ລາວ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເຖິງ 36 ຄົນ ກວມເອົາເຖິງ 9 ແຂວງທົ່ວປະເທດ

158

ອັບເດດຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ປະຈຳວັນທີ 20 ຕຸລາ 2020 ມີຜູ້ຕິດເຊື້ອເພີ່ມຂຶ້ນ 36 ຄົນ ແລະ ບໍ່ມີລາຍງານຜູ້ເສຍຊີວິດ, ສ່ວນກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແມ່ນສະສົມຢູ່ທີ່ 7.332 ກໍລະນີ ແລະ ເສຍຊີວິດ 12 ຄົນ.

ໃນວັນທີ 20 ຕຸລາ 2020 ກະຊວງສາທາລະນະສຸກ ໄດ້ມີການລາຍງານເຖິງຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດ ອີງຈາກລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍໃນວັນທີ 19 ຕຸລາ 2020 ມີຜູ້ຕິດເຊື້ອເພີ່ມຂຶ້ນ 36 ຄົນ ໃນນີ້ ແຂວງຫຼວງພະບາງ 13 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ຫຼວງນ້ຳທາ 5 ຄົນ, ສາລະວັນ 5 ຄົນ, ອຸດົມໄຊ 2 ຄົນ, ບໍລິຄຳໄຊ, ບໍ່ແກ້ວ, ສະຫວັນນະເຂດ ແລະ ອັດຕະປື ແຂວງລະ 1 ຄົນ ແລະ ບໍ່ມີກໍລະນີເສຍຊີວິດ. ນອກຈາກນີ້ກໍລະນີສະສົມທັງໝົດນັບແຕ່ວັນທີ 28 ທັນວາ 2019 ຫາ 19 ຕຸລາ 2020 ມີຜູ້ຕິດເຊື້ອ 7.332 ຄົນ ແລະ ເສຍຊີວິດ 12 ກໍລະນີ, ເຊິ່ງມີລາຍງານກໍລະນີໃນ 18 ແຂວງ ແລະ ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1.684 ຄົນ ຖັດລົງມາແມ່ນ ບໍລິຄຳໄຊ 848 ຄົນ, ບໍ່ແກ້ວ 702 ຄົນ, ແຂວງວຽງຈັນ 688 ຄົນ ແລະ ສະຫວັນນະເຂດ 680 ຄົນ; ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 12 ຄົນ (ນະຄອນຫຼວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ).

ເພື່ອທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ຈຶ່ງຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື: 1 ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; 2 ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; 3 ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ; 4 ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ; 5 ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ; ຖ້າຫາກວ່າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ.