ລາວໂຕໂຢຕ້າ ຊະນະ ມາສເຕີ 7 ເອັຟຊີ ໄດ້ແລ້ວໃນປີນີ້ ພ້ອມສິດລຸ້ນປ້ອງກັນແຊັມລາຍການທີ 2

63

ໃນທີ່ ລາວໂຕໂຢຕ້າ ເອັຟຊີ ກໍສາມາດເອົາຊະນະ ມາສເຕີ 7 ເອັຟຊີ ໄດ້ສໍາເລັດໃນປີນີ້ ຫຼັງສະເໝີກັນມາ 2 ນັດໃນລີກ ຫຼ້າສຸດສາມາດເອົາຊະນະ ມາສເຕີ 7 ເອັຟຊີ 2-0 ໃນການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ຮອບ 8 ທີມສຸດທ້າຍ ເມື່ອທ້າຍອາທິດ ທີ່ຜ່ານມາ.

ກ່ອນໜ້ານີ້ ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວລີກ 1 ປີ 2020 ຍັງບໍ່ສາມາດເອົາຊະນະ ມາສເຕີ 7 ເອັຟຊີ ຮອງແຊັມລາວລີກ 1 ໂດຍນັດທໍາອິດ ມາສເຕີ 7 ເອັຟຊີ ເປີດບ້ານສະເໝີກັນ 1-1 ໃນຮອບຂາໄປ, ສ່ວນຮອບຂາກັບ ລາວໂຕໂຢຕ້າ ເອັຟຊີ ເປີດບ້ານສະເໝີກັນ 0-0.

ຫຼ້າສຸດໃນການແຂ່ງຂັນບານເຕະ ຊີງຂັນ ສຕລ ຄອມມານໂດ 2020 ເມື່ອວັນທີ 18 ຕຸລາ 2020 ທີ່ຜ່ານມາ ລາວໂຕໂຢຕ້າ ເອັຟຊີ ສາມາດເອົາຊະນະ ມາສເຕີ 7 ເອັຟຊີ ໄປດ້ວຍຄະແນນ 2-0 ຈາກການຍິງຂອງ ກາຊູ ໂຮມມະ ກອງໜ້າຊາວຍີ່ປຸ່ນ ນາທີໆ 24 ກັບ 77 ເຊິ່ງເປັນໄຊຊະນະນັດທໍາອິດຂອງ ລາວໂຕໂຢຕ້າ ເອັຟຊີ ທີ່ຊະນະ ມາສເຕີ 7 ເອັຟຊີ ໄດ້ໃນປີນີ້

ສໍາລັບ ສະຖິການພົບກັນຂອງ ລາວໂຕໂຢຕ້າ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ໃນລີກສູງສຸດຂອງ ສປປ ລາວ ປາກົດວ່າ: ປີ 2018 ນັດທໍາອິດ ລາວໂຕໂຢຕ້າ ເອັຟຊີ ຊະນະ 5-1, ນັດທີ 2 ມາສເຕີ 7 ເອັຟຊີ ຊະນະ 2-1, ປີ 2019 ມາສເຕີ 7 ເອັຟຊີ ເສຍ 2-4, ລາວໂຕໂຢຕ້າ ເອັຟຊີ ຊະນະ 3-0 ແລະ ລາວໂຕໂຢຕ້າ ເອັຟຊີ ເສຍ 2-4 ແລະ ປີ 2020 ສະເໝີກັນ 2 ນັດຄື: 0-0 ແລະ 1-1.

ສ່ວນຜົນຂອງຄູ່ອື່ນໃນຮອບ 8 ທີມສຸດທ້າຍປະກອບມີ: ຊ້າງນ້ອຍ ເອັຟຊີ ຊະນະ ປກສ ເອັຟຊີ 4-3, ເອັສຣາ ເອັຟຊີ ຊະນະ ລາວ-ທ໊ອບ ເອັຟຊີ 7-1 ແລະ ເມືອງຫາດ ຢູໄນເຕັດ ຊະນະ ເອັສບີທີ 941 ເອັຟຊີ 5-2.

ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ເອັສຣາ ເອັຟຊີ ໃນວັນທີ 24 ຕຸລາ 2020 ເວລາ 15:00 ໂມງທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ), ສ່ວນ ເມືອງຫາດ ຢູໄນເຕັດ ທີມຈາກລາວລີກ 2 ຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ລາວໂຕໂຢຕ້າ ເອັຟຊີ ໃນວັນທີ 24 ຕຸລາ 2020 ເວລາ 15:00 ໂມງທີ່ສະໜາມນອກ.
ຂ່າວ: ຄໍາສອນ; ຮູບ: ສອນໄຊ