14 ຕຸລາ 2020 ຫຼວງພະບາງມີຜູ້ຕິດເຊື້ອເຖິງ 22 ຄົນ ຈາກໄຂ້ຍຸງລາຍ

281

ສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນ ສປປ ລາວ ໃນວັນທີ 14 ຕຸລາ 2020 ສປປ ລາວ ແມ່ນ ມີຜູ້ຕິດເຊື້ອທັງໝົດ 37 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.

ໃນຕອນເຊົ້າວັນທີ 15 ຕຸລາ 2020 ທີ ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບພະຍາດໄຂ້ຍຸງລາຍວ່າ: ນັບແຕ່ວັນທີ 1 ມັງກອນ 2020 – 14 ຕຸລາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 7.235 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1.668 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 833 ຄົນ, ບໍ່ແກ້ວ 700 ຄົນ, ສະຫວັນນະເຂດ 687 ຄົນ ແລະ ວຽງຈັນ 686 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 12 ຄົນ (ນະຄອນຫຼວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ) ອັດຕາຄວາມຮ້າຍແຮງຂອງພະຍາດ Case Fatality Rate (CFR) = 0,2%.

ເພື່ອທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື:1 ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, 2 ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3 ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ, 4 ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, 5 ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ.

ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