ເຫດຜົນທີ່ໂທລະພາບຊຳຊຸງ QLED ເປັນຕົວເລືອກອັນດັບໜຶ່ງ

153

ເມື່ອເຖິງເວລາທີ່ຕ້ອງເລືອກຊື້ໂທລະພາບມາໃຊ້ ຜູ້ຊື້ທຸກຄົນຕ່າງຕ້ອງການໂທລະພາບທີ່ສາມາດຕື່ມເຕັມໃນການຮັບຊົມ, ຕອບໂຈດໄລຟ໌ສະໄຕທຸກດ້ານ ແລະ ລ້ຳສະໄໝໃຊ້ໄດ້ເປັນເວລາດົນ. ໂທລະພາບ QLED ຈາກຊຳຊຸງຄືຄຳຕອບທີ່ລວມທຸກຄວາມຕ້ອງການໄວ້ນຳກັນ ແລະ ນີ້ຄືເຫດຜົນວ່າເປັນຫຍັງ QLED ຈາກຊຳຊຸງຈຶ່ງເປັນຕົວເລືອກທີ່ດີທີ່ສຸດ.

ໝົດກັງວົນເລື່ອງ Burn-  in: ບັນຫາອາການຈໍໄໝ້ ( Burn-in ) ຫຼັງຈາກໃຊ້ໂທລະພາບໄດ້ໄລຍະໜຶ່ງ, ເຕັກໂນໂລຊີ QLED ຈາກຊຳຊຸງຄືຄຳຕອບ ເນື່ອງຈາກເຕັກໂນໂລຊີ QLED ໃຊ້ກະແສໄຟກຳລັງຕ່ຳ ເຮັດໃຫ້ຄວບຄຸມ ຄວາມຮ້ອນໄດ້ດີ ຈຶ່ງເກີດການໄໝ້ໄດ້ຍາກຕ່າງຈາກເຕັກໂນໂລຊີອື່ນໆທີ່ໃຊ້ກະແສໄຟທີ່ສູງກວ່າ, ຊຳຊຸງໝັ້ນໃຈໃນຄຸນນະພາບ.

ຕື່ມເຕັມໃນການຮັບຊົມ ເໝືອນມີໂຮງຮູບເງົາສ່ວນຕົວຢູ່ເຮືອນ: ໂທລະພາບ QLED ຈາກຊຳຊຸງມາພ້ອມກັບເຕັກໂນໂລຊີພາບຄົມລະອຽດສົມຈິງ ເພື່ອເສີມປະສົບການ ການຮັບຊົມໂທລະພາບ ເໝືອນຍົກເອົາໂຮງຮູບເງົາມາໄວ້ຢູ່ເຮືອນ ເຮັດໃຫ້ເພີດເພີນ ແລະ ອີ່ມເຕັມກັບຄອນເທັນຕ່າງໆໄດ້ດ້ວຍອະນຸພາບ Quantum Dot ທີ່ໃຫ້ລະດັບສີ 100%, ປະສົມປະສານກັບລະບົບພາບ HDR ໂທລະພາບ 4K ຈົນເຖິງໂທລະພາບ 8K ທີ່ໃຫ້ພາບລະອຽດ ສີສວຍງາມສົມຈິງ.

ເຕັມອີ່ມກັບທຸກຄອນເທັນຈາກແພຼັດຟອມຊັ້ນນຳ: ພຶດຕິກຳການເສບຄອນເທັນໃນປັດຈຸບັນປ່ຽນໄປຢູ່ໃນອອນລາຍເພີ່ມຂຶ້ນເລື້ອຍໆ, ໂທລະພາບ QLED ຈາກຊຳຊຸງມຸ່ງໝັ້ນສ້າງທາງເລືອກໃນການຮັບຊົມຄອນເທັນອອນລາຍໃຫ້ຕອບໂຈດທຸກໄລຟ໌ສະໄຕຂອງຜູ້ບໍລິໂພກ ເພື່ອຜູ້ໃຊ້ສາມາດມ່ວນຊື່ນໄປກັບໂຮມເອັນເຕີເທັນເມັນ ( Home entertainment ) ໄດ້ຢ່າງເຕັມທີ່ ຜ່ານຊຳຊຸງສະມາດທີວີສຸດອັດສະລິຍະ.

ອຸ່ນໃຈກັບການຮັບປະກັນ ແລະ ບໍລິການເຖິງທີ່ທຸກວັນ: ຊຳຊຸງຮັບປະກັນສິນຄ້າ QLED TV ເຖິງ 3 ປີ ( ເມື່ອລົງທະບຽນຮັບປະກັນຜະລິດຕະພັນ ) ແລະ ຍັງມີບໍລິການເຖິງບ້ານຕະຫຼອດ 7 ວັນ ພ້ອມກັບບໍລການຊ່ວຍເຫຼືອຕະຫຼອດ 24 ຊົ່ວໂມງ ໂດຍລູກຄ້າສາມາດເລືອກຊ່ອງທາງຕິດຕໍ່ເພື່ອການບໍລິການທີ່ວ່ອງໄວ ແລະ ຖືກຈຸດຍິ່ງຂຶ້ນ.

ໂທລະພາບ QLED ຈາກຊຳຊຸງຈັດເຕັມເລື່ອງຄຸນນະພາບ ແລະ ບໍລິການຕອບໂຈດທຸກໄລຟ໌ສະໄຕຂອງຄົນຍຸກໃໝ່ ສຳລັບໃຜທີ່ກຳລັງຊອກຫາໂທລະພາບຈັກເຄື່ອງທີ່ສາມາດຍົກລະດັບປະສົບການການຮັບຊົມຄອນເທັນໃຫ້ເໜືອຊັ້ນກວ່າທີ່ເຄີຍ.

ທີ່ມາ: https://www.sanook.com