ນໍາສະເໜີແອັບ ທີ່ຈະຊ່ວຍຈັດການດ້ານສຸຂະພາບມາພ້ອມ 6 ຄຸນລັກສະນະພົ້ນເດັ່ນ

210

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳກັດ ໄດ້ນໍາສະເໜີ ເພົ້າສ໌ ແອັບພລິເຄເຊິນ ( Pulse ) ຢ່າງເປັນທາງການ ເຊິ່ງຈະເປັນແອັບພລິເຄເຊິນທຳອິດໃນ ສປປ ລາວ ທີ່ຈະຊ່ວຍໃຊ້ໃນການຈັດການດ້ານສຸຂະພາບ ໂດຍບໍ່ເສຍຄ່າໃຊ້ຈ່າຍ, ເປັນແອັບພລິເຄເຊິນທີ່ນຳໃຊ້ລະບົບປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການໃຫ້ຂໍ້ມູນຢ່າງຖືກຕ້ອງຊັດເຈນໃຫ້ກັບຜູ້ໃຊ້ຕະຫຼອດເວລາ, ເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນໂຮງໝໍ ແລະ ຄລີນິກ ທີ່ໃກ້ຄຽງໃນຍາມສຸກເສີນ.

ງານເປີດໂຕ ເພົ້າສ໌ ແອັບພລິເຄເຊິນ ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານກ່າວເປີດງານໂດຍ ທ່ານ ວິເຈ ມັດດາວັນ ຜູ້ອຳນວຍການໃຫຍ່ ພຣູເດັນໂຊລ໌ ລາວ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຈອນ ເພຍເຊິນ ເອກອັກຄະຣາຊະທູດອັງກິດ ປະຈຳ ສປປ ລາວ, ທ່ານ ເນົາ ບຸດຕາ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ, ທ່ານ ນາງ ແສງອາລຸນ ອິນມີໄຊ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

 

ທ່ານ ວິເຈ ມັດດາວັນ ໄດ້ກ່າວວ່າ: ນັບຕັ້ງແຕ່ປີ 2016 ທີ່ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ເລີ່ມດຳເນີນທຸລະກິດໃນ ສປປ ລາວ, ພວກເຮົາບໍ່ພຽງແຕ່ທີ່ຈະຮັກສາຄຳໝັ້ນສັນຍາ ທີ່ຈະຊ່ວຍເບິ່ງແຍງຮັກສາດ້ານການເງິນ ແຕ່ຍັງຈະຊ່ວຍຄົນລາວຮັກສາສຸຂະພາບ ແລະ ການດຳລົງຊີວີດທີ່ດີ ເພື່ອການປ້ອງກັນດີກວ່າການຮັກສາ. ສະນັ້ນ, ຈຶ່ງເປັນສາເຫດທີ່ ພຣູເດັນໂຊລ໌ ລາວ ໄດ້ພັດທະນາ ເພົ້າສ໌ ແອັບພລິເຄເຊິນ ເພື່ອເຮັດໃຫ້ການເບິ່ງແຍງສຸຂະພາບເປັນສິ່ງທີ່ສາມາດເຂົ້າເຖິງໄດ້ງ່າຍສຳລັບທຸກໆຄົນໃນອາຊີ ລວມທັງຄົນລາວທຸກຄົນ.

ທ່ານ ເນົາ ບຸດຕາ ກ່າວວ່າ: ພຣູເດັນໂຊລ໌ ລາວ ໄດ້ນຳໃຊ້ເຄື່ອງມືແບບດິຈິຕອນໃນການເປັນທີ່ປຶກສາທາງດ້ານສຸຂະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນລາວ ໂດຍ ເພົ້າສ໌ ແອັບພລິເຄເຊິນ ຈະເຮັດໃຫ້ຄົນລາວເຂົ້າເຖິງຂໍ້ມູນດ້ານສຸຂະພາບທີ່ໜ້າເຊື່ອຖື ແລະ ຄົບຖ້ວນໄດ້ງ່າຍຂຶ້ນ ເຊິ່ງເພົ້າສ໌ ເປັນແອັບໜຶ່ງດຽວໃນລາວທີ່ໃຫ້ຜູ້ໃຊ້ງານໄດ້ມີການຈັດການສຸຂະພາບໂດຍຕົນເອງໄດ້ໃນເບື້ອງຕົ້ນ ແລະ ບໍ່ເສຍຄ່າໃຊ້ຈ່າຍ.

