ກະຊວງ ກປ ກຽມສະເຫຼີມສະຫຼອງ 2ວັນສໍາຄັນ ພ້ອມວາງສະແດງ, ຈໍາໜ່າຍສິນຄ້າ 28-30ຕຸລານີ້

126

ຄືດັ່ງຮູ້ນໍາກັນແລ້ວວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກມາເປັນເວລາຫຼາຍສັດຕະວັດແລ້ວ. ຕະຫລອດໄລຍະຜ່ານມາ ໂລກຂອງພວກເຮົາ ຍັງໄດ້ພົບກັບຫຼາຍໆບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງທາງດ້ານດິນຟ້າອາກາດຂອງໂລກ ພາໃຫ້ເກີດໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດໂຄວິດ-19 ທີ່ກຳລັງຄຸກຄາມໃນທົ່ວໂລກ ໄດ້ສຶບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນເກືອບ 700 ລ້ານຄົນ ຂາດສານອາຫານ ແລະ ຄາດຄະເນວ່າ ປະຊາຊົນຕື່ມອີກ 130 ລ້ານຄົນ ໃນທົ່ວໂລກ ອາດປະສົບກັບຄວາມອຶດຫິວຍ້ອນໂລກລະບາດດັ່ງກ່າວ.

ປະກົດການດັ່ງກ່າວນັ້ນ ໄດ້ເປັນການເພີ່ມທະວີໃຫ້ມີຄວາມທຸກຍາກ ແລະ ໄພອຶດຫິວຫລາຍຂຶ້ນ. ດັ່ງນັ້ນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກປີ ເປັນວັນອາຫານໂລກ ຊຶ່ງເລີ່ມແຕ່ ປີ 1980, ຕໍ່ມາ ສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ໂດຍເລີ່ມແຕ່ ປີ 1992 ເປັນຕົ້ນມາ, ມາຮອດ ປີ 2003 ລັດຖະບານ ແຫ່ງ ສປປ ລາວ ກໍ່ໄດ້ກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ.

ດັ່ງນັ້ນ, ການສະເຫລີມສະຫລອງ 2 ວັນດັ່ງກ່າວ ບໍ່ສະເພາະແຕ່ຈະມີຄວາມໝາຍຄວາມສຳຄັນທີ່ສຸດ ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈເຖິງບັນຫາສິ່ງທ້າທາຍຕ່າງໆ ຈາກການປ່ຽນແປງດິນຟ້າອາກາດເທົ່ານັ້ນ ຫາກຍັງເປັນການແຈ້ງເຕືອນ ແລະ ປຸກລະດົມກຳລັງແຮງທົ່ວສັງຄົມລາວ ແລະ ປະຊາຊົນໂລກ ເພື່ອເຝົ້າລະວັງ, ປ້ອງກັນຜົນເສຍຫາຍ ທີ່ອາດເກີດຂື້ນ ແລະ ຮ່ວມກັນ ແກ້ໄຂຜົນຮ້າຍ ຂອງ ໄພພິບັດໃຫ້ກັບສູ່ສະພາບປົກກະຕິໂດຍໄວຢູ່ ສປປ ລາວ.

ການສະເຫຼີມສະຫຼອງ 2 ວັນດັ່ງກ່າວໃນປີ 2020 ຍິ່ງເປັນປີທີ່ມີຄວາມໝາຍສໍາຄັນ ເປັນຊ່ວງໄລຍະທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍາລັງສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIຂອງຕົນ ຊຶ່ງຈະໄຂຂຶ້ນໃນມໍ່ໆນີ້ ແລະ ອົງການອາຫານ ແລະ ການກະເສດຂອງອົງສະຫະປະຊາຊາດ ກໍາລັງ ສະເຫຼີມສະຫຼອງວັນສ້າງຕັ້ງອົງການດັ່ງກ່າວ ຄົບຮອບ 75 ປີ ຊຶ່ງອົງການດັ່ງກ່າວໄດ້ມີຜົນງານໃນການປະກອບສ່ວນຊ່ວຍເຫຼືອໂລກນີ້ເພື່ອຜ່ານພົ້ນສິ່ງທ້າທາຍອັນໃຫຍ່ຫຼວງ ໂດຍສະເພາະການປ່ຽນແປງດິນຟ້າອາກາດ ການເຊື່ອມໂຊມຂອງສິ່ງແວດລ້ອມ ແລະ ໄພຂົ່ມຂູ່ດ້ານຄວາມສະຫງົບ ແລະ ຄວາມໝັ້ນຄົງ.

ດັ່ງນັ້ນ, ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ຈະໄດ້ຈັດງານສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 40 ປີ ພາຍໃຕ້ຄໍາຂວັນ: “ອານາຄົດຂອງພວກເຮົາ ຂື້ນກັບການກະທຳຂອງພວກເຮົາ: ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”

ສະເຫຼີມສະຫຼອງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 28 ປີ ພາຍໃຕ້ຄໍາຂວັນ “ຮ່ວມໃຈກັນເພື່ອບັນລຸຄວາມຍຸຕິທຳ ທາງສັງຄົມ ແລະ ສິ່ງແວດລ້ອມ ໃຫ້ແກ່ທຸກຄົນ”, ຊຶ່ງພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ຈະໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ຕຸລາ 2020, ຈັດສໍາມະນາ-ປາຖະກະຖາ ຫົວຂໍ້ ກ່ຽວກັບ ກະສິກຳສະອາດ, ໂພຊະນາການ ແລະ ການຫຼຸດຜ່ອນຄວາມທຸກຍາກ ໃນຕອນບ່າຍ; ຈັດງານວາງສະແດງສິນຄ້າ ແລະ ຈຳໜ່າຍສິນຄ້າກະສິກຳ ເລີ່ມແຕ່ວັນທີ 28 ຫາ 31 ຕຸລາ 2020 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ເຂດດົງໂດກ).

ແນວໃດກໍ່ຕາມ ໃນການຈັດພິທີສະເຫຼີມສະຫຼອງ 2 ວັນດັ່ງກ່າວ ຮຽກຮ້ອງມາຍັງທົ່ວພັກທົ່ວລັດ ທົ່ວປວງຊົນລາວທັງຊາດ ຕະຫຼອດຮອດອົງການຈັດຕັ້ງສາກົນຕ່າງໆຢູ່ ສປປ ລາວ ຈົ່ງຮ່ວມກັນ ສະເຫຼີມສະຫຼອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກປີນີ້ ໃຫ້ເປັນຂະບວນຟົດຟື້ນ, ຮັບປະກັນເນື້ອໃນເປັນຕົ້ນຕໍ ຮູບການເປັນສຳຄັນ ບົນພື້ນຖານຈິດໃຈ ປະຢັດມັດທະຍັດ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ, ປອດໄພຈາກພະຍາດ ໂຄວິດ-19.