ລອງອ່ານ! ທັດສະນະນັກສຶກສາກຽດນິຍົມພ້ອມເຜີຍເຄັດລັບຄວ້າໃບປະກາດແດງ

349

ເດືອນກັນຍາ ຫາ ຕຸລາຂອງທຸກໆປີ ເປັນໄລຍະຂອງການຮັບໃບປະກາສະນີຍະບັດຂອງຫຼາຍໆສະຖາບັນການສຶກສາ. ແລະ ແນ່ນອນສິ່ງທີ່ເຮັດໃຫ້ຫຼາຍທ່ານຕື່ນເຕັ້ນແມ່ນການໄດ້ຮູ້ ຫຼື ໄດ້ເຫັນເຈົ້າຂອງໃບປະກາດແດງ ຫຼື ນັກສຶກສາທີ່ໄດ້ຮັບປະກາສະນີຍະບັດກຽດນິຍົມ ຈາກມະຫາວິທະຍາໄລທີ່ມີຊື່ສຽງຂອງປະເທດ ເຊິ່ງມື້ນີ້ຜູ້ຂຽນຂໍຍົກເອົາບາງທັດສະນະ ແລະ ແບບແຜນການຮຽນຂອງນັກສຶກສາໃບປະກາດແດງຈາກນັກສຶກສາ ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລແຫ່ງຊາດ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກນໍາກັນ.

ນາງ ສິລິນຢາ ອຸດົມລິດ ນັກສຶກສາກຽດນິຍົມ ສາຂາພາສາຝຣັ່ງ, ພາກວິຊາພາສາຝຣັ່ງ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ເຖິງສິ່ງທີ່ຕົນເອງປະຕິບັດມາຕະຫຼອດໄລຍະການຮຽນ ວ່າ: ສຳລັບນ້ອງເອງບໍ່ຄ່ອຍມີເຄັດລັບຫຍັງເປັນພິເສດ ແຕ່ຫຼັກໆແລ້ວສິ່ງທີ່ໄດ້ປະຕິບັດເປັນປະຈຳ ໃນໄລຍະ 4 ປີທີ່ສຶກສາໃນຮົ້ວມະຫາວິທະຍາໄລແຫ່ງນີ້ ຈະສາມາດເປັນແນວທາງ ແລະ ເປັນປະໂຫຍດໃຫ້ແກ່ຮຸ່ນນ້ອງທຸກໆຄົນ ກໍຈະມີຢູ່ 5 ສິ່ງທີ່ໄດ້ປະຕິບັດຕົວຈິງ ນັ້ນກໍຄື:

ຈົດບັນທຶກຄຳອະທິບາຍຂອງອາຈານ: ເວລາຮຽນຈະຕ້ອງຈົດເນື້ອໃນສຳຄັນທີ່ອາຈານອະທິບາຍ ແລະ ທີ່ສຳຄັນຕ້ອງມີເຕັກນິກການຈົດເນື້ອຫາແບບທີ່ຕົນເອງເຂົ້າໃຈງ່າຍ ໂດຍເນັ້ນຈົດ ຫຼື ໝາຍປະໂຫຍກທີ່ອາຈານອະທິບາຍຢູ່ຊໍ້າໆຈຸດສຳຄັນຂອງບົດຕ່າງໆ ເພື່ອເວລາກັບມາເບິ່ງບົດຮຽນຄືນຈະເຮັດໃຫ້ເຂົ້າໃຈໄດ້ໄວ, ເຂົ້າໃຈງ່າຍ ແລະ ບໍ່ສັບສົນໃນເວລາທວນບົດຮຽນຄືນ.

ສະຫຼຸບບົດຮຽນຫຼັງຈາກເລີກໂມງຮຽນແຕ່ລະວິຊາ: ເວລາເລີກຊົ່ວໂມງຮຽນຂອງແຕ່ລະວິຊາ ນ້ອງເປັນຄົນມັກຄິດທົບທວນ ແລະ ສະຫຼຸບບົດຮຽນສັ້ນໆ ເພື່ອໃຫ້ຮູ້ວ່າຊົ່ວໂມງນີ້ເຮົາຮຽນກ່ຽວກັບຫຍັງແດ່ ແລະ ຕ້ອງຈື່ຈຸດຕ່າງໆທີ່ສຳຄັນໃຫ້ ໄດ້, ທີ່ສຳຄັນຕ້ອງທວນຄືນບົດຮຽນກ່ອນສອບເສັງຢ່າງໜ້ອຍ 1 ຫຼື 2 ອາທິດ.

ປະກອບສ່ວນໃນແຕ່ລະຊົ່ວໂມງຮຽນ: ຕ້ອງມີການສົນທະນາ ຫຼື ຮ່ວມຕອບຄຳຖາມອາຈານ, ເວລາບໍ່ເຂົ້າໃຈບົດຮຽນຈະບໍ່ປ່ອຍຜ່ານ ຄວນມີການຕັ້ງຄຳຖາມຕໍ່ຄູ – ອາຈານ ຫຼື ຮຸ່ນເອື້ອຍອ້າຍເປັນປະຈຳບໍ່ວ່າຈະໃນ ຫຼື ນອກຊົ່ວໂມງຮຽນ ເພາະສິ່ງເຫຼົ່ານີ້ຈະເຮັດໃຫ້ເຮົາໄດ້ມີ ຄວາມໝັ້ນໃຈ ແລະ ກ້າສະແດງອອກ ພ້ອມທັງສ້າງຄວາມລຶ້ງເຄີຍກັບຄູ – ອາຈານອີກ.

