ທິດທາງລາຄາຄໍາຮອດທ້າຍປີ ອາດຈະບໍ່ສູງເກີນ 10 ລ້ານກີບຕໍ່ບາດ

171

ປີ 2020 ເປັນປີທີ່ລາຄາຄໍາປັບຂຶ້ນສູງສຸດ ໂດຍສະເລ່ຍຂາຍເກີນ 9 ລ້ານກີບຕໍ່ບາດ ເນື່ອງຈາກສະພາບການດ້ານເສດຖະກິດທີ່ບໍ່ມີຄວາມແນ່ນອນ ໂດຍສະເພາະການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ປະເທດມະຫາອໍານາດຫຼາຍປະເທດສະສົມຄໍາເປັນຫຼັກແທນສະກຸນເງິນໂດລາ.

ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ເຈົ້າຂອງຮ້ານຄໍາພູວົງ ກ່າວວ່າ: ລາຄາຄໍາໃນໄລຍະ 3 ເດືອນທ້າຍປີ ກໍຍັງໄດ້ຮັບແຮງກະທົບຈາກການລະບາດຂອງໂຄວິດ – 19 ເຮັດໃຫ້ລາຄາຍັງຊົງຕົວ, ເນື່ອງຈາກກ່ອນທີ່ປະທານາທິບໍດີສະຫະລັດອາເມຣິກາຕິດໂຄວິດ – 19 ຄໍາປັບຫຼຸດລົງເລັກໜ້ອຍ ພາຍຫຼັງທີ່ປະກາດວ່າປົວດີແລ້ວ ລາຄາຄໍາໄດ້ປັບຂຶ້ນ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າລາຄາຄໍາແມ່ນມີປັດໄຈໃນການຂຶ້ນລົງຢູ່ທີ່ປະເທດມະຫາອໍານາດ ເປັນຕົ້ນແມ່ນອາເມຣິກາ, ຈີນ ແລະ ບັນດາປະເທດໃນເອີຣົບ.

ທ່ານກ່າວອີກວ່າ: ໃນໄລຍະອອກພັນສາທຸກໆປີ ແມ່ນເປັນໄລຍະຂາຍດີ ໂດຍສະເພາະການຈັດງານບຸນ, ງານແຕ່ງດອງ ແລະ ງານປະເພນີອື່ນໆຢ່າງຫຼວງຫຼາຍ ແຕ່ປີນີ້ຈະບໍ່ເປັນຄືກັບທຸກໆປີ ເພາະວ່າປີນີ້ຍັງຢູ່ໃນໄລຍະການປ້ອງກັນ ແລະ ຄວບຄຸມການລະບາດຂອງໂຄວິດ – 19 ລັດຖະບານກໍມີມາດຕະການໃນການຈັດງານ, ຈັດກໍບໍ່ໃຫ້ໃຫຍ່, ບວກໃສ່ສະພາບເສດຖະກິດມີຄວາມຫຍຸ້ງຍາກ, ສະນັ້ນຈໍານວນຄົນທີ່ມາຊື້ຄໍາແມ່ນຫຼຸດລົງ ເຮັດໃຫ້ຜູ້ປະກອບການມີຄວາມທ້າທາຍຕ້ອງໄດ້ປັບຕົວໄປຕາມກົນໄກຂອງຕະຫຼາດ.

ເພື່ອຮັກສາຖານຕະຫຼາດ ແລະ ລູກຄ້າໄວ້ ຜູ້ປະກອບການກໍສຸມໃສ່ການອອກແບບໃໝ່ໆໃຫ້ມີຄວາມທັນສະໄໝ, ຈາກທີ່ຜະລິດລວດລາຍ    ໃຫຍ່ໆອະລັງການ ກໍຈະປັບຫຼຸດຂະໜາດໃຫ້ນ້ອຍລົງ, ລາຄາເໝາະສົມໃຫ້ລູກຄ້າສາມາດຊື້ໄດ້, ທ່ານ ພູວົງ ພະມີສິດ ກ່າວ.

ທ່ານໃຫ້ທັດສະນະວ່າ: ໃນນາມສ່ວນຕົວຈາກປະສົບການດໍາເນີນທຸລະກິດມາ ເຫັນວ່າແຕ່ນີ້ຮອດທ້າຍປີລາຄາຄໍາຈະບໍ່ສູງເກີນ 10 ລ້ານກີບຕໍ່ບາດ ເຖິງຈະເປັນໄລຍະທີ່ການລະບາດຂອງໂຄວິດ – 19 ແຕ່ເນື່ອງຈາກຫຼາຍປະເທດກໍໄດ້ປະກາດ ແລະ ທົດລອງນໍາໃຊ້ວັກແຊັງປ້ອງກັນໂຄວິດ – 19 ເຮັດໃຫ້ນັກລົງທຶນຜ່ອນຄາຍຄວາມກັງວົນ.

ຈຸດພິເສດຂອງການຊື້ຄໍາໃນປະເທດເຮົາ ຫຼັກໆແມ່ນເປັນການສະສົມເງິນຕາ ສະເລ່ຍ 98% ແມ່ນສະສົມທຶນ ເພາະເວລາປະຊາຊົນນໍາມາຂາຍ ກໍຈະຂາດທຶນເລັກໜ້ອຍ, ສະນັ້ນແນວທາງຂອງສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ຈຶ່ງກໍານົດໄວ້ວ່າເວລາປະຊາຊົນນໍາຄໍາມາຂາຍບໍ່ໃຫ້ເຂົາເຈົ້າຂາດທຶນຫຼາຍ ເຈົ້າຂອງຮ້ານຄໍາເອົາກໍາໄລໜ້ອຍ ເພື່ອເຮັດໃຫ້ເມັດເງິນຈໍລະຈອນສະດວກ, ຖືວ່າເປັນການສະສົມເງິນຖ້າຫາກສ່ວນຕ່າງມັນຫຼາຍ ແນ່ນອນປະຊາຊົນກໍບໍ່ມາຊື້ຄໍາ ແລະ ມາຂາຍຄໍາ.

ສ່ວນລາຄາຄໍາຕະຫຼາດໂລກ ປະກາດຂາຍວັນທີ 14 ຕຸລາ 2020 ຢູ່ທີ່ 1.900 ໂດລາສະຫະລັດຕໍ່ອອນ, ສ່ວນຕະຫຼາດພາຍໃນຄໍາຮູບປະພັນ ຂາຍອອກ 9.189.000 ກີບຕໍ່ບາດ.