“ ຂ້າພະເຈົ້າເຊື່ອວ່າ ເພົ້າສ໌ ແອັບພລິເຄເຊິນ ຈະເປັນບາດກ້າວໜຶ່ງທີ່ຈະສົ່ງເສີມຄົນລາວໃຫ້ມີການດຳລົງຊີວິດທີ່ດີ ແລະ ສຸຂະພາບທີ່ດີ ໂດຍຜ່ານການບໍລິຫານຈັດການໃນ ເພົ້າສ໌ ແອັບພລິເຄເຊິນ ”, ທ່ານ ເນົາ ບຸດຕາ ກ່າວ.


ທ່ານ ສັນຕິທຳ ສົມບູນຂັນ ຜູ້ອຳນວຍການດ້ານເບິ່ງແຍງລູກຄ້າ ແລະ ລະບົບ ກ່າວວ່າ: ເພົ້າສ໌ ແອັບພລິເຄເຊິນ ມີຄຸນລັກສະນະຄື:

1). ການປະເມີນສຸຂະພາບ: ເປັນເຄື່ອງມືໃນການປະເມີນຜົນໃນຊີວິດປະຈຳວັນ ແລະ ການຄາດເດົາຄວາມສ່ຽງທາງດ້ານພະຍາດ ໂດຍການຕອບຄຳຖາມໃນເວລາ 15 ນາທີ, ຜູ້ຊົມໃຊ້ສາມາດຮັບຮູ້ຜົນໂດຍທັນທີ ກ່ຽວກັບສະພາບຮ່າງກາຍໂດຍລວມ ແລະ ຄວາມສ່ຽງຂອງພະຍາດທີ່ຈະເກີດຂຶ້ນໃນໄລຍະຍາວ ອີງຕາມພຶດຕິກຳການໃຊ້ຊີວິດປະຈຳວັນຂອງທ່ານ.

2). ກວດສອບອາການ: ຜູ້ໃຊ້ສາມາດຂຽນຂໍ້ມູນອາການແລ້ວສົ່ງໃຫ້ຫຸ່ນຍົນສົນທະນາ ( chatbot ) ທີ່ຂັບເຄື່ອນດ້ວຍລະບົບ AI ເພື່ອຮັບຂໍ້ມູນຢ່າງວ່ອງໄວ, ແທດເໝາະ, ເປັນຂໍ້ມູນດ້ານການແພດທີ່ໜ້າເຊື່ອຖື, ພ້ອມທັງໃຫ້ຄໍາແນະນໍາໃນຂັ້ນຕອນຕໍ່ໄປທີ່ຄວນປະຕິບັດໄດ້ໃນໂທລະສັບມືຖືຂອງທ່ານເອງ.

3). ຊອກຫາໂຮງໝໍ: ໂດຍມີແຜນທີ່ສຳລັບຜູ້ໃຊ້ໃນການຊອກຫາໂຮງໝໍ ແລະ ຄລີນິກທີ່ໃກ້ຕົວທ່ານທີ່ສຸດ.

4). ຕົວບັນທຶກ ແລະ ແວ່ນແຍງຮ່ອງຮອຍ: ໂດຍປັນຍາປະດິດທີ່ຊ່ວຍຜູ້ນຳໃຊ້ເຂົ້າໃຈໄຂມັນໃນຮ່າງກາຍ ແລະ ການເພີ່ມຂຶ້ນຂອງອາຍຸຂອງຕົວທ່ານ, ພ້ອມກັບການວັດແທກກ່ຽວກັບສຸຂະພາບ ແລະ ການໃຊ້ຊີວິດຕ່າງໆຜ່ານການຖ່າຍຮູບດ້ວຍຕົວທ່ານເອງ.

5). ເນື້ອຫາກ່ຽວກັບສຸຂະພາບ.

6). ຊຸມຊົນຂອງຂ້ອຍ ແມ່ນເປັນພື້ນທີ່ສຳລັບຜູ້ໃຊ້ໃນການສື່ສານກັບບຸກຄົນອື່ນໆ ໃນການແລກປ່ຽນຄວາມຮູ້ ແລະ ເຄັດລັບທີ່ກ່ຽວຂ້ອງກັບສຸຂະພາບ ແລະ ອາຫານ.

ທ່ານສາມາດດາວໂຫຼດໄດ້ໃນ Apple/Google Play stores ໂດຍພິມຄຳວ່າ ( We Do Pulse ).