກວ່າເຂົາທຸກຢ່າງແລ້ວ ເຮົາກໍຕ້ອງຄອຍສັງເກດເບິ່ງວ່າຄວາມສາມາດເຂົາເປັນແນວໃດ ຫາກເມື່ອເຂົາພົບບັນຫາ ໂດຍທີ່ໝູ່ເພື່ອນທີ່ມັກເວົ້າຂວັນນຳກັນບໍ່ສາມາດຊ່ວຍເຂົາໄດ້ ເຮົາຈຶ່ງຄ່ອຍໆຍື່ນມືເຂົ້າໄປຊ່ວຍ ເມື່ອນັ້ນເຂົາກໍຈະຮູ້ສຶກລະອາຍໃຈຕໍ່ເຮົາທີ່ເຄີຍເວົ້າບໍ່ດີລັບຫຼັງເຮົາ. ຈາກນັ້ນ, ເຂົາກໍຈະຄ່ອຍໆຫັນມາຢູ່ທາງເຮົາ ແລະ ຄອຍລາຍງານວ່າໃຜແນ່ເວົ້າຫຍັງໃຫ້ເຮົາ. ແຕ່ຢ່າລືມວ່າບາງຄົນທີ່ບໍ່ສຳນຶກເຖິງເຮົາຈະຊ່ວຍເຫຼືອເຂົາໃນຍາມທີ່ເຂົາລຳບາກ ແຕ່ເຂົາກໍເອົາເຮົາໄປເວົ້າລັບຫຼັງຄືເກົ່າ.
  4. ໃຫ້ເຮັດໃຈເຢັນແບບປິດຫູ ປິດຕາ ແລະ ປິດປາກ: ຫາກເຮັດວຽກຢູ່ອົງກອນດຽວກັນ ແນ່ນອນເຮົາຈະຫຼີກລຽງບໍ່ໄດ້ໃນການທີ່ຈະຕ້ອງໄດ້ພົບປະ ຫຼື ເຮັດກິດຈະກຳຮ່ວມກັບເຂົາ, ແຕ່ຂໍໃຫ້ຈຳໄວ້ວ່າ: ເຮົາຫຼິ້ນນຳເຂົາໄດ້ແຕ່ບໍ່ຄວນໄປເຮັດຄືເຂົາ, ຫຼີກລຽງໃນການເວົ້າເລື່ອງສ່ວນຕົວ ແລະ ຄວາມລັບໃຫ້ກັບພວກເຂົາຟັງ ແລະ ຮັບຮູ້, ເຂົາຈະເຮັດຫຍັງບໍ່ຕ້ອງໄປໃສ່ໃຈ ແລະ ເຮົາກໍບໍ່ຄວນໄປຫຼິ້ນ ແລະ ເປັນເພື່ອນສະໜິດກັບເຂົາ, ເພາະເຂົາເປັນຄົນປະເພດນີ້ແລ້ວເຖິງເຮົາຈະເຮັດດີ ຫຼື ຊົ່ວ ຈະຢູ່ຕໍ່ໜ້າ ຫຼື ລັບຫຼັງເຂົາກໍເວົ້າໃຫ້ເຮົາຢູ່ດີ.