ເຂົ້າຮ່ວມກິດຈະກຳຢູ່ເລື້ອຍໆ: ຄວນມີການເຮັດກິດຈະກໍາຢູ່ເລື້ອຍໆບໍ່ວ່າຈະໃນຮົ້ວ ຫຼື ນອກຮົ້ວມະຫາວິທະຍາໄລ, ຊອກເຮັດ ແລະ ເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບສາຍຮຽນຂອງຕົນເອງ ບໍ່ວ່າຈະເປັນການເຂົ້າຮ່ວມແຂ່ງຂັນ ຫຼື ເຂົ້າຮ່ວມໂຄງການແລກປ່ຽນຕ່າງໆ ເພາະທຸກໆກິດຈະກຳສາມາດຊ່ວຍໃຫ້ເຮົາໄດ້ຮຽນຮູ້ຫຼາຍໆຢ່າງທີ່ບໍ່ມີໃນຕຳລາຮຽນ.

ຖ່າຍທອດຄວາມຮູ້ໃຫ້ຮຸ່ນນ້ອງ ແລະ ໝູ່ຄູ່ໃນສິ່ງທີ່ຕົນເອງເຂົ້າໃຈ: ສ່ວນຕົວແລ້ວນ້ອງເປັນຄົນຂ້ອນຂ້າງມັກແນະນຳ ຫຼື ອະທິບາຍບົດຮຽນໃຫ້ຮຸ່ນນ້ອງ ຫຼື ໝູ່ຮ່ວມຫ້ອງດຽວກັນ ເພາະການທີ່ໄດ້ຊ່ວຍແນະນຳບົດຮຽນຕ່າງໆ ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຂົ້າໃຈ ແຕ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ຝຶກຕົນເອງໄປໃນຕົວທີ່ສຳຄັນເຮັດໃຫ້ເຮົາໄດ້ທົດສອບຄວາມຮູ້ທີ່ໄດ້ຮຽນມາໄດ້ຫຼາຍຂຶ້ນອີກດ້ວຍ.

ດ້ານ ນາງ ກິ່ງຄຳ ນິດສະຫວັນ ນັກສຶກສາກຽດນິຍົມ ສາຂາການເງິນ ແລະ ການທະນາຄານ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຈາກມະຫາວິທະຍາໄລສຸພານຸວົງ ທັງເປັນຮອງອັນດັບ 1 ນາງສາວລາວ 2018 ກໍໄດ້ມີບາງທັດສະນະ ແລະ ບອກເຄັດລັບການຮຽນເກັ່ງວ່າ: ສຳລັບນ້ອງເອງມີເຄັດລັບການຮຽນ 4 ຢ່າງ ຄື:

ການມີວິໄນຕໍ່ກັບຕົນເອງ ແລະ ມີເປົ້າໝາຍ ນັ້ນຄືການຮຽນໃຫ້ດີ ແລະ ຈົບດ້ວຍຄະແນນສູງ ຄວ້າກຽດນິຍົມຈາກສາຂາທີ່ຕົນເອງຮຽນ.

ມີການວາງແຜນການຮຽນທີ່ດີ: ກຳເອົາເນື້ອໃນບົດຮຽນທີ່ສຳຄັນເປັນຫຼັກ ແລະ ຄິດໃຫ້ ກວ້າງປຽບທຽບກັບສະພາບ ຄວາມເປັນຈິງຈາກສັງຄົມ.

ຮູ້ຈັກແບ່ງເວລາກັບສິ່ງທີ່ຕົນເອງຕ້ອງໄດ້ເຮັດ ຕົວຢ່າງເມື່ອມີວຽກລ່ວງໜ້າຕ້ອງກະກຽມການຮຽນກ່ອນລ່ວງໜ້າເພື່ອໃຫ້ທັນກັບໝູ່ ແລະ ຕັ້ງໃຈສຸມໃສ່ສິ່ງທີ່ຕ້ອງເຮັດໃຫ້ເຕັມທີ່ເພື່ອບໍ່ໃຫ້ມີຄວາມກັງວົນ.

ດຸໝັ່ນທົບທວນບົດຮຽນກ່ອນເສັງ ແລະ ສະຫຼຸບບົດຮຽນໃຫ້ເຂົ້າໃຈງ່າຍຕາມວິທີຂອງຕົນເອງ ແລະ ໝັ່ນສຶກສາຫາຄວາມຮູ້ໃໝ່ໆຢູ່ສະເໝີ.

ເມື່ອເວົ້າເຖິງຮູບແບບ ຫຼື ວິທີໃນການຮຽນ ຮັບເອົາຄວາມຮູ້ຈາກຄູ – ອາຈານນັ້ນ ກິ່ງຄໍາ ນິດສະຫວັນ ມີຄໍາເຫັນວ່າ: ນ້ອງຄິດວ່າການຮຽນຂອງນ້ອງກໍຄືກັບທຸກໆຄົນ ເພາະວ່າທຸກຄົນມີໂອກາດຮຽນຮູ້ ແລະ ເວລາຮຽນທີ່ຄືກັນ ບົດຮຽນດຽວກັນ ແຕ່ສິ່ງທີ່ຕ່າງກັນນັ້ນກໍຄືການມີເປົ້າໝາຍຂອງແຕ່ລະຄົນ ເພາະການທີ່ເຮົາຕັ້ງເປົ້າໝາຍໄວ້ຈະເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມຕັ້ງໃຈ ແລະ ພະຍາຍາມທຸ່ມເທໃສ່ການຮຽນ ເຊັ່ນດຽວກັນກັບເປົ້າໝາຍຂອງນ້ອງກໍຄືໃບປະກາສະນີຍະບັດກຽດນິຍົມ ແລະ ເປົ້າໝາຍນີ້ກໍຄືເຄັດລັບຂອງນ້ອງ.

ໂດຍ: ເອຢິບ